覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈັດ​ພິ​ທີ​ເປີດ​ງານ​ວາງ​ສະ​ແດງ​ສັນ​ຈອນ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ຈີນ​ຢູ່​ມຽນ​ມາ

2018-06-15 17:19:27 cri

ງານ​ວາງ​ສະ​ແດງ​ສັນ​ຈອນ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ຈີນ​ສາ​ກົນ​ຢູ່​ມຽນ​ມາ​ພາຍ​ໃຕ້​ຫົວ​ຂໍ້ “ສຳ​ຜັດ​ວິ​ທະ​ຍາ​ສາດ,ເພື່ອ​ເປັນ​ແຮງ​ບັນ​ດານ​ໃຈ​ດ້ານ​ການ​ປະ​ດິດ​ສ້າງ”​ໄດ້​ຈັດ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ຢູ່​ໂຮງ​ຮຽນ​ມັດ​ທະ​ຍົມ​ເລກ​ທີ 6 ນະ​ຄອນຫຼວງ​ເນ​ປີ​ດໍ​ປະ​ເທດ​ມຽນ​ມາ​ໃນ​ວັນ​ທີ 14 ມິ​ຖຸ​ນາ​ນີ້​ໂດຍ​ພາຍ​ໃນ​ງານ​ວາງ​ສະ​ແດງ​ເທື່ອ​ນີ້​ຈະ​ເລືອກ​ສິ່ງວາງ​ສະ​ແດງ​ດີ​ເດັ່ນ 60 ກວ່າ​ອັນ​ເພື່ອ​ໃຫ້​ຜູ້​ຊົມ​ມີ​ສ່ວນ​ຮ່ວມຫຼາຍ ແລະ​ປະ​ກອບ​ມີຫຼາຍ​ຂົງ​ເຂດ​ເຊັ່ນ ວິ​ທະ​ຍາ​ສາດ​ຂັ້ນ​ພື້ນ​ຖານ,ຊີ​ວະ​ວິ​ທະ​ຍາ,ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ,ສຸ​ຂະ​ພາບ​ແລະ​ອື່ນໆ. ຕາມ​ແຜນ​ການ,ງານ​ວາງ​ສະ​ແດງ​ສັນ​ຈອນ​ຄັ້ງ​ນີ້​ຈະ​ຈັດ​ຂຶ້ນ​ຢູ່​ມຽນ​ມາ​ເປັນ​ເວ​ລາ 3 ປີ​.
 

 ນີ້​ແມ່ນ​ປະ​ເທດ​ທຳ​ອິດ​ທີ່​ງານ​ວາງ​ສະ​ແດງ​ສັນ​ຈອນ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ຈີນ​ຢູ່​ຕ່າງ​ປະ​ເທດ ເຊິ່ງ​ມີ​ຈຸດ​ປະ​ສົງ​ເພື່ອ​ໃຫ້​ບໍ​ລິ​ການ​ຖ່າຍ​ທອດ​ຄວາມ​ຮູ້​ວິ​ທະ​ຍາ​ສາດ​ແກ່​ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ​ທີ່​ຢູ່​ລຽບ​ຕາມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”​ແລະ​ໂຄງ​ການ​ນີ້​ຍັງ​ຈະ​ຈັດ​ຂຶ້ນ​ຢູ່​ກຳ​ປູ​ເຈຍ​ແລະ​ລາວ​ອີກ​ດ້ວຍ.

ຄຳ​ເຫັນ

0