刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ສະ​ໜັບ​ສະ​ໜູນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ປະ​ເທດລຸ່ມ​ແມ່​ນ້ຳ​ຂອງ

2018-06-17 17:06:23 CRI

ກອງ​ປະ​ຊຸມ​ສຸດຍອດ “ຍຸດ​ທະ​ສາດ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດແມ່​ນ້ຳອາ​ເຢ​ຢາ​ວາ​ດີ-ແມ່​ນ້ຳເຈົ້າ​ພະ​ຍາ-ແມ່​ນ້ຳ​ຂອງ”​ຄັ້ງ​ທີ 8 ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ບາງ​ກອກ​ປະ​ເທດ​ໄທ​ແຕ່​ວັນ​ທີ 15 ຫາ​ວັນ​ທີ 16 ມິ​ຖຸ​ນາ​ນີ້, ຜູ້​ນຳ​ປະ​ເທດ​ໄທ, ລາວ, ມຽນ​ມາ, ກຳ​ປູ​ເຈຍ ແລະ ຫວຽດ​ນາມ ພ້ອມ​ດ້ວຍ​ເຈົ້າ​ໜ້າ​ທີ່​ອົງ​ການ​ຈັດ​ຕັ້ງສາ​ກົນ​ແລະ​ພາກ​ພື້ນ​ຈຳ​ນວນ​ໜຶ່ງ​ເຂົ້າ​ຮ່ວມ. ຫົວ​​ຂໍ້​ຂອງກອງ​ປະ​ຊຸມ​ແມ່ນ “ກ້າວ​ໄປ​ສູ່ການ​ເຊື່ອມ​ໂຍງ​ພາກ​ພື້ນ​ແມ່​ນ້ຳ​ຂອງ” ເພື່ອ​ເພີ່ມ​ທະ​ວີການ​ເຊື່ອມ​ຈອດ​ກັນ​ຂອງ 5 ປະ​ເທດ​ດັ່ງ​ກ່າວ ແລະຊຸກ​ຍູ້​ໃຫ້ເສດ​ຖະ​ກິ​ດ​ພັດ​ທະ​ນາ​ກ້າວ​ໄປ​ໜ້າ.

ທ່ານ​ຫຼີ​ວ໌​ຈ້ຽນ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ໄທ​ກ່າວ​ຕໍ່​ນັກ​ຂ່າວ​ວ່າ, ເວົ້າ​ສຳ​ລັບ​ອາ​ຊີ​ແລະ​ພາກ​ພື້ນ​ນີ້​ແລ້ວ, ທຸກ​ຝ່າຍ​ກໍ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ທີ່​ແທ້​ຈິງ​ຈາກ​ການ​ຄ້າ​ແລະ​ການ​ລົງ​ທຶນ​ທີ່​ມີຄວາມ​ສະ​ດວກ​ແລະ​ເສ​ລີພາບ, ຫວັງ​ວ່າ​ຈະ​ຮັກ​ສາ​ການພົວ​ພັນ​ທີ່​ແໜ້ນ​ແຟ້ນກວ່າ​ເກົ່າ, ການ​ເຊື່ອມ​ໂຍງ​ເຂົ້າ​ກັນ​ທີ່​ເປີດກວ້າງກວ່າ​ເກົ່າ ແລະ ການ​ຮ່ວມ​ມື​ທີ່​ເລິກ​ເຊິ່ງ​ກວ່າ​ເກົ່າ ເຊິ່ງ​ແມ່ນ​ສາ​ເຫດ​ສຳ​ຄັນ​ທີ່​ພາ​ໃຫ້​ພາກ​ພື້ນ​ອາ​ຊີ​ສາ​ມາດ​ຮັກ​ສາທ່ວງ​ທ່າ​ການ​ພັດ​ທະ​ນາ​ທີ່​ແຂງ​ແຮງ​ແລະ​ຕໍ່​ເນື່ອງ​ໄດ້.

ທ່ານຫຼິ​ວ໌​ຈ້ຽນ​ກ່າວ​ຕື່ມ​ວ່າ, ຈີນ​ສະ​ໜັບ​ສະ​ໜູນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ປະ​ເທ​ດ​ລຸ່ມ​ແມ່​ນ້ຳ​ຂອງ, ຍິນ​ດີ​ດຳ​ເນີນ​ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​​ໂຫຍ​ດບົນ​ພື້ນ​ຖານເຄົາ​ລົບ​ເຊິ່ງ​ກັນ​ແລະກັນ​ແລະ​ສະ​ເໝີ​ພາບ​ກັນ. ຄຽງ​ຄູ່​ກັບ​ການ​ເຊື່ອມ​ຕໍ່ຍຸດ​ທະ​ສາດ​ແລະ​ແຜນ​ການ​ພັດ​ທະ​ນາ​ລະ​ຫວ່າງ​ສອງ​ຝ່າຍ​, ເຊື່ອ​ວ່າຈະ​ສ້າງ​ຜົນ​ປະ​ໂຫຍດ​ອັນ​ພົ້ນ​ເດັ່ນ​​ໃຫ້​ແກ່ການ​ພັດ​ທະ​ນາ​ແລະ​ການ​ຮ່ວມ​ມື​ຂອງ​ປະ​ເທດໃນ​ພາກ​ພື້ນ ໂດຍ​ສະ​ເພາະ​ຈະ​ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ປະ​ຊາ​ຊົນ​ຢ່າງ​ແທ້​ຈິງ.

ຄຳ​ເຫັນ

0