黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະ​ກາດ “ກົດ​ບັດ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ​” ຄັ້ງ​ທຳ​ອິດ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ

2018-06-16 15:05:10 cri

ພິ​ທີ​ປະ​ກາດ “ກົດ​ບັດ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ” ​ກໍ​ຄື​ກິດ​ຈະ​ກຳລະ​ນຶກ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ​ສ້າງ​ຕັ້ງ​ຂຶ້ນ​ຄົບ​ຮອບ 17 ປີ​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ ສ​ປ ຈີນ​ໃນ​ວັນ​ທີ 15 ມິ​ຖຸ​ນາ​ນີ້.

ຕາມ​ຂ່າວ​ແຈ້ງວ່າ, “ກົດ​ບັດ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ” ແມ່ນ​ປະ​ມຸກ​ລັກ 6 ປະ​ເທດ​​ສະ​ມາ​ຊິກ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ​ຮ່ວມ​ກັນ​ລົງ​ນາມ​ໃນ​ເວ​ລາ​ຈັດ​ກອງ​ປະ​ຊຸມ​ສຸດຍອດ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ​​ຄັ້ງ​ທີ 2 ຢູ່​ແຊງ​ເປ​ເຕີສະ​ບວກເມື່ອ​ເດືອນ​ມິ​ຖຸ​ນາ​ປີ 2002, ແມ່ນ​ເອ​ກະ​ສານ​ລັກ​ສະ​ນະ​ໂຄງ​ຮ່າງຂອງ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ. ພາຍ​ຫຼັງ​ອິນ​ເດຍ​ແລະ​ປາ​ກີ​ສະ​ຖານ​ເຂົ້າ​ເປັນ​ປະ​ເທດ​ສະ​ມາ​ຊິກ​ໃໝ່​ຂອງ​ອົງ​ການ​ດັ່ງ​ກ່າວ​ແລ້ວ, ເພື່ອ​ສ້າງ​ເວ​ທີ​ແລກ​ປ່ຽນ​ກວ້າງ​ຂວ້າງກວ່າ​ເກົ່າ, ສຳ​ນັກ​ງານ​ເລ​ຂາ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ​ແລະ​​ສຳ​ນັກ​ງານ​ກິດ​ຈະ​ການ​ພິມ​ຈຳ​ໜ່າຍ​ພ​າ​ສາ​ຕ່າງ​ປະ​ເທດ​ຈີນໄດ້​ຮ່ວມ​ກັນ​ວາງ​ແຜນ, ແລະ​​ຈັດພິມ​ “ກົດ​ບັດ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ" ດ້ວຍ​ພາ​ສາ​ຈີນ, ພ​າ​ສາ​ຣັດ​ເຊຍ​ແລະ​ພາ​ສາ​ອັງ​ກິດ​ຢ່າງ​ເປັນ​ທາງ​ການ, ແລະ​ເປີດ​ເຜີຍ​ຕໍ່​ທົ່ວ​ໂລກ.

​ ທ່ານ​ຣະ​ຊິດ ອາ​ລິ​ມົ​ຟ ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ​ໄດ້​ກ່າວ​ປາ​ໄສ​ໃນ​ພິ​ທີ​ດັ່ງ​ກ່າວວ່າ, ອົງ​ການ​ຮ່ວມ​ມື​ຊຽງ​ໄຮ​ຈະ​ຖື​ກອງ​ປະ​ຊຸມ​ສຸດຍອດ​ຊິ່ງ​ຕາວ​ເປັນ​ຈຸດ​ເລີ່ມ​ຕົ້ນ​ໃໝ່, ປະ​ຕິ​ບັດ​ຕາມ​ "ຈິດ​ໃຈ​ຊຽງ​ໄຮ" ທີ່​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ, ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ, ສະ​ເໝີ​ພາບ, ປຶກ​ສາ​ຫາ​ລື​ກັນ, ເຄົາ​ລົບອະ​ລິ​ຍະ​ທຳ​ຕ່າງໆແລະ​​ສະ​ແຫວງ​ຫາ​ການ​ພັດ​ທະ​ນາ​ຮ່ວມ​ກັນ, ເພື່ອ​ຊຸກ​ຍູ້​​ການສ້າ​ງ​ປະ​ຊາ​ຄົມ​ຮ່ວ​ມ​ຊາ​ຕາ​ກຳ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ.

ຄຳ​ເຫັນ

0