刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ICBC ສາ​ມາດ​ຈຳ​ໜ່າຍ​ພັນ​ທະ​ບັດ​ສີ​ຂຽວ​ຢູ່​ຕະຫຼາດຫຼັກ​ຊັບ​ລອນດອນ

2018-06-16 17:12:42 CRI

 

ວັນ​ທີ 15 ມິ​ຖຸ​ນາ​ນີ້, ພັນ​ທະ​ບັດ​ສີ​ຂຽວ​ສອງ​ຕະ​ກຸນເງິນ​ຕາ​ຂອງ​ທະ​ນາ​ຄານ​ອຸ​ສາ​ຫະ​ກຳ​ການ​ຄ້າຈີນ ຫຼື ICBC ສາ​ຂາ​ລອນດອນ​ໄດ້​​ຮັບ​ອະ​ນຸ​ມັດ​ໃຫ້​ຈຳ​ໜ່າຍ​ຢູ່​ຕະຫຼາດຫຼັກ​ຊັບ​ລອນ​ດອນ. ພັນ​ທະ​ບັດ​ດັ່ງ​ກ່າວ​ລວມ​ທັງພັນ​ທະ​ບັດ​ເງິນ​ໂດ​ລາ​ສະ​ຫະ​ລັດ​ອັດ​ຕາ​ດອກ​ເບຍ​ລອຍ​ຕົວ​ໄລ​ຍະ 3 ປີ​ 500 ລ້ານ​ໂດ​ລາ ແລະໄລ​ຍະ 5 ປີ 500 ລ້ານ​ໂດ​ລາ ພ້ອມ​ດ້ວຍເງິນ​ເອີ​ໂຣ​ອັດ​ຕາ​ດອກ​ເບຍ​ລອຍ​ຕົວ​ໄລ​ຍະ 3 ປີ 500 ລ້ານ​ເອີ​ໂຣ ເຊິ່ງ​ເປັນ​ພັນ​ທະ​ບັດ​ສີ​ຂຽວ​ທີ່​ມີ​ມູນ​ຄ່າ​ໃຫຍ່ກວ່າ​ໝູ່​ຢູ່​ຕະຫຼາດຫຼັກ​ຊັບ​ລອນດອນ.

ເຈົ້າ​ໜ້າ ICBC ​ສາ​ຂາ​ລອນດອນ​ກ່າວ​ວ່າ, ​ພັນ​ທະ​ບັດ​ສີ​ຂຽວ​ໄດ້​ຮັບ​ອະ​ນຸ​ມັດ​ໃຫ້​ຈຳ​ໜ່າຍ​ຢູ່​ຕະຫຼາດຫຼັກ​ຊັບ​ລອນດອນ​ຄັ້ງ​ນີ້​ ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຈິດ​ໃຈ​ກ່ຽວ​ກັບ​ຫົວ​ຂໍ້ “ໜຶ່ງ​ແລວ​ໜື່ງ​ເສັ້ນ​ທາງ”, ການ​ເງິນ​ສີ​ຂຽວ, ພື້ນ​ຖານ​ໂຄງ​ລ່າງ, ພະ​ລັງ​ງານ ແລະ ຫົວ​ຂໍ້​ໃຈ​ກາງ​ອື່ນໆ​ໃນ​ຜົນ​ການ​ເຈ​ລະ​ຈາເສດ​ຖະ​ກິດ​ການ​ຄ້າ​ການ​ທະ​ນາ​ຄານ​ລະ​ຫວ່າງ​ຈີນ-ອັງ​ກິດ​ໃນ​ປີ​ຜ່ານ​ມາ. ​ຂະ​ນະ​ທີ່ເງິນ​ທຶນ​​ທີ່ໄດ້ຈາກ​ການ​ຈຳ​ໜ່າຍ​ພັນ​ທະ​ບັດ​ດັ່ງ​ກ່າວ​ຈະ​​ນຳໃຊ້​ໃນ​ການ​ສະ​ໜັບ​ສະ​ໜູນ​ໂຄງ​ການ​ສີ​ຂຽວ​ຕ່າງໆ ເຊັ່ນ ​ການຄົມ​ມະ​ນາ​ຄົມ​ທີ່​ສະ​ອາດ​ຢູ່​ລຽບ​ຕາມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”, ພະ​ລັງ​ງານໝູ​ນ​ວຽນ​ເທິງ​ບົກ, ພະ​ລັງ​ງານ​ແຮງ​ລົມ​ທ​າງ​ທະ​ເລ​ແລະ​ອື່ນໆ.

ຄຳ​ເຫັນ

0