黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອາ​ເມ​ຣິ​ກາຫຼົບ​ລີ້ນ​ປີ້ນ​ຄວາມ​ເລື້ອຍໆ, ຈີນ​ປະ​ກາດ​ມາດ​ຕະ​ການ​ຕອບ​ໂຕ້​

2018-06-16 15:03:57 cri

ວັນ​ທີ 15 ມິ​ຖຸ​ນາ​ນີ້, ຫ້ອງ​ການ​ຜູ້​ຕາງ​​ໜ້າການ​ຄ້າ​ອາ​ເມ​ຣິ​ກາ​ໄດ້​ປະ​ກາດ​ບັນ​ຊີ​ລາຍການ​ສຸດ​ທ້າຍ​ທີ່​ຈະ​​ຂຶ້ນ​ອັດ​ຕາ​ພາ​ສີ 25% ຕໍ່​ສິ້ນ​ຄ້າ​​ນຳ​ເຂົ້າ​ຈາກຈີນ​ທີ່​ມີ​ມູນ​ຄ່າ 50 ຕື້​ໂດ​ລາ​ສະ​ຫະ​ລັດ, ​ແລະສິນ​ຄ້າ​ທີ່​ກ່ຽວ​ຂ້ອງ​ກໍ​ຖືກ​ກັບ​ບັນ​ຊີ​ລາຍ​ການ​ເບື້ອງ​ຕົ້ນ​ທີ່​ອາ​ເມ​ຣິ​ກາ​ປະ​ກາດ​ໃນ​ຕົ້ນ​ເດືອນ​ເມ​ສາ​ປີ​ນີ້. ແຕ່​ວ່າ, ອາ​ເມ​ຣິ​ກາ​ບໍ່​ໄດ້​ປະ​ກາດ​ໃຫ້​ມາດ​ຕະ​ການ​ພາ​ສີ​ໃໝ່​ມີ​ຜົນ​ບັງ​ຄັບ​ໃຊ້​ໃນ​ທັນ​ທີ.

ຫຼັງ​ຈາກ​ນັ້ນ, ກະ​ຊວງ​ການ​ຄ້າ​ຈີນ​ໄດ້​ອອກ​ຖະ​ແຫຼງ​ການ​ຊີ້​ອອກວ່າ, ເພື່ອ​ປົກ​ປັກ​ຮັກ​ສາ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ​ຈີນ​ແລະ​ອາ​ເມ​ລິ​ກາ​ຈົນ​ສຸດ​ຄວາມ​ສາ​ມາດ, ​ຈີນ​ແລະ​ອາ​ເມ​ລິ​ກາ​ໄດ້​​ປຶກ​ສາ​ຫາ​ລືກັນ 3 ຮອບ​ພາຍ​ໃນເວ​ລາ​ໜຶ່ງ​ເດືອນ​ເພື່ອ​ພະ​ຍາ​ຍາມ​ຊຸກ​ຍູ້​ແກ້​ໄຂ​ບັນ​ຫາເທື່ອ​ລະ​ກ້າວ. ​ແຕ່ອາ​ເມ​ຣິ​ກາພັດ​ໃຊ້​ມາດ​ຕະ​ການ​ພາ​ສີ​ໃໝ່​ໂດຍ​ບໍ່​ຫົວ​ຊາ​​ຕໍ່ຄວາມ​ຮັບ​ຮູ້​ທີ່​ເປັນ​ເອ​ກະ​ພາບ​ກັນ​ລະ​ຫວ່າງ​ສອງ​ຝ່າຍ, ກໍ່​ສົງ​ຄາມ​ການ​ຄ້າ, ​ເຊິ່ງ​ເປັນ​ການ​ທຳ​ລາຍ​ຜົນ​ປະ​ໂຫຍດ​ທັງ​ສອງ​ຝ່າຍ, ​ແລະ​ກໍທຳ​ລາຍ​ລະ​ບຽບ​ການ​ຄ້າ​ໂລກ​ເຊັ່ນ​ດຽວ​ກັນ. ຈີນ​ຈະ​ປະ​ກາດ​​ໃຊ້ມາດ​ຕະ​ການ​ເກັບ​ພາ​ສີ​ທີ່​ມີ “​ມູນ​ຄ່າ​ແລະ​ຄວາມ​ແຂງ​ແຮງ​ເທົ່າ​ທຽມ​ກັນ” ໃນ​ທັນ​ທີ, ພ້ອມ​ກັນ​ນັ້ນ​ໄດ້​ຮັບ​ຜົນຕ່າງໆ​ໃນ​ການ​ຫາ​ລືດ້ານ​ເສດ​ຖະ​ກິດ​ການ​ຄ້າ​​ລະ​ຫວ່າງ​ສອງ​ຝ່າຍ​​ກໍ​ເປັນ​ໂມ​ຄະ​ເຊັ່ນ​ດຽວ​ກັນ.

​ເວົ້າ​ໂດຍ​ກົງ​ແລ້ວ, ​ຜົນ​ດັ່ງ​ກ່າວ​ກໍ​ບໍ່​ໄດ້​ຢູ່ນອກ​ການ​ຄາດ​ຄິດ​ຂອງ​ຈີນ. ຍ້ອນ​ວ່າ​ການ​ກະ​ທຳ​​ປ່ຽນ​ໄປ​ມາ​ເລື້ອຍໆ​ແລະ​ເຈດ​ຈຳ​ນົງ​ເບື້ອງ​ຫຼັງຂອງ​ລັດ​ຖະ​ບານ​ທ​ຣຳ, ຈີນ​ໄດ້​ພົບ​​ຫຼາຍ​ເທື່ອ​ແລ້ວ, ແລະກໍ​ຮັກ​ສ​າສະ​ມາ​ທິ​ທາງຍຸດ​ທະ​ສາດ​ຢ່າງ​ພຽງ​ພໍ.

ສຳ​ລັບ​ລັດ​ຖະ​ບານ​ທ​ຣຳ​ແລ້ວ, ວຽກ​ງານ​ດ່ວນ​ທີ່​ສຸດ​ໃນ​ປັດ​ຈຸ​ບັນ​ກໍ​ຄື​ກະ​ກຽມ​ໃຫ້​ແກ່​ການ​ເລືອກ​ຕັ້ງ​ໄລ​ຍະ​ກາງ​ຂອງ​ອາ​ເມ​ຣິ​ກາ, ນີ້​ໄດ້​ຕັດ​ສິນ​ແລ້ວ​ວ່າ​ການ​ກະ​ທຳ​ທຸກ​ຢ່າງ​ຂອງ​ລັດ​ຖະ​ບານ​ທ​ຣຳ​ລ້ວນ​ແຕ່​ແມ່ນ​ຄຳ​ເຖິງບັດ​ເລືອກ​ຕັ້ງ. ການ​ທີ່ທຳ​ນຽບ​ຂາວ​ປະ​ກາດ​ບັນ​ຊີ​ລາຍ​ການ​ຂຶ້ນ​ພາ​ສີ​ຕໍ່​ສິນ​ຄ້າ​ຈີນ​ຕາມ​ເວ​ລາ​ກຳ​ນົດ​ໃນ​ວັນ​ທີ 15 ມິ​ຖຸ​ນາ​ນີ້, ກໍ​ເພື່ອ​​ສະ​ແດງ​ໃຫ້​ເຫັນ​ວ່າ​ຕົນປະ​ຕິ​ບັດ​ຕາມ​ຄຳ​ໝັ້ນ​ສັນ​ຍາ​ທີ່​ໄດ້​ໃຫ້​ໄວ້​ຕໍ່​ຜູ້​ມີ​ສິດ​ເລືອກ​ຕັ້ງໃນ​​ການ​ແຂ່ງ​ຂັນ​ເລືອກ​ຕັ້ງເມື່ອ​ກ່ອນ, ແລ້ວ​ໄດ້​ຮັບ​ບັດ​ເລືອກ​ຕັ້ງ​ຫຼາຍກວ່າ​ເກົ່າ​ອີກ, ເພື່ອ​ຈະ​ສາ​ມາດປັບ​ປຸງ​ແລະ​​ຂະ​ຫຍາຍ​ທ່າ​ແຮງ​ຂອງ​ພັກ​​ຣິ​ພັບ​​ບ​ຣິ​ກັນ. ແຕ່​ວ່າ, ທຳ​ນຽບ​ຂາວ​ບໍ່​ໄດ້​ປະ​ກາດ​ມາດ​ຕະ​ການ​ພາ​​ສີ​ດັ່ງ​ກ່າວ​​ມີ​ຜົນ​ບັງ​ຄັບ​ໃຊ້ໃນ​ທັນ​ທີ, ​ຈຸດ​ປະ​ສົງ​ຂອງ​ເຂົາ​ກໍ​ຄື​ໃຊ້​ຄວາມ​ກົດດັນ​ຕໍ່​ຈີນ. ​ສະ​ນັ້ນ​ເປັນ​ອັນ​ຈະ​ແຈ້ງ​ແລ້ວ​ວ່າ, ອາ​ເມ​ຣິ​ກາ​ຢາກ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຫຼາຍກວ່າ​ເກົ່າ​ໂດຍ​ນຳ​ໃຊ້​ບັນ​ຊີ​ລາຍ​​ການ​ພາ​ສີ​ສະ​ບັບ​ນີ້.

ຄົນ​ທັງ​ຫຼາຍ​ຄວນ​​ໄດ້ເຫັນ​ວ່າ, ການ​ກະ​ທຳ​ເຫັນ​ແກ່​ຕົວ​ຂອງ​ອາ​ເມ​ຣິ​ກາ, ບໍ່​​ແມ່ນ​ແນ​​ປາຍ​ຫອກໃສ່​​ພຽງ​ແຕ່​ປະ​ເທດຈີນ​ເທົ່າ​ນັ້ນ, ພາຍ​ໃຕ້​ສະ​ຖາ​ນະ​ການ​ທີ່​ອາດ​ຈະ​ເກີດ​ສົງ​ຄາມ​ການ​ຄ້າ ​ຍ້ອນ​ແນວ​ຄິດ “ອາ​ເມ​ຣິ​ກາ​ເປັນ​ບູ​ລິ​ມະ​ສິດ” ນັ້ນ, ປະ​ເທດ​ໃດໆ​​ກໍ​ບໍ່​ສາ​ມາດ​ຮັກ​ສາ​ຕົວ​ເອງ​ບໍ່​ໃຫ້​ຖືກ​ກະ​ທົບ​ຫຼື​ເບິ່ງ​ຢູ່​ຫ່າງໆ​ແລະ​ເຮັດ​ເສີຍ​ໄວ້​ໄດ້. ໂດຍ​ຜະ​ເຊີນ​ກັບ​ລັດ​ທິ​ຝ່າຍ​ດຽວ​ແລະ​ລັດ​ທິ​ປົກ​ປ້ອງ​ການ​ຄ້າ, ທົ່ວ​ໂລກ​ພຽງ​​ແຕ່ປະ​ຖິ້ມ​ຄວາມ​ເພີ້​ຝັນ​ທີ່​ອາດ​ຈະ​ໄດ້​ຮັບ​ສິດຍົກ​ເວັ້ນ​ຈາກ​ອາ​ເມ​ຣິ​ກາ​ແລະ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ຜ່ອນ​ສັ້ນ​ຜ່ອນ​ຍາວ, ຮ່ວມ​ມືກັນ​ຕໍ່​ຕ້ານ​ການ​ກະ​ທຳ​ຂອງ​ອາ​ເມ​ຣິ​ກາ​ຈຶ່ງ​ສາ​ມາດ​ປົ​ກ​ປ້ອງ​ລະ​ບົບ​ການ​ຄ້າ​ຫຼາຍ​ຝ່າຍ​ທີ່​ເຮັດ​ໃຫ້​ປະ​ເທດ​ຕ່າງໆ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ນັ້ນ​ໄດ້​ຢ່າງ​ແທ້​ຈິງ.

ສຳ​ລັບ​ຈີນ, ອາ​ເມ​ຣິ​ກາ​ແລະ​ປະ​ເທດ​ຕ່າງໆ​ໃນ​ໂລກ​ແລ້ວ, ການ​ຮ່ວມ​ມື​​ມີ​ເນື້ອ​ໃນ​ສຳ​ຄັນ​ທີ່​ສຸດ. ໃນ​ໂອ​ກາດ​ພົບ​ປະ​ກັບ​ທ່ານ​ໄມ ​ພົມ​ເພວ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ຣິ​ກາ​ໃນ​ວັນ​ທີ 14 ມິ​ຖຸ​ນາ​ນີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ກ່າວ​ເນັ້ນ​ວ່າ, ຈີນ​ແລະ​ອາ​ເມ​ຣິ​ກາ​ຮ່ວມ​ມື​ກັນຈະ​ສາ​ມາດ​ເຮັດ​ສຳ​ເລັດ​ວຽກ​ງານ​ສຳ​ຄັນ​ທີ່​ມີ​ຜົນ​ດີ​ຕໍ່​ສອງ​ຝ່າຍ​​ແລະ​ໂລກ. ນີ້​ຈຶ່ງ​ແມ່ນ​ທ່າ​ທີ​​ທີ່ຖືກ​ຕ້ອງ​ແລະ​​ການ​ມີສະ​ຕິສຳ​ລັບ​ອາ​ເມ​ຣິ​ກາ​ໃນ​ການແກ້​ໄຂ​ຄວາມ​ຂັດ​ແຍ້ງ​ກັນ​ດ້ານ​ການ​ຄ້າ​ແລະ​​ບັນ​ຫາ​ອື່ນໆ​ໃນການ​ພົວ​ພັນ​ລະ​ຫວ່າງ​ຈີນ​ແລະ​ອາ​ເມ​ລິ​ກາ.

ຄຳ​ເຫັນ

0