尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສ​.ເກົາ​ຫຼີ ແລະ ສ​ປ​ປ ເກົາ​ຫຼີ ຟື້ນ​ຟູ​ການ​ເຈ​ລະ​ຈາ​ການ​ທະ​ຫານ​ລະ​ດັບ​ສູງ​ຄືນ​ໃໝ່

2018-06-15 12:08:22 cri

ວັນ​ທີ 14 ມິ​ຖຸ​ນາ​ນີ້, ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ສ.ເກົາ​ຫຼີ ໄດ້​ອອກ​ຖະ​ແຫຼງ​ການ​ວ່າ ສ.ເກົາ​ຫຼີ ແລະ ສ​ປ​ປ​ ເກົາ​ຫຼີ ໄດ້​ຈັດ​ການ​ເຈ​ລະ​ຈາ​ການ​ທະ​ຫານ​ລະ​ດັບ​ສູງ​ຢູ່​ປານ​ມູນ​ຈອມ​ໃນ​ມື້​ດັ່ງ​ກ່າວ, ສອງ​ຝ່າຍໄດ້​ບັນ​ລຸ​ຄວາມ​ເປັນ​ເອ​ກະ​ພາບ​ກ່ຽວ​ກັບ​ການ​ຟື້ນ​​ຟູ​ວຽກ​ງານໂທ​ລະ​ຄົມ​ການ​ທະ​ຫານ​ຢູ່​ເຂດ​ທະ​ເລ​ຕາ​ເວັນ​ອອກ​ແລະ​ຕາ​ເວັນ​ຕົກ​ຂອງ​ແຫຼມ​ເກົາ​ຫຼີ. ເຊິ່ງ​ເປັນ​ການ​ຟື້ນ​ຟູ​ການ​ເຈ​ລະ​ຈາ​ການ​ທະ​ຫານ​ລະ​ດັບ​ສູງລະ​ຫວ່າງ​ສອງ​ຝ່າຍຄືນ​ໃນ​ຮອບ 10 ປີ​ກັບ​ອີກ 6 ເດືອນ.

ຖະ​ແຫຼງ​ການ​ຊີ້​ວ່າ,ສອງ​ຝ່າຍ​ຍັງ​ໄດ້​ແລກ​ປ່ຽ​ນ​ຄວາມ​ຄິດ​ຄວາມ​ເຫັນ​ກ່ຽວ​ກັບ​ຫຼາຍ​ຫົວ​ຂໍ້ ເຊິ່ງ​ລວມ​ທັງ​ການ​ຢຸດ​ຕິ​ທຸກການ​ກະ​ທຳ​ທີ່​ເປັນ​ປໍ​ລະ​ປັກ​ກັນ​ທີ່​ອາດ​ຈະ​ພາ​ໃຫ້​ເກີດ​ການ​ປະ​ທະ​ກັນ​ທາງການ​ທະ​ຫານ​,ຂີ​ດ​ແບ່ງ​ເຂດ “ເສັ້ນ​ຊາຍ​ແດນ​ທິດ​ເໜືອ” ຂອງ​ເຂດ​ທະ​ເລ​ພາກ​ຕາ​ເວັນ​ຕົກ​ຂອງ​ແຫຼມ​ເກົາ​ຫຼີ​ເປັນ​ເຂດ​ທະ​ເລ​ສັນ​ຕິ​ພາບ,ວາງ​ມາດ​ຕະ​ການ​ຮັບ​ປະ​ກັນ​ທາງການ​ທະ​ຫານ​ເພື່ອ​ຮັບ​ປະ​ກັນ​ການ​ຕິດ​ຕໍ່​ພົວ​ພັນ,ການ​ຮ່ວມ​ມື,ການ​ແລກ​ປ່ຽນ​ແລະ​ການ​ໄປ​ມາ​ຫາ​ສູ່​ກັນ,ຍົກ​ເລີກ​ກຳ​ລັງ​ປະ​ກອບ​ອາ​ວຸດ​ຢູ່​ເຂດປ້ອງ​ກັນ​ຮ່ວມການ​ທະ​ຫານ​ປານ​ມູນ​ຈອມ​ແລະ​ອື່ນໆ.

ຄຳ​ເຫັນ

0