黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະທານາທິບໍດີ​ມຽນມາ​ຈະ​ຢ້ຽມຢາມ​ໄທ

2018-06-13 17:06:36 CRI

ກະຊວງ​ການ​ຕ່າງປະ​ເທດ​ໄທ ຢືນຢັນ​ໃນ​ວັນ​ທີ 12 ມິຖຸນາ​ນີ້​ວ່າ: ທ່ານວິນ​ມິນ ປະທານາທິບໍດີ​ມຽນມາ ຈະ​ເດີນທາງ​ຢ້ຽມຢາມ​ປະ​ເທດ​ຕົນ​ແຕ່​ວັນ​ທີ 14-16 ມິຖຸນາ​ນີ້ ​ໂດຍ​ຈະ​ພົບ​ປະ​ກັບ​ທ່ານ​ປະຍຸດ ຈັນ​ໂອຊາ ນາຍົກລັດຖະມົນຕີ​ໄທ ​ແລະ​ເຂົ້າຮ່ວມ​ກອງ​ປະຊຸມ​ການ​ຮ່ວມ​ມື​ທາງ​ຍຸດ​ທະ​ສາດ​ເສດ​ຖະກິດ​ແມ່​ນ້ຳອີຣະວະ​ດີ-​ແມ່​ນ້ຳ​ເຈົ້າພະຍາ-​ແມ່​ນ້ຳຂອງ​ (ACMECS) ຄັ້ງທີ 8 ທີ່​ຈະຈັດ​ຂຶ້ນຢູ່ະຄອນ​ຫຼວງບາງກອກ.

ຂ່າວ​ລາຍ​ງານ​ຕື່ມ​ວ່າ ນີ້​ຈະ​ເປັນ​ການ​ເດີນທາງ​ຢ້ຽມຢາມ​ຕ່າງປະ​ເທດ​ຄັ້ງທຳ​ອິດ​ນັບ​ແຕ່​ທ່ານ​ວິນ​ມິນ ຂຶ້ນຮັບ​ຕຳ​ແໜ່​ງປະທານາທິບໍດີ​ມຽນມາ​ໃນ​ເດືອນ​ມີນາ​ປີ​ນີ້​ເປັນຕົ້ນມາ.

ປີ​ນີ້​ແມ່ນ​ປີ​ຄົບຮອບ 70 ປີ​ຂອງ​ການ​ສ້າງຕັ້ງການ​ພົວພັນ​ທາງ​ການທູດ​ລະຫວ່າງ​ໄທ ​ແລະ​ມຽນມາ ​ແລະ ການ​ເດີນທາງຢ້ຽມຢາມ​ໄທ​ຂອງ​ທ່ານ​ວິນ​ມິນເທື່ອ​ນີ້​ຖື​ວ່າເປັນ​ໂອກາດ​ສຳຄັນ​ສຳລັບ​ສອງ​ປະ​ເທດ​ໃນ​ການ​ປຶກສາ​ຫາລື​ການ​ຮ່ວມ​ມື​ທາງ​ຍຸດ​ທະ​ສາດ​ການ​ພັດທະນາ.

​ໄທ​ແມ່ນ​ປະ​ເທດ​​ອັນ​ດັບ​ທີ 3 ​ໃນ​ບັນດາ​ປະ​ເທດ​ທີ່​ລົງທຶນ​ຫຼາຍຢູ່​ມຽນມາ, ອີງ​ຕາມສະຖິຕິສະ​ແດງ​ໃຫ້​ເຫັນ​ວ່າ: ມາ​ຮອດ​ເດືອນ​ມີນາ​ປີ​ນີ້, ​ໄທ​ລົງທຶນ​ຢູ່​ມຽນມາ​ບັນລຸ​ເຖິງ 11.04 ຕື້​ໂດ​ລາ​ສະຫະລັດ ກວມ 14,5% ຂອງ​ການລົງທຶນ​ຕ່າງປະ​ເທດຢູ່​ມຽນມາ. ນອກ​ນີ້, ການ​ຄ້າ​ລະຫວ່າງສອງ​ປະ​ເທດ​ກໍ​ນັບ​ມື້​ນັບ​ຄຶກຄື້ນ.

ຄຳ​ເຫັນ

0