黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​​ພະ​ລັງ​ງານ​ຂອງ​ກຸ່ມ 20 ປະ​ເທດ​ສຸມ​ໃສ່​ບັນ​ຫາ​ການ​​ຫັນປ່ຽນ​ຮູບ​ແບບ​ພະ​ລັງ​ງານ​ຂອງ​ໂລກ

2018-06-17 16:03:42 cri

ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ພະ​ລັງ​ງານ​ກຸ່ມ 20 ປະ​ເທດ​ຫຼື G20 ທີ່​ດຳ​ເນີນ​ເປັ​ນ​ເວ​ລາ 2 ວັນ​ໄດ້​ອັດ​ລົງ​ຢູ່​ເມືອງ​ບາ​ຣິ​ໂລ​ເຊ ປະ​ເທດ​ອາກ​ຊັງ​ຕິນໃນວັນ​ທີ 15 ມິ​ຖຸ​ນາ​ນີ້, ​ໂດຍໄດ້​ສຸມ​ໃສ່​ບັນ​ຫາ​ການ​ຫັນ​ປ່ຽນ​ຮູບ​ແບບ​ພະ​ລັງ​ງານ​ຂອງ​ໂລກ, ຄົ້ນ​ຫາ​ວິ​ທີ​ທີ່​ມີ​ຄວາມ​ເປັນ​ໄປ​ໄດ້ສຳ​ລັບ​ປະ​ເທດ​ຕ່າງໆ​ໃນ​ການ​ສ້າງ​ລະ​ບົບ​ພະ​ລັງ​ງານ​ທີ່​ສະ​ອາດກວ່າ​ເກົ່າ.

ທ່ານ​ຈຸ​ອັນ ​ໂຮ​ເຊ ອາ​ຣັນ​ກຸ​ເຣັນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ພະ​ລັງ​ງານ​ແລະ​ບໍ່​ແຮ່​ອາກ​ຊັງ​ຕິນ​ກ່າວ​ໃນ​ພິ​ທີ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ຫຼັງ​ກອງ​ປະ​ຊຸມ​ອັດ​ລົງ​ວ່າ, ປະ​ເທດ​ຕ່າງໆ​ລ້ວນ​ແຕ່​ຮັບ​ຮູ້​ວ່າ​ພະ​ລັງ​ງານ​ມີ​ຄວາມ​ສຳ​ຄັນ​ທີ່​ສຸດ​ຕໍ່ການ​ພັດ​ທະ​ນາ​ໃນ​ອະ​ນາ​ຄົດ, ເຖິງວ່າ​ປະ​ເທດ​ຕ່າງໆ​ມີ​ສະ​ພາບ​​ຕ່າງ​ກັນ​ກໍ​ຕາມ, ແຕ່​ມີ​ເປົ້າ​ໝາຍ​ຄື​ກັນໃນ​ການຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ແລະ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ດ້ານ​ພະ​ລັງ​ງານ, ​ສະ​ນັ້ນ, ການບັນ​ລຸ​ການ​ຫັນ​ປ່ຽນ​ຮູບ​ແບບພະ​ລັງ​ງານ​ແມ່ນ​ສິ່ງ​ທີ່​ຂາດ​ບໍ່​ໄດ້​ຕໍ່​ການ​ພັດ​ທະ​ນາ​ໃນ​ໄລ​ຍະ​ຍາວ​ຂອງ​ປະ​ເທດ​ຕ່າງໆ.

ໃນ​ຖະ​ແຫຼງ​ການ​ຮ່ວມ​ທີ່​ປະ​ກາດ​ຫຼັງ​ກອງ​ປະ​ຊຸມ​ລະ​ບຸ​ວ່າ, ຝ່າຍ​ຕ່າງໆ​ມີ​ຄວາມ​ເຫັນ​ເປັນ​ເອ​ກະ​ພາບ​ກັນ​ວ່າ​ການ​ຫັນ​ປ່ຽນ​ຮູບ​ແບບ​​ພະ​ລາງ​ງານມີ​ຫຼາຍ​ວິ​ທີ, ​ຂະ​ນະ​ທີ່​ການ​​ຫັນປ່ຽນ​ຮູບ​ແບບ​ພະ​ລັງ​ງານ​ຄວນ​ມີ​ລັກ​ສະ​ນະ​ຕໍ່​ເນື່ອງ, ຄ່ອງ​ແຄ້ວ​ແລະ​ສາ​ມາດ​ຮັກ​ສາ​ຄວາມ​​ປອດ​ໄພ​ດ້ານ​ພະ​ລັງ​ງານ.

ຄຳ​ເຫັນ

0