黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຣັດ​ເຊຍ​ຮຽກ​ຮ້ອງ​ໃຫ້​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ດັດ​ແປງ​ມາດ​ຕະ​ການ​ຂວ້ຳ​ບາດ​ຕໍ່ ສ​ປ​ປ ເກົາ​ຫຼີ​ໃນ​ເວ​ລາ​ທີ່​ເໝາະ​ສົມ

2018-06-16 16:36:01 cri

ວັນ​ທີ 15 ມິ​ຖຸ​ນາ​ນີ້​ຢູ່​ນະ​ຄອນ​ຫຼວງ ມົ​ສ​ກູ ປະ​ເທດ​ຣັດ​ເຊຍ, ທ່ານ​ນາງ ມາ​ເຣຍ ​ຊາ​ຄາ​ໂຣ​ວາ, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຣັດ​ເຊຍ​ກ່າວ​ວ່າ, ຣັ​ດ​ເຊຍ​ເຊື່ອ​ໝັ້ນ​ວ່າ, ​ການ​ດັດ​ແປງ​ມາດ​ຕະ​ການ​ຂວ້ຳ​ບາດ​ຕໍ່ ສ​ປ​ປ ເກົາ​ຫຼີ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ​ໃນ​ເວ​ລາ​​ທີ່ເໝາະ​ສົມ, ແມ່ນ​ບາດ​ກ້າວ​ສຳ​ຄັນ​ທີ່​ເຮັດ​ໃຫ້​ສະ​ຖາ​ນະ​ການ​ແຫຼມ​ເກົາ​ຫຼີ​ຟື້ນ​ຟູ​ຄວາມ​ເປັນ​ປົກ​ກະ​ຕິ.

ທ່ານ​ນາງ​​ຊາ​ຄາ​ໂຣ​ວາ ກ່າ​ວ​ວ່າ, ບາງ​ປະ​ເທດ​ຂວ້ຳ​ບາດ ສ​ປ​ປ ເກົາ​ຫຼີ​ແຕ່​ຝ່າຍ​ດຽວ​ໂດຍ​ບໍ່​ໄດ້​ຜ່ານ​ການ​ອະ​ນຸ​ມັດ​ຈາກ​ສະ​ພາ​ຄວາມ​ໝັ້ນ​ຄົງ​ອົງ​ກາ​ນ​ສະ​ຫະ​ປະ​ຊາ​ຊາດ, ຈະ​ເປັນ​ການ​ກະ​ທຳ​ທີ່​ນຳ​ມາ​ເຊິ່ງ​ຜົນ​ສະ​ທ້ອນ​ທາງ​ລົບ​ເທົ່າ​ນັ້ນ. ຣັດ​ເຊຍ​ມີ​ຈຸດ​ຢືນ​ໃຫ້​ຍົກ​ເລີກ​ການ​ຂວ້ຳ​ບາດ​ເຫຼົ່າ​ນີ້​ໃນ​ທັນ​ທີ. ​ນອກ​ນີ້, ຣັດ​ເຊຍ​ສະ​ໜັບ​ສະ​ໜູນ​ການສ້າງ​ກົນ​ໄກ​ປະ​ສານ​ງານ​ສາ​ກົນ​ທີ່​ຝ່າຍ​ຕ່າງໆ​ຕ້ອງ​​ເຄົາ​ລົບ​ໃນ​ບັນ​ຫາ​​ການປອດ​ນິວ​ເຄຼຍ​ຢູ່​ແຫຼມ​ເກົາ​ຫຼີ, ແລະ​ຍິນ​ດີ​ຮ່ວມ​ມື​ກັບ​ຝ່າຍ​ຕ່າງໆ, ເຂົ້າ​ຮ່ວມ​ກົນ​ໄກ​ສາ​ກົນ​ທີ່​ມີ​ເປົ້າ​ໝາຍ​ບັນ​ລຸ​ໃຫ້​ແຫຼມ​ເກົາ​ຫຼີ​ປອດ​ອາ​ວຸດ​ນິ​ວ​ເຄຼຍ​ໃນ​ເວ​ລາ​ມີ​ຄວາມ​ຈຳ​ເປັນ.

ທ່ານ​ໂດ​ໂນ ທ​ຣຳ ປະ​ທານ​າ​ທິ​ບໍ​ດີ​ອາ​ເມ​ຣິ​ກາ​ແລະ​ທ່ານ​ກິມ​ເຈິງ​ອຸນ ປະ​ທານ​ຄະ​ນະ​ກຳ​ມະ​ການ​ແຫ່ງ​ລັດ ສ​ປ​ປ ເກົາ​ຫຼີ​ໄດ້​ພົບ​ປະ​ກັນຢູ່​ສິງ​ກະ​ໂປ​ໃນ​ວັນ​ທີ 12 ມິ​ຖຸ​ນາ​ນີ້, ແລະ​ໄດ້​ອອກ​ຖະ​ແຫຼງ​ການ​ຮ່ວມ. ສອງ​ຝ່າຍ​ປະ​ກາດ​ວ່າ, ຈະ​ພະ​ຍາ​ຍາມ​ສ້າງ​ການ​ພົວ​ພັນ ສ​ປ​ປ ເກົາ​ຫຼີ​ແລະ​ອາ​ເມ​ຣິ​ກາ​ແບບ​ໃໝ່, ສ້າງ​ກົນ​ໄກ​ສັນ​ຕິ​ພາບ​ທີ່​ເຮັດ​ໃຫ້ແຫຼມ​ເກົາ​ຫຼີ​ມີ​ຄວາມ​ໝັ້ນ​ທ່ຽງ​ຍາວ​ນານ. ອາ​ເມ​ຣິ​ກາ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​​ຈະຮັບ​ປະ​ກັນ​ຄວາມ​​ໝັ້ນ​ຄົງຕໍ່ ສ​ປ​ປ ເກົາຫຼີ, ສ​ປ​ປ ເກົາ​ຫຼີ​ກ່າວ​ຢ້ຳ​ຄຳ​ໝັ້ນ​ສັນ​ຍາ​ທີ່​ໃຫ້​ແຫຼມ​ເກົາ​ຫຼີ​ປອດ​​ນິວ​ເຄຼຍ.

ຄຳ​ເຫັນ

0