刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທິມ​ລາວຄອງ​ແຊມການ​ແຂ່ງ​ຂັນ​ຊ່ວງ​ເຮືອສາ​ກົນ​ຈີນ-ອາ​ຊຽນທີ່​ຈັດ​ຂຶ້ນ​ຢູ່​​ເມືອງນານ​ໜິງ​ຂອງ​ຈີນ

2018-06-17 17:08:52 CRI

 

ງານແຂງ​ຂັນຊ່ວງ​ເຮືອ​ສາ​ກົນ​ຈີນ-ອາ​ຊຽນ (ເມືອງ​ນານ​ໜິງ) ຄັ້ງ​ທີ 14 ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 16 ມິ​ຖຸ​ນາ​ນີ້, ​ໂດຍ​ມີນັກ​ກິ​ລາ 1100 ກວ່າ​ຄົນ​ໃນ 56 ທິມ​ຈາກ​ພາຍ​ໃນ​ແລະ​ຕ່າງ​ປະ​ເທດ​ເຂົ້າ​ຮ່​ວມ.

ໃນ​ການ​ແຂ່ງ​ຂັນຄວາມ​ໄວທາງ​ແລ່ນຊື່ 300 ແມັດ 12 ຄົນ​ສາຍ​ເປີດ​ເຜີຍສາ​ກົນ​ທີ່​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ,​ ​ທິມ​ລາວ​​ຊິງໄດ້​​ແຊມປຽນ, ​ທິມ​ຢົງ​ສຸຍ​​ເຂດກວາງ​ຊີງ​ໄດ້​ທີ 2 ແລະ ​ທິມ​ຮວນ​ຈ່ຽງ​ເຫີ​ສື​ທີໜຶ່ງ​ຂອງ​ເຂດກວາງ​ຊີ​ໄດ້​ທີ 3. ຫຼັງ​ສຳ​ເລັດ​ການ​ແຂ່ງ​ຂັນ, ຮອງ​ຫົວ​ໜ້າ​ທິບ​ລາວ​ກ່າວ​ວ່າ: ການ​ແຂ່ງ​ຂັນ​ໃນ​ມື້​ນີ້​ມີ​ຄວາມ​ສະ​ດວກຫຼາຍ, ​ຕົນພໍ​ໃຈຫຼາຍ​ຕໍ່​ຜົນ​ການ​ແຂ່ງ​ຂັນ​ໃນ​ມື້​ນີ້. ​ຂະ​ນະ​ທີ່ການ​ແຂ່ງ​ຂັນ​ຊ່ວງ​ເຮືອ​ແມ່ນງານກິ​ລາ​ແລະ​ວັດ​ທະ​ນະ​ທຳ​​ທີ່​ມີ​ມູນ​ເຊື້ອຂອງ​ລາວ ເຊິ່ງແຕ່​ລະ​ປີ​ກໍ​​ມີ​ການ​ແຂ່ງ​ຂັນ​ແລະ​​ສາ​ມາດດຶງ​ດູດປະ​ຊາ​ຊົນ​ເຂົ້າ​ຮ່ວມ​ເປັນ​ຈຳ​ນວນຫຼວງຫຼາຍ. ໃນ​ນັ້ນ ເຂົາ​ເຈົ້າ​ຈະ​ເລືອກ​ນັກ​ກິ​ລາ​ທີ່​ມີ​ລະ​ດັບ​ສູງເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ສາ​ກົນ​ຂະ​ໜາດ​ໃຫຍ່, ເພື່ອ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ເຊິ່ງ​ກັນ​ແລະ​ກັນ.

ການ​ແຂ່ງ​ຂັນ​ຊ່ວງ​ເຮືອ​ແມ່ນ​ກິດ​ຈະ​ກຳ​ກິ​ລາ​ເທິງ​​ນ້ຳ​ພື້ນ​ເມືອງ​ຂອງ​ຈີນ ເຊິ່ງ​ມີ​ປະ​ຫວັດ​ສາດມາ​ເປັນ​ເວ​ລາ 2000 ກວ່າ​ປີ​ແລ້ວ, ຢູ່​ລາວ, ຫວຽດ​ນາມ, ໄທ​, ມຽນ​ມາ​ແລະ​ປະ​ເທດ​ອື່ນໆ​ໃນອາ​ຊີ​​ຕາ​ເວັນ​ອອກ​ສຽງ​ໃຕ້​ປະ​ຊາ​ຊົນ​ກໍ​​ມັກ​ກະ​ລາ​ການ​ຊ່ວງ​ເຮືອຫຼາຍ. ​ນັບ​ແຕ່​ປີ 2004 ເປັນ​ຕົ້ນ​ມາ, ນະ​ຄອນ​ນານ​ໜິງ​ກໍ​ໃຫ້​ມີ​ການແຂ່ງ​ຂັນ​ຊ່ວງ​ເຮືອ​ສາ​ກົນ​ຈີນ-ອາ​ຊຽນ​ ແລະ​ມີ​ອິດ​ທິ​ຜົນ​ຢ່າງກວ້າງ​ຂວາງ​ຢູ່​ອາ​ຊີ​​ຕາ​ເວັນ​ອອກ​ສຽງ​ໃຕ້, ເອີ​ຣົບ​, ອາ​ເມ​ລິ​ກາ ແລະ​ ​ອື່ນໆໃນ​ປັດ​ຈຸ​ບັນ.

ຄຳ​ເຫັນ

0