李建祥

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ຍິນ​ດີ​ຮ່ວມ​ກັບ​ອາ​ຊຽນ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ທີ່​ແໜ້ນ​ແຟ້ນກວ່າ​ເກົ່າ

2018-06-13 11:02:57 cri

ທ່ານ ວາງຢີ້ ທີ່​ປຶກ​ສາ​ແຫ່ງ​ລັດ ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ ໄດ້​ພົບ​ປະ​ກັບ​ທ່ານ ລິມ​ຈອກ​ໂຮຍ ເລ​ຂາ​ທິ​ການ​ໃຫຍ່ອາ​ຊຽນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ​ໃນ​ວັນ​ທີ 12 ມິ​ຖຸ​ນານີ້.

ໂອ​ກາດ​ດັ່ງ​ກ່າວ, ທ່ານ ວາງຢີ້ ກ່າວ​ວ່າ: ປີນີ້​ເປັນ​ການ​ຄົບ​ຮອບ 15 ປີ​ແຫ່ງ​ການ​ສ້າງ​ຕັ້ງ​ການ​ພົວ​ພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຈີນ-ອາ​ຊຽນ, ສອງ​ຝ່າຍ​ໄດ້​ເຫັນ​ດີ​ແລະ​ຢືນ​ຢັນ​ວ່າ, ບົນ​ພື້ນ​ຖານ​ແຫ່ງ​ຜົນ​ສຳ​ເລັດ​ຂອງ​ການ​ຮ່ວມ​ມື​ໃນ 15 ປີ​ຜ່ານ​ມາ, ຈະ​ຮ່ວມ​ກັນ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ທີ່​ແໜ້ນ​ແຟ້ນກວ່າ​ເກົ່າ. ອັນ​ທີ​ໜຶ່ງ, ຈະ​ວາງ “ວິ​ໄສ​ທັດ​ການ​ພົວ​ພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຈີນ-ອາ​ຊຽນ 2030”; ອັນ​ທີ​ສອງ, ຈະ​ຈັດ​ກິດ​ຈະ​ກຳ​ປີ​ປະ​ດິດ​ສ້າງ​ໃໝ່​ຈີນ-ອາ​ຊຽນ​ໃຫ້​ດີ ແລະ​ອັນ​ສຸດ​ທ້າຍ ຈະ​ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່​ລະ​ຫວ່າງ​ຂໍ້​ລິ​ເລີ່ມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ກັບ “ແຜນ​ການ​ລວມ​ແຫ່ງ​ການ​ເຊື່ອມ​ຈອດ​ກັນ​ຂອງ​ອາ​ຊຽນ 2025”.

ທ່ານ ລິມ​ຈອກ​ໂຮຍ ກ່າວ​ວ່າ: ກອງ​ເລ​ຂາ​ອາ​ຊຽນ ຍິນ​ດີ​ເສີມ​ຂະ​ຫຍາຍ​ບົດ​ບາດ​ທີ່​ຕັ້ງ​ໜ້າ ເພື່ອ​ລົງ​ເລິກ​ການ​ຮ່ວມ​ມື​ລະ​ຫວ່າງ​ອາ​ຊຽນ​ກັບ​ຈີນ​ໃນ​ຂົງ​ເຂດ​ຕ່າງໆ, ເຊັ່ນ: ການ​ເມືອງ, ເສດ​ຖະ​ກິດ​ການ​ຄ້າ, ສັງ​ຄົມ, ວັດ​ທະ​ນະ​ທຳ ແລະ​ອື່ນໆ.

ສອງ​ຝ່າຍ​ຍັງ​ໄດ້​ແລກ​ປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ບັນ​ຫາ​ທະ​ເລ​ຈີນ​ໃຕ້ ໂດຍ​ມີ​ຄວາມ​ເຫັນ​ເປັນ​ເອ​ກະ​ພາບ​ກັນ​ວ່າ: ຜ່ານ​ຈາກ​ຄວາມ​ພະ​ຍາ​ຍາມ​ຂອງ​ຈີນ​ແລະ​ປະ​ເທດ​ອາ​ຊຽນ, ສະ​ຖາ​ນະ​ການ​ທະ​ເລ​ຈີນ​ໃຕ້​ໄດ້​ມີ​ຄວາມ​ໝັ້ນ​ທ່ຽງ​ຢ່າງ​ເດັ່ນ​ຊັດ. ທ່ານ ວາງຢີ້ ກ່າວ​ເນັ້ນ​ວ່າ, ທະ​ແນມ​ແຕ່​​ວ່າປະ​ເທດນອກ​ພາກ​ພື້ນ​ບໍ່​ກໍ່​ເລື່ອງ, ທະ​ເລ​ຈີນ​ໃຕ້​ກໍ​ຈະ​ຮັກ​ສາ​ສະ​ຖຽນ​ລະ​ພາບ, ການ​ປຶກ​ສາ​ຫາ​ລື “ກົດ​ແຫ່ງ​ການ​ປະ​ພຶດ​ຢູ່​ທະ​ເລ​ຈີນ​ໃຕ້” ຫຼື COC ກໍ​ຈະ​ມີ​ຄວາມ​ຄືບ​ໜ້າ​ຢ່າງ​ສະ​ດວກ.

ຄຳ​ເຫັນ

0