李建祥

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຣັດ​ເຊຍ​ໄດ້​ກຽມ​ພ້ອມ​ແລ້ວ​ເພື່ອ​ບານ​ເຕະ​ໂລກ

2018-06-14 10:43:30 cri

    ວັນ​ທີ 13 ມິ​ຖຸ​ນານີ້, ທ່ານ ວະ​ລາ​ດີ​ເມຍ ປູ​ຕິນ ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ ໄດ້​ກ່າວ​ປາ​ໄສ​ຕໍ່​ຜູ້ຕາງ​ໜ້າ​ສະ​ມາ​ຄົມທີ່​ເປັນ​ສະ​ມາ​ຊິກ 200 ກວ່າ​​ຄົນ​ຂອງ​ສະ​ຫະ​ພັນ​ບານ​ເຕະ​ໂລກ​ແລະ​ສື່ມວນ​ຊົນ​ທົ່ວ​ໂລກ​ໃນ​ກອງ​ປະ​ຊຸມ​ສະ​ຫະ​ພັນ​ບານ​ເຕະ​ໂລກ​ຄັ້ງ​ທີ 68 ວ່າ, ຣັດ​ເຊຍ​ໄດ້​ກຽມ​ພ້ອມ​ແລ້ວ ແລະ​ຍິນ​ດີ​ຕ້ອນ​ຮັບ​ແຟນ​ບານ​​ທົ່ວ​ໂລກ​ມາ​ສຳ​ຜັດ​ກັບ​ຄວາມ​ຮັກ​ແພງ​ຕໍ່​ແຂກ​​ຄົນ​ທັງຫຼາຍ​ໃນ​ແຫ່ງນີ້.

    ກອງ​ປະ​ຊຸມ​ສະ​ຫະ​ພັນ​ບານ​ເຕະ​ໂລກໄດ້​ໄຂ​ຂຶ້ນ​ຢູ່​ສູນ​ປະ​ຊຸມ​ແລະ​ວາງ​ສະ​ແດງ​ມົ​ສ​ກູ​ໃນ​​ວັນ​ທີ 13 ມິ​ຖຸ​ນານີ້, ທ່ານ ປູ​ຕິນ ໄດ້​ຕັ້ງ​ໃຈ​ເດີນ​ທາງ​ໄປ​ກ່າວ​ປາ​ໄສ​ໃນ​ກອງ​ປະ​ຊຸມ ໂດຍ​ກ່າວ​ວ່າ: ຂອບ​ໃຈ​ສະ​ມາ​ຊິກ​​ທີ່​ກ່ຽວ​ຂ້ອງ​ຂອງ​ສະ​ຫະ​ພັນ​ບານ​ເຕະ​ໂລກ​ທີ່​ສະ​ໜັບ​ສະ​ໜູນ​ການ​ແຂ່ງ​ຂັນ​​ບານເຕະ ໂລກ​ທີ່​ຈັດ​ຂຶ້ນ​ຢູ່​ຣັດ​ເຊຍ ແລະ​ຣັດ​ເຊຍ​ກໍ​ຈະ​ບັນ​ລຸ​ຄວາມ​​ໄຝ່​ຝັນ​ໃນ​ການ​ຈັດ​ການ​ແຂ່ງ​ຂັນ​ບານ​ເຕະ​ໂລກ, ຫວັງ​ວ່າ ແຟນ​ບານ​ທົ່ວ​ໂລກ​ຈະ​ສາ​ມາດ​ມາ​ສຳ​ຜັດ​ກັບ​ສະ​ໜາມ​ກິ​ລາ​ແລະ​ພື້ນ​ຖານ​ໂຄງ​ລ່າງ​ອື່ນໆ​ທີ່​ທັນ​ສະ​ໄໝແລະ​ກ້າວ​ໜ້າ​ຂອງ​ຣັດ​ເຊຍ, ມີ​ຄວາມ​ເບີກ​ບານ​ມ່ວນ​ຊື່ນ​ກັບ​ການ​ແຂ່ງ​ຂັນ​ບານ​ເຕະ​ໂລກ​ທີ່​ໜ້າ​ຊົມ​ຄັ້ງ​ໜຶ່ງ ພ້ອມ​ທັງ​ສຳ​ຜັດ​ກັບ​ສະ​ເໜ່​ຂອງ​ປະ​ເທດຣັດ​ເຊຍ.

ຄຳ​ເຫັນ

0