黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລະບຽງ​ກະຈົກ​ກາງຫາວ​ຍາວ​ທີ່​ສຸດ​ໃນ​ໂລກ

2018-06-13 16:57:29 CRI

图片默认标题_fororder_1622f870baba49bea3922fc7191e2a27
​ລະບຽງ​ກະຈົກ​​ກາງຫາວ ທີ່​ກໍ່ສ້າງ​ຢູ່​ສະຖານ​ທີ່​ທ່ອງ​ທ່ຽວ​ພູ​ຝູຊີ່ ​ເມືອງ​ຊິ່ນ​ມີ້ ​ແຂວງ​ເຫີ​ໜານ ​ໄດ້​ສ້າງ​ສຳ​ເລັດ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 12 ມິຖຸນາ​ນີ້ ​ໂດຍນັກ​ທ່ອງ​ທ່ຽວສາມາດ​ສຳຜັດ​ກັບ​ຄວາມ​ຮູ້ສຶກ​ທີ່​ຕື່ນ​ເຕັ້ນ​ເໝືອນ​ດັ່ງ​ຍ່າງ​ຢູ່​ກາງຫາວ​ສູງໆ. ​ລະບຽງດັ່ງກ່າວ​ໄດ້​ສ້າງ​​ຂຶ້ນ​ເປັນ​ຮູບ​ແບບ​ບໍ່​ມີ​ສາຍ​ຈ່ອງດຶງ, ນຳ​ໃຊ້​ເຫຼັກກ້າຫຼາຍກວ່າ 3.000 ​ໂຕນ, ສູງ​ຂຶ້ນຈາກ​ພື້ນ​ຮ່ອມ​ພູ 360 ​ແມັດ ​ແລະ ​ເດ່ອອກ​ນອກໜ່ວຍ​ພູ​​ເຖິງ 30 ​ແມັດ. ​ລະບຽງ​ກະຈົກ​ດັ່ງກ່າວ​ຍາວ​ກວ່າ​ລະບຽງ​ກະຈົກ​ ຢູ່​ຮ່ອມ​ພູ​​ໃຫຍ່ໂຄ​ໂລຣາ​ໂດຂອງອາ​ເມຣິກາ ທີ່​ຖືກ​ເອີ້ນ​ວ່າ​ເປັນ “ສິ່ງ​ມະຫັດສະຈັນ​ແຫ່ງ​ທີ 8 ຂອງ​ໂລກ” ​ເກືອບ 9 ​ແມັດ ຈຶ່ງ​ຖື​ວ່າ​ເປັນ “​ລະບຽງ​ກະຈົກ​ກາງ​ຫາວ​ທີ່​ຍາວ​ທີ່​ສຸດ​ໃນ​ໂລກ”.

ຄຳ​ເຫັນ

0