尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເອກ​ອັກ​ຄະ​ລັດ​ຖະ​ທູດ​ຟີ​ລິບ​ປິນ​ປະ​ຈຳ​ຈີນ​ກ່າວ​ວ່າ: ຟີ​ລິບ​ປິນ​ຖະ​ໜຸ​ຖະໜອມ​ການ​ພົວ​ພັນ​ ​ມິ​ດ​ຕະ​ພາ​ບ​ແລະ​ການ​ຮ່ວມ​ມື​ທີ່​ແໜ້ນ​ແຟ້ນ​ກັບ​ຈີນ

2018-06-14 11:50:13 cri

图片默认标题_fororder_1

ຕາມ​ຂ່າວCRI: ​ວັນ​ທີ 12 ມິ​ຖຸ​ນາ​ນີ້, ຢູ່​ທີ່​ປັກ​ກິ່ງ, ທ່ານ ໂຈ​ສ ຊານ​ຕີ​ອາ​ໂກ ສ​ຕາ ໂຣ​ມາ​ນາ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຟີ​ລິບ​ປິນ​ປະ​ຈຳ​ຈີນ​ກ່າວວ່າ: ໃນ​ຊຸມ​ປີ​ຜ່ານ​ມາ, ການ​ພົວ​ພັນ​ລະ​ຫວ່າງ​ຟີ​ລິບ​ປິນ-ຈີນ​ໄດ້​ຮັບ​ການ​ພັດ​ທະ​ນາ​ແມ່ນ​ຍ້ອນ​ໄດ້​ຮັບໝາກ​ຜົນ​ຈາກ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຢ່າງ​ເປັນ​ເຈົ້າ​ຕົນ​ເອງ​ແລະ​ເອ​ກະ​ລາດ​ຂອງ​ລັດ​ຖະ​ບານ​ຟີ​ລິບ​ປິ​ນ​ຊຸດໃນ​ປັດ​ຈຸ​ບັນ,ຟີ​ລິບ​ປິນ​ຖະ​ໜຸ​​ຖະ​ໜອມການ​ພົວ​ພັນ​ມິ​ດ​ຕະ​ພາ​ບ​ແລະ​ການ​ຮ່ວມ​ມື​ທີ່​ແໜ້ນ​ແຟ້ນ​ກັບ​ຈີນ.

图片默认标题_fororder_2

ວັນ​ທີ 12 ມິ​ຖຸ​ນາ​ນີ້​ແມ່ນ​ວັນ​ລະ​ນຶກການ​ເປັນ​ເອ​ກະ​ລາດ​ຂອງ​ຟີ​ລິບ​ປິນ​ຄົບ​ຮອບ 120 ປີ. ທ່ານ ໂຈ​ສ ຊານ​ຕີ​ເອ​ໂກ ສ​ຕາ ໂຣ​ມາ​ນາ ໄດ້​ໃຫ້​ທັດ​ສະ​ນະ​ດັ່ງ​ກ່າວ​ໃນ​ເວ​ລາ​ເຂົ້າ​ຮ່ວມ​ງານ​ລ້ຽງຮັບ​ຮອງເພື່ອ​ສະ​ຫຼອງວັນ​ລະ​ນຶກດັ່ງ​ກ່າວ​ທີ່​ສະ​ຖານ​ທູດ​ຟີ​ລິບ​ປິນ​ປະ​ຈຳ​ຈີນ​ຈັດ​ຂຶ້ນ.

图片默认标题_fororder_3
ທ່ານ​ທູດກ່າວ​ເນັ້ນ​ວ່າ: ຟີ​ລິບ​ປິນ​ຖື​ຈີນ​ເປັນ​ຄູ່​ຮ່ວມ​ເສດ​ຖະ​ກິດ​ການ​ຄ້າ​ແ​ລະ​ຄູ່​ຮ່ວມ​ການ​ເມືອງ​ທີ່​ສຳ​ຄັນ​ຂອງ​ຕົນ. ທ່ານ​ກ່າວ​ວ່າ, ຈີນ​ໄດ້​ໃຫ້​ການ​ສະ​ໜັບ​ສະ​ໜູນ​ຢ່າງ​ແຂງ​ແຮງ​ແກ່​ຟີ​ລິບ​ປິນ​ໃນ​ການຕໍ່​ຕ້ານ​ລັດ​ທິ​ກໍ່​ການ​ຮ້າຍ​ແລະ​ອາ​ຊະ​ຍາ​ກຳ​ຂ້າມ​ຊາດ,ພ້ອມ​ກັນ​ນັ້ນ ຈີນ​ກໍ່​ເປັນ​ຄູ່​ຮ່ວມ​ການ​ຄ້າ​ອັນ​ດັບ​ໜຶ່ງ​ແລະ​ແຫຼ່ງ​ນັກ​ທ່ອງ​ທ່ຽວ​ອັນ​ດັບ​ທີ 2 ຂອງ​ຟີ​ລິບ​ປິນ. ທ່ານ​ຍັງ​ໄດ້​ກ່າວ​ເປັນພິ​ເສດ​ວ່າ,ຈີນ​ຍັງ​ໄດ້​ໃຫ້​ການ​ຊ່ວຍ​ເຫຼືອ​ທີ່​ສຳ​ຄັນ​​ແກ່​ລັດ​ຖະ​ບານ​ຟີ​ລິບ​ປິນ​ໃນການສ້າງ​ພື້ນ​ຖານ​ໂຄງ​ລ່າງ​ຂອງ​ຟີ​ລິບ​ປິນ​ແລະ​​ການ​ຍຶດ​ເອົາ​ຄືນເມືອງ​ມາ​ລາ​ວີ​ທາງ​ພາກ​ໃຕ້​ຟີ​ລິບ​ປິນ​ກໍ່​ຄືວຽກ​ງານ​ສ້າງ​ສາ​ຄືນ​ໃໝ່​ຫຼັງ​ສົງ​ຄາມ​ຂອງ​ເມືອງ​​ດັ່ງ​ກ່າວ.

ທ່າ​ນ​ທູດ ໂຈ​ສ ຊານ​ຕີ​ອາ​ໂກ ສ​ຕາ ໂຣ​ມາ​ນາ ກ່າວ​ວ່າ, ປີ​ນີ້ ຟີ​ລິບ​ປິນ​ຈະ​ປະ​ຕິ​ບັດ​ໜ້າ​ທີ່​ເປັນ​ປະ​ເທດ​ປະ​ສານ​ງານ​ການ​ພົວ​ພັນ​ຈີນ-ອາ​ຊຽນ,ຫວັງ​ວ່າ​ໃຊ້ໂອ​ກາດ​ນີ້​ຍົກ​ລະ​ດັບ​ການ​ຮ່ວມ​ມື​ສອງ​ຝ່າຍໃຫ້​ສູງ​ຂຶ້ນ​ຕື່ມ​ອີກ.

ຄຳ​ເຫັນ

0