黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໂຄສົກກະຊວງການຄ້າຈີນປະກອບຄຳເຫັນກ່ຽວກັບອາເມລິກາປະກາດມາດຕະການຕໍ່ການຄ້າກັບຈີນໃນ ວັນທີ 15 ມີຖຸນານີ້

2018-06-15 21:42:35 cri

ກ່ຽວກັບມາດຕະການຕໍ່ການຄ້າກັບຈີນທີ່ອາເມລິກາປະກາດໃນວັນທີ 15 ມີຖຸນານີ້, ໂຄສົກກະຊວງ ການຄ້າຈີນກ່າວໃນມື້ດຽວກັນວ່າ,ຈີນແລະອາເມລິກາໄດ້ຈັດການປຶກສາຫາລືກັນຫຼາຍຄັ້ງກ່ຽວກັບບັນຫາເສດຖະກິດການຄ້າ, ພະຍາຍາມຢາກແກ້ໄຂຄວາມຂັດແຍ້ງກັນ, ບັນລຸການໄດ້ຮັບຜົນປະໂຫຍດຮ່ວມກັນ. ແຕ່ເລື່ອງທີ່ເຮັດໃຫ້ພວກເຮົາຮູ້ສຶກເສຍດາຍນັ້ນຄືອາເມລິກາບໍ່ເອົາຫົວຊານຳຄວາມຮັບຮູ້ທີ່ເປັນເອກະພາບກັນລະຫວ່າງສອງຝ່າຍ, ມີທ່າທີຕ່າວໄປມາເລື້ອຍໆ ແລະກໍ່ສົງຄາມການຄ້າຂຶ້ນ ເຊິ່ງເປັນການກະທົບ ເຖິງຜົນປະໂຫຍດລະຫວ່າງສອງຝ່າຍ, ແລະໄດ້ທຳລາຍລະບຽບການຄ້າໂລກ, ຈີນສະແດງຄວາມຄັດ ຄ້ານຕໍ່ເລື່ອງນີ້ຢ່າງເດັດຂາດ.

ໂຄສົກດັ່ງກ່າວກ່າວວ່າ, ຈີນບໍ່ຢາກກໍ່ສົງຄາມການຄ້າ, ແຕ່ຢູ່ຕໍ່ໜ້າການກະທຳທີ່ເຫັນແກ່ໂຕເອງຂອງອາ ເມລິກາ, ຈີນຈຳເປັນຕ້ອງຕອບໂຕ້ຄືນຢ່າງແຂງແຮງ, ເດັດຂາດປົດປັກຮັກສາຜົນປະໂຫຍດແຫ່ງຊາດ ແລະຜົນປະໂຫຍດຂອງປະຊາຊົນ, ເດັດຂາດປົກປັກຮັກສາເສດຖະກິດໂລກາພິວັດ ແລະລະບຽບການຄ້າ ຫຼາຍຝ່າຍ. ພວພເຮົາຈະປະກາດນະໂຍບາຍເກັບພາສີທີ່ມີຂະໜາດ ແລະລະດັບດຽວກັນອອກມາ ເຊິ່ງໝາກຜົນດ້ານເສດຖະກິດການຄ້າທີ່ສອງຝ່າຍບັນລຸໄວ້ໃນກ່ອນໜ້ານີ້ ເປັນໂມຄະໃນຂະນະດຽວກັນນີ້.

 ໂຄສົກຊີ້ອອກວ່າ, ໃນຍຸກປະຈຸບັນ, ການກໍ່ສົງຄາມການຄ້າບໍ່ສອດຄ່ອງກັບຜົນປະໂຫຍດຂອງທົ່ວໂລກ, ພວກເຮົາຮຽກຮ້ອງໃຫ້ປະເທດຕ່າງໆໃນໂລກຈົ່ງເຄື່ອນໄຫວນຳກັນ, ເດັດຂາດຕໍ່ຕ້ານກັບການກະທຳທີ່ ຫຼ້າສະໄໝ ແລະຖອຍຄືນຫຼັງຄືແນວນີ້, ເດັດຂາດປົກປັກຮັກສາຜົນປະໂຫຍດຮ່ວມຂອງທົ່ວມວນມະນຸດ.

ຄຳ​ເຫັນ

0