李建祥

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຜູ້​ນຳ​ອາ​ເມ​ຣິ​ກາ​ແລະ​ສ​ປ​ປ​ເກົາຫຼີ​ຮັບ​ເອົາ​ຄຳ​ເຊື້ອ​ເຊີນ​ໄປ​ຢ້ຽມ​ຢາມ​ປະ​ເທດ​ຂອງ​ກັນ​ແລະ​ກັນ

2018-06-14 10:41:41 cri

    ຂ່າວ​ສານ​ສູນ​ກາງ​ເກົາຫຼີ​ລາຍ​ງານ​ໃນ​ວັນ​ທີ 13 ມິ​ຖຸ​ນານີ້​ວ່າ, ໃນ​ການ​ພົບ​ປະ​ຄັ້ງ​ທຳ​ອິດ​ລະ​ຫວ່າງ​ຜູ້​ນຳ​ສ​ປ​ປ​ເກົາຫຼີ​ກັບ​ອາ​ເມ​ລິ​ກາ​ຢູ່​ສິງ​ກະ​ໂປ​ໃນ​ວັນ​ທີ 12 ມິ​ຖຸ​ນານີ້, ທ່ານ ກິມ​ເຈິງ​ອູນ ຜູ້​ນຳ​ສູງ​ສຸດ​ສ​ປ​ປ​ເກົາຫຼີ​ ໄດ້​ຮັບ​ເອົາ​ຄຳ​ເຊື້ອ​ເຊີນໄປ​ຢ້ຽມ​ຢາມ​​ອາ​ເມ​ຣິ​ກາຂອງ​ທ່ານ ໂດ​ໂນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ​, ພ້ອມ​ກັນ​ນັ້ນ, ທ່ານ​ກໍ​ໄດ້​ເຊື້ອ​ເຊີນ​ທ່ານ ທ​ຣຳ ​ໃຫ້ໄປ​ຢ້ຽມ​ຢາມ​ພຽງ​ຢາງ​ໃນ​ເວ​ລາ​ອັນ​ເໝາະ​ສົມ, ທ່ານ ທ​ຣຳ ກໍ​ໄດ້​ຮັບ​ເອົາ​ຄຳ​ເຊື້ອ​ເຊີນ​ດັ່ງ​ກ່າວ​ເຊັ່ນ​ດຽວ​ກັນ.

    ຂ່າວ​ແຈ້ງວ່າ: ທ່ານ ກິມ​ເ​ຈີງ​ອູນ​ຫວັງ​ວ່າ, ສອງ​ຝ່າຍ​ຕ້ອງ​ນຳ​ໃຊ້​ມາດ​ຕະ​ການທີ່​ຕັ້ງ​ໜ້າ​ເພື່ອ​ຈັດ​ຕັ້ງ​ປະ​ຕິ​ບັດ​ຕາມ​​ຂໍ້​ຕົກ​ລົງ​ທຸກ​ຂໍ້​ທີ່​ປຶກ​ສາ​ຫາ​ລື​ໃນ​ການ​ພົບ​ປະ​ຄັ້ງ​ນີ້​ພ້ອມ​ດ້ວຍ​ຖະ​ແຫຼງ​ການ​ຮ່ວມ​ໂດຍ​ໄວ, ແລະ​ຫວັງ​ວ່າ, ກ່ອນ​ອື່ນ, ສອງ​ຝ່າຍ​ຕ້ອງ​ຢຸດ​ຕິ​ການ​ເຄື່ອນ​ໄຫວ​ທາງ​ການ​ທະ​ຫານ​ທີ່​ເປັນ​ການ​ຍຸ​ຍົງແລະ​ເປັນ​ປໍ​ລະ​ປັກ​ກັນ.

    ທ່ານ ກິມ​ເຈີງ​ອູນ ກ່າວ​ວ່າ, ຖ້າ​ຫາກວ່າ​ອາ​ເມ​ຣິ​ກາ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງ​ກັນ​ແລະ​ກັນ​ຢ່າງ​ຈິງ​ໃຈ, ສ​ປ​ປ​ເກົາຫຼີ​ກໍ​ຈະ​​ປະ​ຕິ​ບັດ​ໃຫ້​ສົມ​ຄູ່​ກັນ​ເຊັ່ນ​ດຽວ​ກັນ.

ຄຳ​ເຫັນ

0