黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​ກຸ່ມ​ພັນ​ທະ​ມິດສາ​ກົນໂຈມ​ຕີ​​ຊີ​ຣີ​ທາງ​ອາ​ກາດ​ສອງ​ມື້​ລຽນ​ຕິດ, ສົ່ງ​ຜົນ​ເຮັດ​ໃຫ້​ປະ​ຊາ​ຊົ​ນ 30 ຄົນ​ເສຍ​ຊີ​ວິດ

2018-06-13 16:56:48 cri

ຂ່າວ​ສານ​ຊີ​ຣີ​ລາຍ​ງານ​ວ່າ, ກຸ່ມ​ພັນ​ທະ​ມິດສາ​ກົນ​ທີ່​ນຳ​ໂດຍ​ອາ​ເມຣິ​ກາໄດ້​ໂຈມ​ຕີ​ແຂວງ​ອານ-ຮະ​ຊະ​ຄາ​ໃນ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ​ຊີ​ຣີ​ແຕ່​ວັນ​ທີ 11-12 ມິ​ຖຸ​ນາ​ນີ້, ສົ່ງ​ຜົນ​ເຮັດ​ໃຫ້​ປະ​ຊາ​ຊົນ​ທີ່​ບໍ່​ມີ​ໂທດ​ຫຍັງ​ເສຍ​ຊີ​ວິດ.

ກະ​ຊວງ​ການ​ຕ່າງ​ປະ​ເທດ​ຊີ​ຣີ​ໄດ້​ສົ່ງ​ຈົດ​ໝາຍ​ໄປ​ຍັງ​ເລ​ຂາ​ທິ​ການ​ໃຫຍ່​ແລະ​ປະ​ທານ​ສະ​ພາ​ຄວາມ​ໝັ້ນ​ຄົງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດອີກ​ເທື່ອ​ໜຶ່ງ​ໃນ​ວັນ​ທີ 12 ມິ​ຖຸ​ນາ​ນີ້, ​ເພື່ອກ່າວ​ປະ​ນາມກຸ່ມ​ພັນ​ທະ​ມິດສາ​ກົນ​ທີ່​ນຳ​ໂດຍ​ອາ​ເມ​ຣິ​ກາ​​ທີ່​ໄດ້ກໍ່​ອາ​ຊະ​ຍະ​ກຳ​ສົງ​ຄາມ​ແລະ​ລະ​ເມີດ​ຄວາມ​ເປັນມະ​ນຸດ, ທັງ​ໄດ້​ຮຽກ​ຮ້ອງ​ໃຫ້​ສະ​ພາ​ຄວາມ​ໝັ້ນ​ຄົງ​ຫາບ​ແບກ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​ຮັກ​ສາ​ສັນ​ຕິ​ພາບ​ແລະ​ຄວາມ​ໝັ້ນ​ຄົງ​ສາ​ກົນ, ​ແລະກ່າວ​ປະ​ນາມການ​ກະ​ທຳ​ທີ່​ເປັນ​ການສັງ​ຫານ​ໝູ່​ດັ່​ງ​ກ່າວ.

ຄຳ​ເຫັນ

0