尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໄຂກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ເຈົ້າ​ແຂວງ​ແລວ​ທາງ​ເສດ​ຖະ​ກິດ​ອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງ ຫຼື GMS 2018 ຢູ່​ນະ​ຄອນ​ຄຸນ​ໝິງ

2018-06-13 15:12:08 cri

ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ເຈົ້າ​ແຂວງ​ແລວ​ທາງ​ເສດ​ຖະ​ກິດ​ອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງ ຫຼື GMS 2018 ໄດ້​ໄຂ​ຂຶ້ນ​ຢູ່​ນະ​ຄອນ​ຄຸນ​ໝິງ​ແຂວງ​ຢຸນ​ນານ​ຈີນໃນ​ວັນ​ທີ 12 ມິ​ຖຸ​ນາ​ນີ້. ໂດຍ​ຜູ້​ຕາງ​ໜ້າ​ລະ​ດັບ​ແຂວງ​ແລະ​ນະ​ຄອນ​ທີ່​ກ່ຽວ​ຂ້ອງ​ຂອງ​ຫຼາຍ​ປະ​ເທດ​ເຊັ່ນ:ຈີນ,ກຳ​ປູ​ເຈຍ,ລາວ,ມຽນ​ມາ,ໄທ​ແລະ​ຫວຽດ​ນາມ​ເປັນ​ຕົ້ນ​ກໍ່​ຄື​ຜູ້​ຊ່ຽວ​ຊານ​ທະ​ນາ​ຄານ​ພັດ​ທະ​ນາ​ອາ​ຊີ​ຫຼື ADB ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ຄັ້ງ​ນີ້.

ຫົວ​ຂໍ້​ຕົ້ນ​ຕໍ​ຂອງກອງ​ປະ​ຊຸມ​ທີ່​ຈະ​ດຳ​ເນີນ​ເປັນ​ເວ​ລາ 4 ວັນ​ຄັ້ງ​ນີ້​ແມ່ນ “ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ໄລ​ຍະ​ຍາວ​ນານ​ທີ່​ຖື​ໂຄງ​ການ​ເປັນ​ທິດ​ນຳ​ຢ່າງ​ຮອບ​ດ້ານ”. ໃນ​ພິ​ທີ​ໄຂ, ທ່ານ ຢວນ​ເສີງ​ຟ່າ ເຈົ້າ​ແຂວງ​ແຂວງ​ຢຸນ​ນານ​ໄດ້​ໃຫ້​ຂໍ້​ສະ​ເໜີ​ຈຸດ​ສຸມ​ກ່ຽວ​ກັບ​ການ​ລົງ​ເລິກ​ການ​ຮ່ວມ​ມື​ໃນ 3 ດ້ານ​ຄື: ພະ​ລັງ​ງານ,ກະ​ສິ​ກຳ​ແລະ​ການ​ທ່ອງ​ທ່ຽວສີ​ຂຽວ ໂດຍ​ປິ່ນ​ອ້ອມຫົວ​ຂໍ້​ຕົ້ນ​ຕໍ​ຂອງ​ເວ​ທີ​ປຶກ​ສາ​ຫາ​ລື​ຄັ້ງ​ນີ້ແລະ​ກາຍ​ເປັນ​ຈຸດ​ເດັ່ນ​ໃນ​ລະ​ດັບ​ສາ​ກົນ​ທີ່​ແຂວງ​ຢຸນ​ນານ​ພວມ​ສຸມ​ທຸກ​ຄວາມພະ​ຍາ​ຍາມ​ສ້າງຂຶ້ນ​ຄື: “ພະ​ລັງ​ງານ​ສີ​ຂຽວ” “​ອາ​ຫານ​ສີຂຽວ”​ແລະ“​ຈຸດ​ໝາຍ​ປາຍ​ທາງ​ຂອງ​ຊີ​ວິດ​ການ​ເປັນ​ຢູ່​​ສີ​ຂຽວ”,ໃນ​ນັ້ນ​ລວມ​ທັງ: ດຳ​ເນີນ​ການ​ຮ່ວມ​ມື​ດ້ານໂຄງ​ການ​ພະ​ລັງ​ງານ​ໄຟ​ຟ້າ​ທີ່​ສຳ​ຄັນ​ແລະຂະ​ໜາດ​ໃຫຍ່,ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ພະ​ລັງ​ງານ​ສະ​ອາດ;ຊຸກ​ຍູ້​ການ​ພັດ​ທະ​ນາກະ​ສິ​ກຳ​ທັນ​ສະ​ໄໝທີ່​ມີ​ຄຸນ​ນະ​ພາບ​ສູງ,ຊຸກ​ຍູ້​ການ​ເຊື່ອມ​ຕໍ່​ດ້ານ​ການສະ​ໜອງ​ແລະ​ຄວາມ​ຕ້ອງ​ການ​ຂອງ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​ທີ່​ມີ​ຄຸນ​ນະ​ພາບ​ສູງ​ລະ​ຫວ່າງ​ພາກ​ພື້ນ​ໃຫ້​ມີ​ປະ​ສິດ​ທິ​ຜົນ​ແລະ​ມີ​ຄວາມ​ສະ​ດວກກວ່າ​ເກົ່າ;ຮ່ວມ​ກັນ​ຊຸກ​ຍູ້​ການ​ພັດ​ທະ​ນາ​ຂະ​ແໜງ​ການຮັກ​ສາ​ສຸ​ຂະ​ພາບ​ຄົບ​ວົງ​ຈອນ,ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​​ການ​ບໍ​ລິ​ການການ​ທ່ອງ​ທ່ຽວ​,ຍົກ​ລະ​ດັບ​ການ​ຮ່ວມ​ມື​ດ້ານ​ການ​ທ່ອງ​ທ່ຽວ​ຂ້າມ​ແດນ​ໃຫ້​ສູງ​ຂຶ້ນ.

ຄຳ​ເຫັນ

0