尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ລົງ​ຄະ​ແນນ​ສຽງ​ຜ່ານ​ກົດ​ໝາຍ​ວ່າ​ດ້ວຍ​ຄວາມ​ໝັ້ນ​ຄົງ​ທາງ​ອິນ​ເຕີ​ເນັດ

2018-06-13 15:24:58 cri

ວັນ​ທີ 12 ມິ​ຖຸ​ນາ​ນີ້, ກອງ​ປະ​ຊຸມ​ຄັ້ງ​ທີ 5 ຂອງ​ສະ​ພາ​ແຫ່ງ​ຊາດ​ສະ​ໄໝ​ທີ 14 ຂອງ​ຫວຽດ​ນາມ​ໄດ້​ຜ່ານ​ກົດ​ໝາຍ​ວ່າ​ດ້ວຍ​ຄວາມ​ໝັ້ນ​ຄົງ​ທາງ​ອິນ​ເຕີ​ເນັດ​ດ້ວຍ​ບັດ​ເຫັນ​ດີ 86,86%. ເຊິ່ງ​ກົດ​ໝາຍ​ສະ​ບັບ​ດັ່ງ​ກ່າວ​ໄດ້​ມີ 7 ພາກ 43 ມາດ​ຕາ,ໄດ້ລະ​ບຸຂໍ້​ກຳ​ນົດ​ກ່ຽວ​ກັບ​ການ​ປົກ​ປັກ​ຮັກ​ສາຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ແລະ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ທາງ​ສັງ​ຄົມ​,ກໍ່​ຄືໜ້າ​ທີ່​ຄວາມ​ຮັບ​ຜິດ​ຊອ​ບ​ຂອງ​ບັນ​ດາ​ອົງ​ການ​ທີ່​ກ່ຽວ​ຂ້ອງ,ບັນ​ດາອົງ​ການ​ຈັດ​ຕັ້ງ​ແລະ​ບຸກ​ຄົນ​ໃນ​ການ​ໃຊ້ເຄືອ​ຂ່າຍອິນ​ເຕີ​ເນັດ.

ອີງ​ຕາມ​ຂໍ້​ກຳ​ນົດ,ວິ​ສາ​ຫະ​ກິດ​ພາຍ​ໃນ​ແລະ​ຕ່າງ​ປະ​ເທດ​ທີ່​ໃຫ້​ການ​ບໍ​ລິ​ການ​ທີ່​ກ່ຽວ​ຂ້ອງ​ທາງ​ອິນ​ເຕີ​ເນັດ​ຢູ່​ດິນ​ແດນ​ຫວຽດ​ນາມ ຕ້ອງ​ສ້າງ​ຖານ​ຂໍ້​ມູນ​ຜູ້​ໃຊ້​ອິນ​ເຕີເນັດ​ຢູ່​ດິນ​ແດນ​ຫວຽດ​ນາມ,ວິ​ສາ​ຫະ​ກິດ​ຕ່າງ​ປະ​ເທດ​ທີ່​ກ່ຽວ​ຂ້ອງ​ຕ້ອງ​ສ້າງ​ຕັ້ງສຳ​ນັກ​ງານ​ຢູ່​ຫວຽດ​ນາມ.

ວິ​ສາ​ຫະ​ກິດ​ພາຍ​ໃນ​ແລະ​ຕ່າງ​ປະ​ເທດ​ທີ່​ໃຫ້​ການ​ບໍ​ລິ​ການ​ທີ່​ກ່ຽວ​ຂ້ອງ​ທາງ​ອິນ​ເຕີ​ເນັດ​ຢູ່​ດິນ​ແດນ​ຫວຽດ​ນາມ​ຕ້ອງກວດ​ສອບ​ຂໍ້​ມູນ​ທະ​ບຽນ​ຂອງຜູ້​ໃຊ້​ອິ​ນ​ເຕີເນັດ ພ້ອມ​ທັງ​ສະ​ໜອງ​ຂໍ້​ມູນ​ທີ່​ກ່ຽວ​ຂ້ອງ​ຕາມ​ຄວາມ​ຕ້ອງ​ການ​ດ້ານ​ການກວດ​ກາ​ຂອງ​ພາກ​ສ່ວນ​ປ້ອງ​ກັນ​ຄວາມ​ສະ​ຫງົບ.

ກົດ​ໝາຍ​ດັ່ງ​ກ່າວ​ໄດ້​ລະ​​ບຸ​ຂໍ້​ກຳ​ນົດລະ​ອຽດ​ກ່ຽວ​ກັບ​ການ​ກະ​ທຳ​ຕ່າງໆ​ເຊັ່ນ: ຫ້າມ​ບໍ່​ໃຫ້​ໃຊ້​ຊ່ອງ​ທາງ​ອິນ​ເຕີ​ເນັດ​ເປີດ​ເຜີຍ​ຂໍ້​ມູນ​ທີ່ເປັນ​ການປຸກ​ປັ່ນ​ການ​ຕໍ່​ຕ້ານ​ລັດ,ບິດ​ເບືອນ​ປະ​ຫວັດ​ສາດ,ທຳ​ລາຍ​ຄວາມ​ສາ​ມັກ​​ຄີ​ພາຍ​ໃນຊາດ,ໃສ່​ຮ້າຍ​ປ້າຍ​ສີ​ສາ​ດ​ສະ​ໜາ,ເຜີຍ​ແຜ່ຂໍ້​ມູນ​ປອມ​ແລະ​ຂໍ້​ມູນ​ທີ່​ມີ​ຜົນ​ກະ​ທົບ​ຕໍ່​ສັງ​ຄົມ​ແລະ​ການ​ກະ​ທຳ​ອື່ນໆ.

ຄຳ​ເຫັນ

0