黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ງານ​ມະ​ຫະ​ກຳ​ຮູບ​ເງົາ​ສາ​ກົນຊຽງ​ໄຮ​ແມ່ນ​ເວ​ທີ​ແລ​ກ​ປ່ຽນ​ແລະ​ຮ່ວມ​ມື​ສາ​ກົນ​ທີ່​ຂະ​ໜາດ​ໃຫຍ່​ທີ່​​ມີສຸດ​ແລະ​ລະ​ດັບ​ສູງ​ສຸດ

2018-06-18 16:02:05 cri

ງານ​ມະ​ຫະ​ກຳ​ຮູບ​ເງົາ​ສາ​ກົນ​ຊຽງ​ໄຮ​ຄັ້ງ​ທີ 21 ທີ່​ພວມ​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຊຽງ​ໄຮ ສ​ປ ຈີນ​ໄດ້​ຈັດ​ພິ​ທີ​ເຊັນ​ສັນ​ຍາ “ສະ​ຫະ​ພັນ​ຮູບ​ເງົາ​ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ຄັ້ງ​ທຳ​ອິດ, ​ໂດຍຜູ້​ຕາງ​ໜ້າ​ອົງ​ການ​ຮູບ​ເງົາ​ທີ່​ມາ​ຈາກ 29 ປະ​ເທດ​ໃນ​ໂລກໄດ້​ຮ່ວມ​ລົງ​ນາມ​​ແລະ​ເຂົ້າເປັນ​ສະ​ມາ​ຊິກ. ​ໃນ​ໂອ​ກາດ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ, ທ່ານ​ ພັນທຳ ທອງສັງ ຮອງ​ເລ​ຂາ​ທິ​ການ​ໃຫຍ່​ສະ​ມາ​ຄົມ​ຮູບ​ເງົາ​ໄທໄດ້​ຍ້ອງ​ຍໍ​ງານ​ມະ​ຫະ​ກຳ​ຮູບ​ເງົາສາ​ກົນ​ຊຽງ​ໄຮ​ແມ່ນ​ເວ​ທີ​ແລ​ກ​ປ່ຽນ​ແລະ​ຮ່ວມ​ມື​ຮູບ​ເງົາ​ສາ​ກົນ​ທີ່​ມີ​ຂະ​ໜາດ​ໃຫຍ່​ທີ່​ສຸດ​ແລະ​ລະ​ດັບ​ສູງ​ສຸດ.

ທ່ານ​ປັນ​ທຳ ກ່າ​ວ​ວ່າ, ປີ​ນີ້​ແມ່ນ​ສະ​ມາ​ຄົມ​ຮູບ​ເງົາ​ໄທ​ເຂົ້າ​ຮ່ວມ​ງານ​ມະ​ຫະ​ກຳ​ຮູບ​ເງົາ​ສາ​ກົນ​ຊຽງ​ໄຮ​ຢ່າງ​ຮອບ​ດ້ານ​ເປັນ​ຄັ້ງ​ທຳ​ອິດ, ​ສ່ວນແຕ່​ກ່ອນ​ໄດ້​ເຂົ້າ​ຮ່ວມພຽງ​ຕະ​ຫຼາດ​ຮູບ​ເງົາ​ສາ​ກົນ​ຂອງ​ງານ​ມະ​ຫະ​ກຳ​ຮູບ​ເງົາ​ຊຽງ​ໄຮ​ເທົ່າ​ນັ້ນ. ທ່ານ​ເຫັນ​ວ່າ, ງານ​ມະ​ຫະ​ກຳ​ຮູບ​ເງົາ​ສາ​ກົນ​ຊຽງ​ໄຮ​ມີ​ເນື້ອ​ໃນ​ອຸ​ດົມ​ສົມ​ບູນ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ​ແລະ​ມີ​ລະ​ດັບ​ສູງ​ຂຶ້ນ​​ທຸກໆ​ປີ, ການ​ທີ່​ສ້າງ​ຕັ້ງ “ສະ​ຫະ​ພັນ​ງານ​ມະ​ຫະ​ກຳ​ຮູບ​ເງົາ​ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ສາ​ມາດ​ເຮັດ​ໃຫ້​ສະ​ມາ​ຊິກ​ແລກ​ປ່ຽນ​ແລະຖອດ​ຖອນ​ບົດ​ຮຽນ​ເຊິ່ງ​ກັນ​ແລະ​ກັນ​ໃນ​ດ້ານ​ຮູບ​ເງົາເຊິ່ງ​ເໜືອກວ່າງານ​ມະ​ຫະ​ກຳ​ຮູບ​ເງົາ​ສາ​ກົນ​ແບບ​ເກົ່າ​ທີ່​ມີ​ພຽງ​ຮູບ​ການ​ດຽວ​ຄື ສາຍ​ຮູບ​ເງົາ, ປະ​ກວດ​ແລະ​ຊື້​ຂາຍ​ກັນ, ຈຶ່ງສາ​ມາດ​ເວົ້າ​ໄດ້​ວ່າງານ​ມະ​ຫະ​ກຳ​ຮູບ​ເງົາ​ສາ​ກົນ​ຊຽງ​ໄຮ​ແມ່ນ​ເວ​ທີ​ແລ​ກ​ປ່ຽນ​ແລະ​ຮ່ວມ​ມື​ຮູບ​ເງົາ​ສາ​ກົນ​ທີ່​ມີ​ຂະ​ໜາດ​ໃຫຍ່​ທີ່​ສຸດ​ແລະ​ລະ​ດັບ​ສູງ​ສຸດ.

ຄຳ​ເຫັນ

0