尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຂະ​ແໜງ​ການ​ຕັດ​ຫຍິບ​ຂອງ​ມຽນ​ມາ​ພັດ​ທະ​ນາ​ຢ່າງວ່ອງ​ໄວ

2018-06-15 17:10:03 cri

ຫວ່າງ​ມໍ່ໆ​ມາ​ນີ້, ນັກ​ທຸ​ລະ​ກິ​ດ​ຂະ​ແໜງ​ການ​ຕິດ​ຫຍິບ​ຂອງ​ມຽນ​ມາ​ກ່າວ​ວ່າ: ຮອ​ດປີ 2020, ຂະ​ແໜງ​ການ​ດັ່​ງ​ກ່າວ​ຈະ​ສ້າງວຽກ​ເຮັດ​ງານ​ທຳປະ​ມານ 1,5 ລ້ານຕຳ​ແໜ່ງໃຫ້​ແກ່​ທົ່ວ​ປະ​ເທດ​ມຽນ​ມາ,ສ້າງ​ລາຍ​ຮັບ​ທີ່​ເປັນ​ເງິນ​ຕາ​ຕ່າງ​ປະ​ເທດ​ທີ່​ມີ​ມູນ​ຄ່າ​ເກືອບ 8 ຫາ 10 ຕື້​ໂດ​ລາ​ສະ​ຫະ​ລັດ. ຂະ​ແໜງ​ການ​ຕັດ​ຫຍິບບໍ່​ພຽງ​ແຕ່​ແມ່ນ​ຂະ​ແໜງ​ການ​ສຳ​ຄັນ​ໜຶ່ງ​ທີ່​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ມຽນ​ມາ​ເທົ່າ​ນັ້ນ,ແຕ່​ຍັງ​ເປັນ​ຂົງ​ເຂດ​ທີ່​ໄດ້​ສະ​ໜອງວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ແຮງ​ງານ​ຫຼາຍ​ທີ່​ສຸດ​ອີກ​ດ້ວຍ.

ຕາມສະ​ຖິ​ຕິ​ການ​ປະ​ກອບ​ອາ​ຊີບ​ປີ 2015 ສະ​ແດງ​ໃຫ້​ເຫັນ​ວ່າ, ຂະ​ແໜງ​ການ​ຕັດ​ຫຍິບ​ໄດ້​ສະ​ໜອງວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ທົ່ວ​ປະ​ເທດ​ມຽນ​ມາ​ຫຼາຍກວ່າ 6 ແສນ​ຕຳ​ແໜ່ງ. ຊິ່ງໃນປັດ​ຈຸ​ບັນ​ຢູ່​ມຽນ​ມາ​ໄດ້​ມີ​ວິ​ສາ​ຫະ​ກິດ​ຕັດ​ຫຍິບ​ຫຼາຍກວ່າ 200 ແຫ່ງ,ຕົ້ນ​ຕໍ​ຕັ້ງ​ຢູ່​ບໍ​ລິ​ເວນ​ອ້ອມ​ຂ້າງນ​ະ​ຄອນ​ຢາງ​ກຸ້ງ.

ຄຳ​ເຫັນ

0