李建祥

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສະ​ມັດ​ຊາ​ໃຫຍ່​​ອົງ​ການສະ​ຫະ​ປະ​ຊ​າ​ຊາດ​ຜ່ານ​ມະ​ຕິ​ເພື່ອ​ປົກ​ປ້ອງ​ປະ​ຊາ​ຊົນ​ປາ​ແລັ​ສ​ຕິນ

2018-06-14 16:17:15 cri

    ວັນ​ທີ 13 ມິ​ຖຸ​ນານີ້, ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ຜ່າ​ນ​ມະ​ຕິ​ສະ​ບັບ​ໜຶ່ງ​ເພື່ອ​ປົກ​ປ້ອງ​ປະ​ຊາ​ຊົນ​ປາ​ແລັ​ສ​ຕິນ. ກ່ອນ​ໜ້ານີ້, ມະ​ຕິ​ດັ່ງ​ກ່າວ​ສະ​ບັບ​ດັດ​ແກ້​ທີ່​ຮ່າງ​ໂດຍ​ອາ​ເມ​ຣິ​ການັ້ນ ບໍ່​ໄດ້​ຖືກ​ຮັບ​ຮອງ.

    ໃນ​ມື້​ດັ່ງ​ກ່າວ, ສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ໄດ້​ໄຂ​ກອງ​ປະ​ຊຸມ​ສຸກ​ເສີນ​ວິ​ສາ​ມັນ​ເພື່ອ​ລົງ​ຄະ​ແນນ​ສຽງ​ຕໍ່​ມະ​ຕິ​ດັ່ງ​ກ່າວ​ສະ​ບັບ​ຮ່າງ​ໃນ​ປັດ​ຈຸ​ບັນ ແລະ​ໄດ້​ຮັບ​ຮອງ​ດ້ວຍ 120 ສຽງ​ເຫັນ​ດີ, 8 ສຽງ​ຄັດ​ຄ້ານ ແລະບໍ່​ລົງ​ຄະ​ແນນ 45 ສຽງ.

    ມະ​ຕິ​ດັ່ງ​ກ່າວ​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ຝ່າຍ​ຈົ່ງ​ເຄົາ​ລົບ​​ກົດ​ໝາຍສິດ​ທິ​ມະ​ນຸດ​ສາ​ກົນ​ແລະ​ກົດ​ໝາຍ​ມະ​ນຸດ​ສະ​ທຳ​ສາ​ກົນ, ໃຊ້​ມາດ​ຕະ​ການ​ເພື່ອ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ຂອງ​ປະ​ຊາ​ຊົນ​ປາ​ແລັ​ສ​ຕິນ, ຮັບ​ປະ​ກັນ​ໃຫ້​ພວກ​ເຂົາ​ໄດ້​ຮັບ​ການ​ປົກ​ປ້ອງ, ທັງ​ລົງ​ໂທດ​ການ​ກະ​ທຳ​ທີ່​ລະ​ເມີດ​ກົດ​ໝາຍ​ສາ​ກົນ.

    ມະ​ຕິ​ຂອງ​ສະ​ມັດ​ຊາ​ໃຫຍ່​ອົງ​ການສະ​ຫະ​ປະ​ຊາ​ຊາດ ບໍ່​ມີ​ຜົນ​ບັງ​ຄັບ​ໃຊ້​ດ້ານ​ກົດ​ໝາຍ, ແຕ່​ໄດ້​ເປັນ​ຕົວ​ແທນເຈດ​ຈຳ​ນົງ​ສ່ວນຫຼາຍ​ຂອງ​ປະ​ຊາ​ຄົມ​ໂລກ​ໃນ​ລະ​ດັບ​ໃດ​ໜຶ່ງ​ທີ່​ມີ​ຄວາມ​ເປັນ​ທຳ.

ຄຳ​ເຫັນ

0