李建祥

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເຈົ້າ​ໜ້າ​ທີ່​ທາງ​ລົດ​ໄຟ​ຂອງ 13 ປະ​ເທດ​ຍົກ​ລະ​ດັບ​ຢູ່​ຈີນ

2018-06-13 13:38:21 cri

    ພະ​ນັກ​ງານ​ຄຸ້ມ​ຄອງ​ທາ​ງ​ລົດ​ໄຟ 63 ຄົນ​ຈາກ 13 ປະ​ເທດ​ພວມ​ພັດ​ທະ​ນາ​ຂອງ​ອາ​ຊີ​ແລະ​ອາ​ຟ​ຣິ​ກາ ໄດ້​ເດີນ​ທາງ​ເຖິງ​ໂຮງ​ຮຽນ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ອູ​ຮ້ານ​ທີ່​ຖືກ​ຂະ​ໜານ​ນາມ​ວ່າ “ໂຮງ​ຮຽນ​ຂັບ​ຂີ່​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ”​ຂອງ​ຈີນໃນ​ວັນ​ທີ 12 ມິ​ຖຸ​ນານີ້​ເພື່ອ​ຖອດ​ຖອນ​ບົດ​ຮຽນ​ແລະ​ຍົກ​ລະ​ດັບ​ວິ​ຊາ​ການ.

    ມື້​ດັ່ງ​ກ່າວ, ຜ່ານ​ຮູບ​ການ​ຕ່າງໆ​ເຊັ່ນ: ງານ​ບັນ​ຍາຍ, ການ​ປຶກ​ສາ​ຫາ​ລື​ໂດຍ​ແບ່ງ​ເປັນ​ຈຸ, ການ​ຊົມ​ຢູ່​ກັບ​ທີ່, ການ​ຈຳ​ລອງ​ການ​ຂັບ​ລົດ​ໄຟ​ຄວາມ​ໄວ​ສູງ ແລະ​ອື່ນໆ, ພະ​ນັກ​ງານ​ຄຸ້ມ​ຄອງ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງຈາກ 63 ປະ​ເທດ​ເຫຼົ່າ​ນີ້ ໄດ້​ຮັບ​ຮູ້​ຜົນ​ສຳ​ເລັດ​ການ​ພັດ​ທະ​ນາ, ບົດ​ຮຽນ​ທີ່​ກ່ຽວ​ຂ້ອງ ແລະ​ເຕັກ​ນິກ​ທີ່​ກ້າວ​ໜ້າ​ຂອງ​ທາງ​ລົດ​ໄຟ​ຈີນ, ຮ່ຳ​ຮຽນ​ຄວາມ​ຮູ້​ວິ​ຊາ​ສະ​ເພາະ​ໃນ​ດ້ານ​ການ​ຄຸ້ມ​ຄອງ​ການ​ຈັດ​ສັນ​, ສັນ​ຍານ​ການ​ສື່​ສານ, ວິ​ທີ​ການ​ຂັບ​ຂີ່, ການ​ສະ​ໜອງ​ໄຟ​ຟ້າ ແລະ​ອື່ນໆ​ຂອງ​ລົດ​ໄຟ​ຄວາມ​ໄວ​ສູງ​ຂອງ​ຈີນ.

    ຂ່າວ​ແຈ້ງວ່າ, ພະ​ນັກ​ງານ​ຄຸ້ມ​ຄອງ​ທາງ​ລົດ​ໄຟ​ກຸ່ມນີ້​ມາ​ຈາກ​ປະ​ເທດ​ລຽບ​ຕາມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ເຊັ່ນ: ລາວ, ໄທ, ສີ​ລັງ​ກາ, ອຸ​ສ​ເບ​ກີ​ສະ​ຖານເປັນ​ຕົ້ນ ພ້ອມ​ດ້ວຍ​ປະ​ເທດ​ອາ​ຟ​ຣີ​ກາ​ຈຳ​ນ​ວນ​ໜຶ່ງ ເຊັ່ນ: ກາ​​ນາ ແລະ​ກາ​ເມີ​ຣູນ​ເປັນ​ຕົ້ນ.

ຄຳ​ເຫັນ

0