刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​ປະ​ທານ​ພັກ​ຟູນ​ຊິນ​ເປັກ​ກຳ​ປູ​ເຈຍ​ບາດ​ເຈັບ​ໃນ​ອຸ​ບັດ​ເຫດ​ທາງ​ຖະ​ໜົນ

2018-06-18 14:06:19 CRI

 

 

ຕອນ​ເຊົ້າ​ວັນ​ທີ 17 ມິ​ຖຸ​ນາ​ນີ້, ເຈົ້າ​ຊາຍ​ໂນ​ໂຣ​ດົມ ຣາ​ນາ​ຣິດ ປະ​ທານ​ພັກ​ຟູນ​ຊິນ​ເປັກ​ກຳ​ປູ​ເຈຍ​ແລະ​ພັນ​ລະ​ຍາ ​ອັອກ ໂບຣາ​ໄດ້ເກີດ​ອຸ​ບັດ​ເຫດ​ທາງ​ຖະ​ໜົນ. ປັດ​ຈຸ​ບັນ, ເຈົ້າ​ຊາຍ​ໂນ​ໂຣ​ດົມ ຣາ​ນາ​ຣິດ​ຖືກ​ຍົນ​ເຮ​ລີ​ກອບ​ເຕ​ສົ່ງ​ໄປ​ໂຮງ​ໝໍ​ພະ​ນົມ​ເປັນ​​ແລະ​ຮັບ​ການປິ່ນ​ປົວ​ຢ່າງ​ສຸກ​ເສີນ, ແຕ່​​​ເຈົ້າ​ຍິງ ອັອກ ໂບຣາ​ເສຍ​ຊີ​ວິດຍ້ອນ​ບາດ​ເຈັບ​ສາ​ຫັດ​ໃນ​ເວ​ລາ 12 ໂມງ 33 ນາ​ທີ​.

ທ່ານ​ຊຸນ ນາ​ຣິນ ຫົວ​ໜ້າ​ພະ​ແນກຕຳຫຼວດ​ແຂວງ​ຊິ​ຮາ​ນຸກ​ກ່າວ​ວ່າ, ບ່ອນ​ເກີດ​ເຫດ​ຢູ່​ແຂວງ​ຊິ​ຮາ​ນຸກ, ລົດ​ໂດຍ​ສານ​ປ້າຍ​ນະ​ຄອນຫຼວງ​ພະ​ນົມ​ເປັນ​ຄັນ​ໜຶ່ງ​ທີ່​ແລ່ນ​ຈາກ​ຊິ​ຮາ​ນຸກ​ໄປ​ຫາ​ພະ​ນົມ​ເປັນ​ຢ່າງວ່ອງ​ໄວ​ໄດ້​ຕຳ​ລົດ​ຂອງ​ເຈົ້າ​ຊາຍ​ຣາ​ນາ​ຣິດ.

​ຕາມ​ແຜນ​ການ​ເດີມ, ເຈົ້າ​ຊາຍ​ຣາ​ນາ​ຣິດ​ຈະໄປ​ຢ້ຽມ​ຢາມ​ສະ​ມາ​ຊິກ​ພັກ​ຟູນ​ຊິນ​ເປັກ​ແລະ​ຜູ້​ສະ​ໜັບ​ສະ​ໜູນ​ຢູ່​ແຂວງ​ກຳ​ປົດ​ໃນວັນ​ທີ 16 ມິ​ຖຸ​ນາ​ນີ້ ແລະ​ໄປ​ຢ້ຽມ​ຢາມ​ສະ​ມາ​ຊິກ​ພັກ​ຟູນ​ຊິນ​ເປັກ​ແລະ​ຜູ້​ສະ​ໜັບ​ສະ​ໜູນ​ຢູ່​ແຂວງ​ຊີ​ຮາ​ນຸກໃນວັນ​ທີ 17 ມິ​ຖຸ​ນາ​ນີ້.

ຄຳ​ເຫັນ

0