ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ຕາມຂ່າວ CRI: ກະຊວງການຕ່າງປະເທດຈີນໄດ້ອອກຖະແຫຼງການກ່ຽວກັບການພົບປະຂອງ ຜູ້ນຳ ສປປ ເກົາຫຼີແລະອາເມລິກາຢູ່ສິງກະໂປໃນວັນທີ 12 ມິຖຸນານີ້. ຖະແຫຼງການລະບຸວ່າ, ການພົບປະກັນລະຫວ່າງຜູ້ນຳ ສປປ ເກົາຫຼີແລະອາເມຣິກາໄດ້ຈັດຂຶ້ນແລະໄດ້ຮັບຜົນສຳເລັດຢ່າງຕັ້ງໜ້າ, ນີ້ແມ່ນຄວາມຄືບໜ້າສຳຄັນທີ່ຊຸກຍູ້ໃຫ້ແຫຼມເກົາຫຼີປອດອາວຸດນິວເຄຼຍແລະຂະບວນການແກ້ໄຂບັນຫານິວເຄຼຍແຫຼມເກົາຫຼີໃນທາງການເມືອງ. ຈີນສະແດງຄວາມຊົມເຊີຍຢ່າງສູງຕໍ່ການຕັດສິນໃຈທາງການເມືອງຂອງຜູ້ນຳສອງປະເທດ, ສະແດງຄວາມຊົມເຊີຍແລະສະໜັບສະໜູນຕໍ່ຜົນສຳເລັດທີ່ໄດ້ຮັບຂອງການພົບປະກັນ, ຂະນະດຽວກັນກໍໄດ້ຕີລາຄາສູງຕໍ່ຄວາມພະຍາຍາມຂອງຝ່າຍຕ່າງໆເພື່ອຊຸກຍູ້ໃຫ້ມີການພົບປະກັນທີ່ໄດ້ຮັບຜົນສຳເລັດ.
ຖະແຫຼງການລະບຸວ່າ, ການບັນລຸທີ່ເຮັດໃຫ້ແຫຼມເກົາຫຼີປອດອາວຸດນິວເຄຼຍ, ສິ້ນສຸດການເປັນປໍລະປັກກັນທີ່ຍືດເຍື້ອມາເປັນເວລາ 60 ກວ່າປີ, ການເຮັດໃຫ້ແຫຼມເກົາຫຼີກໍຄືຂອງພາກພື້ນມີສັນຕິພາບແລະຄວາມຈະເລີນຮຸ່ງເຮືອງຖາວອນແມ່ນສອດຄ່ອງກັບກະແສພັດທະນາຂອງຍຸກສະໄໝ, ທັງແມ່ນຄວາມຮຽກຮ້ອງຕ້ອງການທົ່ວໄປຂອງປະຊາຄົມໂລກ. ຜົນສຳເລັດທີ່ໄດ້ຮັບຂອງການພົບປະກັນລະຫວ່າງຜູ້ນຳ ສປປ ເກົາຫຼີແລະອາເມລິກາເທື່ອນີ້, ແມ່ນບາດກ້າວສຳຄັນທີ່ຖືກຕ້ອງທີ່ກ້າວໄປສູ່ເປົ້າໝາຍດັ່ງກ່າວ.
ຖະແຫຼງການກ່າວເນັ້ນວ່າ, ຈີນສະໜັບສະໜູນໃຫ້ແຫຼມເກົາຫຼີປອດອາວຸດນິວເຄຼຍ, ຍຶດໝັ້ນການຮັກສາສັນຕິພາບແລະສະຖຽນລະພາບຂອງແຫຼມເກົາຫຼີ, ຍຶດໝັ້ນໃນການແກ້ໄຂບັນຫາໂດຍຜ່ານການປຶກສາຫາລື, ແລະໄດ້ທຳຄວາມພະຍາຍາມຢ່າງບໍ່ລົດລະເພື່ອບັນລຸເປົ້າໝາຍເຫຼົ່ານັ້ນ.
ຄຳເຫັນ
0