黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສຳ​ນັກ​ງານ “ສະ​ມາ​ຄົມ​ອາ​ເມ​ຣິ​ກາ​ປະ​ຈຳ​ໄຕ້​ຫວັນ” ແຫ່ງ​ໃໝ່​ສ້າງ​ຕັ້​ງ​ຂຶ້ນ, ຈີນ​​ໄດ້​ທັກ​ທ້ວງ​ຢ່າງ​ເຄັ່ງ​ຂຶມ

2018-06-13 16:55:16 cri

​ຕາມ​ຂ່າວ CRI: “ສະ​ມາ​ຄົມ​ອາ​ເມ​ຣິ​ກາ​ປະ​ຈຳ​ໄຕ້​ຫວັນ” ໄດ້​ຈັດ​ພິ​ທີ​ເປີດ​ສຳ​ນັກ​ງານ​ໃໝ່​ໃນ​ວັນ​ທີ 12 ມິ​ຖຸ​ນາ​ນີ້. ທ່ານ​​ນາງມະ​ຣິ ໂຣ​ຢິ​ສ ​ຫົວ​ໜ້າ​ກົມ​ການ​ສຶກ​ສາ​ວັດ​ທະ​ນະ​ທຳ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ຣິ​ກາ​ໄດ້​ເຂົ້າ​ຮ່ວມ​ພິ​ທີ​ດັ່ງ​ກ່າວ. ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 12 ມິ​ຖຸ​ນາ​ນີ້, ທ່ານ​ເກີງ​​ສ​ວງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ, ຈີນ​ສະ​ແດງ​ຄວາມ​ເປັນ​ຫ່ວງ​ຢ່າງ​​ສູງ​ຕໍ່​ການ​ລາຍ​ງານ​ດັ່ງ​ກ່າວ, ແລະ​ໄດ້​ທັກ​ທ້ວງ​ຢ່າງ​ເຄັ່ງ​ຂຶມ​ຕໍ່​ອາ​ເມ​ຣິ​ກາ.

ທ່ານ​ເກີງ​ສວງ​ກ່າວ​ວ່າ, “ສິ່ງ​ທີ່​ຕ້ອງ​ຊີ້​​ສະ​ແດງ​ອອກ​ນັ້ນ​ກໍ​ຄື, ອາ​ເມ​ຣິ​ກາ​ສົ່ງ​ເຈົ້າ​ໜ້າ​ທີ່​ໄປ​ໄຕ້​ຫວັນ​ດ້ວຍ​ຂໍ້​ອ້າງ​ໃດໆ​ກໍ​ຕາມ, ລ້ວນ​ແຕ່​ໄດ້​ລະ​ເມີດ​ຫຼັກ​ໝັ້ນ​ປະ​ເທດ​ຈີນ​ດຽວ​ແລະ​ຖະ​ແຫຼງ​ການ​ຮ່ວມ​ຈີນ​ອາ​ເມ​ຣິ​ກາ​ສາມ​ສະ​ບັບ​ຢ່າງ​ໜັກ​ໜ່ວງ, ໄດ້​ແຊກ​ແຊງວຽກ​ງານ​ພາຍ​ໃນ​ຂອງ​ຈີນ, ແລະ​ສ້າງ​ຜົນ​ສະ​ທ້ອນ​ທາງ​ລົບ​ຕໍ່​ການ​ພົວ​ພັນ​ລະ​ຫວ່າງ​ຈີນ​ແລະ​ອາ​ເມ​ຣິ​ກາ. ພວກ​ເຮົາ​​ກ່າວເຕືອນ​ໃຫ້​ອາ​ເມ​ຣິ​ກາ​ຈົ່ງ​ປະ​ຕິ​ບັດ​ຄຳ​ໝັ້ນ​ສັນ​ຍາ​ຕໍ່​ຈີນ​ກ່ຽວ​ກັບ​ບັນ​ຫາ​ໄຕ້​ຫວັນ, ​ແກ້​ໄຂ​ການ​ກະ​ທຳ​ຜິດ, ເພື່ອ​ຫຼີກ​ລ້ຽງ​ການທຳ​ລາຍ​ການ​ພົວ​ພັນ​ລະ​ຫວ່າງ​ຈີນ​ແລະ​ອາ​ເມ​ຣິ​ກາ​, ລວມ​ທັງ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ຊໍ່​ອງ​ແຄບ​ໄຕ້​ຫວັນ.”

ຄຳ​ເຫັນ

0