黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສົກສຶກສາ 2017-2018 ມີນັກສຶກສາລາວຮຽນຈົບຈາກປັກກິ່ງ ສປ ຈີນ ທັງໝົດ 70 ຄົນ

2018-06-17 16:16:53 cri

图片默认标题_fororder_微信图片_20180617161530

ຕອນເຊົ້າວັນເສົາທີ 16 ມິຖຸນານີ້ ຄະນະນັກສຶກສາລາວປັກກິ່ງ ສປ ຈີນ ໄດ້ຈັດພິທີປິດສົກຮຽນ 2017-18 ຂຶ້ນທີ່ສະຖານທູດລາວ ປະຈຳ ສປ ຈີນ

ເພື່ອເປັນການສະຫຼຸບຜົນງງານການເຄື່ອນໄຫວວຽກງານຕະຫຼອດໄລຍະ 1 ສົກຮຽນທີ່ຜ່ານມາ ແລະ ເລືອກຕັ້ງຄະນະນັກສຶກສາ ແລະຜູ້ຮັບຜິດຊອບວຽກງານ 3 ອົງການຈັດຕັ້ງຊຸດໃໝ່, ເຂົ້າຮ່ວມພິທີມີຄະນະນໍາສະຖານທູດ ແຂກຖືກເຊີນ ແລະນັກສຶກສາສອງຮ້ອຍກວ່າຄົນ.

图片默认标题_fororder_微信图片_20180617161538
ທ່ານ ແມັກ ແສນສຸກ ຫົວໜ້າຄະນະນັກສຶກສາລາວປັກກິ່ງໄດ້ແຈ້ງໃຫ້ຮູ້ວ່າ:  ປັດຈຸບັນມີນັກສຶກສາລາວທີ່ພວມສຶກສາຢູ່ປັກກິ່ງທັງໝົດ 401 ຄົນ ຍິງ 171 ຄົນ, ຮຽນຢູ່ໃນ 37 ສະຖາບັນການສຶກສາ. ສະເພາະສົກສຶກສາ 2017-18 ນີ້ ມີນັກສຶກສາທີ່ສຳເລັດການສຶກສາທັງໝົດ 70 ຄົນ ໃນນີ້ ຈົບລະດັບປະລິນຍາເອກ 3 ຄົນ (ຊາຍ 1 ຍິງ 2), ຈົບປະລິນຍາໂທ 37 ຄົນ (ຊາຍ 26 ຍິງ 11), ຈົບປະລິນຍາຕີ 19 ຄົນ (ຊາຍ 13 ຍິງ 6) ແລະສຳເລັດການເຝິກອົບຮົມ 19 ຄົນ (ຊາຍ 3 ຍິງ 8).图片默认标题_fororder_微信图片_20180617161550

ຄຳ​ເຫັນ

0