尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອີ​ຣານ​ກ່າວ​ວ່າ: ຖ້າ​ສັນ​ຍາ​ກ່ຽວ​ກັບ​ບັນ​ຫາ​ນິວ​ເຄ​ລຍ​ຂອງ​ອີ​ຣານ​ບໍ່​ມີ​ຜົນ​ສັ​ກ​ສິດ ອີ​ຣານ​ກໍ່ຈະຟື້ນ​ຟູ​ການ​ເພີ່ມ​ສະ​ມັດ​ຖະ​ນະ​ທາດ​​ຢູ​ເຣ​ນຽມ​ຂອງ​ໂຮງ​ໂຟ​ໂດຄືນ​ໃໝ່

2018-06-14 11:51:07 cri

ວັນ​ທີ 13 ມິ​ຖຸ​ນາ​ນີ້, ທ່ານ ເບ​ຮຸ​ສ໌ ຄາ​ມາ​ວານ​ດີ ໂຄ​ສົກ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ອີ​ຣານ​ກ່າວ​ວ່າ, ຖ້າ​ສັນ​​ຍາ​ຮອບ​ດ້ານ​ກ່ຽວ​ກັບ​ບັນ​ຫາ​ນິວ​ເຄຼຍຂອງ​ອີ​ຣານ​ບໍ່​ມີ​ຜົນ​ສັກ​ສິດ,ອີ​ຣານ​ຈະຟື້ນ​ຟູ​ການເພີ່ມ​ສະ​ມັດ​ຖະ​ນະ​ທາດ​​​​ຢູ​ເຣ​ນຽມ​ຂອງ​ໂຮງ​ໂຟ​ໂດຄືນ​ໃໝ່.

ທ່ານ ໂດ​ໂນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ​ໄດ້​ປະ​ກາດ​ໃນ​ວັນ​ທີ 8 ພຶດ​ສະ​ພາ​ຜ່ານ​ມາວ່າ:ອາ​ເມຣິ​ກາ​ຈະ​ຖອນ​ອອກ​ຈາກ​ສັນ​ຍາ​ກ່ຽວ​ກັບ​ບັນ​ຫາ​ນິວ​ເຄ​ລຍ​ຂອງ​ອີ​ຣານ​, ແລະ​ຈະ​ດຳ​ເນີນ​ການ​ຂວ້ຳບາດ​ອີ​ຣານ​ຄືນ​ໃ​ໝ່​ທີ່​ໄດ້​ຮັບ​ການ​ຍົກ​ເລີກ​ຍ້ອນ​ສັນ​ຍາ​ກ່ຽວ​ກັບ​ບັນ​ຫາ​ນິວ​ເຄ​ເລຍ​ຂອງ​ອີ​ຣານ. ອີ​ຣານ​ກ່າວ​ວ່າ, ຈະ​ຢູ່​ໃນ​ສັນ​ຍາ​ດັ່ງ​ກ່າວ​ເປັນ​ການ​ຊົ່ວ​ຄາວ​ແລະ​ຈະປຶກ​ສາ​ຫາ​ລື​ກັບ​ຝ່າຍ​ຕ່າງໆ​ທີ່​ກ່ຽວ​ຂ້ອງ​ກັ​ບ​ສັນ​ຍາ,ແຕ່​ຖ້າ​ຜົນ​ປະ​ໂຫຍດ​ຂອງ​ອີ​ຣານ​ທີ່​ລະ​ບຸ​ໄວ້​ໃນ​ສັນ​ຍາ​ບໍ່​ສາ​ມາດ​ໄດ້​ຮັບ​ການ​ປົກ​ປັກ​ຮັກ​ສາ​ໄດ້,ອົງ​ການ​ພະ​ລັງ​ງານປະ​ລະ​ມາ​ນູ​ອີ​ຣານ​ກໍ່​ຈະ​ຟື້ນ​ຟູ​ການເພີ່ມ​ສະ​ມັດ​ຖະ​ນະ​ທາດ​​ຢູ​ເຣ​ນຽມ​ຂອງ​ໂຮງ​ໂຟ​ໂດຄືນ​ໃໝ່​ທຸກລະ​ດັບ.

ຄຳ​ເຫັນ

0