ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ວັນທີ 12 ມິຖຸນານີ້, ໂຮງໝໍຢາພື້ນເມືອງຈີນແຂວງຈ່ຽງຊີ່ຈັດການເຄື່ອນໄຫວໂຄສະນາຖົງຢາຫອມຢາພື້ນເມືອງຈີນ, ເພື່ອຕ້ອນຮັບບຸນຕ່ວນວູເຊິ່ງເປັນບຸນປະເພນີຂອງຈີນ. ໂຮງໝໍໄດ້ເຊື້ອເຊີນຊາວເມືອງນານຊາງມາເຮັດຖົງຢາຫອມນຳກັນ, ແລະແຈກຢາຍໂດຍບໍ່ເສຍຄ່າ, ດຶງດູດປະຊາຊົນມາຮັບເອົາໂດຍເຂົ້າລຽນແຖວຢ່າງຫຼວງຫຼາຍ. ຖົງຢາຫອມນີ້ໃສ່ຢາພື້ນເມືອງຈີນທີ່ມີກິ່ນຫອມພິເສດ, ສາມາດເຮັດໃຫ້ສະໝອງສົດຊື່ນ, ຂັບໄລ່ຍຸງແລະເຮັດໃຫ້ຮ່າງກາຍມີພູມຕ້ານການຫຼາຍຂຶ້ນແລະອື່ນໆ.
ຄຳເຫັນ
0