黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອິສຣາ​ແອນ​ເຕືອນ​ຈະ​ໂຈມ​ຕີ​ກຳ​ລັງ​ທະ​ຫານ​ຂອງ​ອີ​ຣານ​ປະ​ຈຳ​ຊີ​ຣີ

2018-06-18 16:03:43 cri

ທ່ານ​ເບັນ​ຈາ​ມິນ ​ເນ​ທັນ​ຢາ​ຮູ ນາຍົກລັດຖະມົນຕີອິສຣາ​ແອນກ່າວ​ເຕືອນ​ໃນ​ວັນ​ທີ 17 ມິ​ຖຸ​ນາ​ນີ້​ວ່າ, ອິ​ສ​ຣາ​ແອນ​ຈະ​ປະ​ຕິ​ບັດ​ມາດ​ຕະ​ການ​ເພື່ອ​ໂຈມ​ຕີ​ກຳ​ລັງ​​ທະ​ຫານ​ຂອງ​ອີ​ຣານ​ປະ​ຈຳ​ຊີ​ຣີ.

ທ່ານເນ​ທັນ​ຢາ​ຮູ ກ່າວ​ໃນ​ກອງ​ປະ​ຊຸມ​ຄະ​ນະ​ລັດ​ຖະ​ບານ​ອິ​ສ​ຣາ​ແອນປະ​ຈຳ​ອາ​ທິດ​ໂດຍ​ເນັ້ນ 2 ຂໍ້​ຄື, ໜຶ່ງ, ​ອີ​ຣານ​ຕ້ອງ​ຖອນ​ທະ​ຫານ​ອອກ​ຈາກ​ຊີ​ຣີ​ໝົດ, ສອງ, ອິ​ສ​ຣາ​ແອນ​ຈະ​ສືບ​ຕໍ່​ໂຈມ​ຕີ​ກຳ​ລັງ​​ທະ​ຫານ​ຂອງ​ອີ​ຣານ​ປະ​ຈຳ​ຊີ​ຣີ​.

ໃນ​ໄລ​ຍະ​ດົນ​ນານ​ມາ​ນີ້, ອິ​ສ​ຣາ​ແອນໄດ້​ຕຳ​ໜິ​ມາ​ໂດຍ​ຕະ​ຫຼອດ​ວ່າ​ອີ​ຣານ​​ຂະ​ຫຍາຍອິດ​ທິ​ພົນ​ຂອງ​ຕົນ​ເລື້ອຍໆ​ຢູ່​ເຂດ​ຕາ​ເວັນ​ອອກ​ກາງ, ແລະ​ກ່າວ​ເນັ້ນ​ວ່າ​ບໍ່​ສາ​ມາດ​ອົດ​ທົນ​​ຕໍ່ອີ​ຣານ​ທີ່​ຖື​ຊີ​ຣີ​ເປັນ​ຖານ​ທັບ​ແນວ​ໜ້າ​ເພື່ອ​ຕໍ່​ຕ້ານ​ອິ​ສ​ຣາ​ແອນ, ແລະ​ຮຽກ​ຮ້ອງ​ໃຫ້​ອີ​ຣານ​ຖອນ​ທະ​ຫານ​​ອອກຈາກ​ຊີ​ຣີ​ໝົດ. ແຕ່​ທ່ານ​​ວາ​ລິດ ມົວ​ລິມ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຊີ​ຣີ​ກ່າວ​ໃນ​ວັນ​ທີ 2 ມີ​ຖິ​ນາ​ນີ້​ວ່າ, ອີ​ຣານ​ມີ​ກຳ​ລັງ​ທະ​ຫານ​ຢູ່​ຊີ​ຣີ​ແມ່ນ​ຄວາມ​ຮຽກ​ຮ້ອງ​ຂອງ​ລັດ​ຖະ​ບານ​ຊີ​ຣີ, ​ປັດ​ຈຸ​ບັນຢູ່​ຊີ​ຣີ​ມີ​ພຽງ​ແຕ່​​ທີ່​ປຶກ​ສາ​ການ​ທະ​ຫານ​ອີ​ຣານ​ເທົ່າ​ນັ້ນ​ເພື່ອ​ຊ່ວຍ​ເຫຼືອ​​ກອງ​ທັບ​ຊີ​ຣີ.

ຄຳ​ເຫັນ

0