黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອາ​ເມ​ຣິ​ກາ​ເກີດ​ເຫດ​ການ​ຍິງກັນ​ສົ່ງ​ຜົນ​ເຮັດ​ໃຫ້ 1 ຄົນ​ເສຍ​ຊີ​ວິດ​ແລະ​ບາດ​ເຈັບ 22 ຄົນ

2018-06-18 16:01:26 cri

ຕອນ​ຂ້ອນ​ແຈ້ງວັນ​ທີ 17 ມິ​ຖຸ​ນາ​ນີ້, ​ຢູ່ນະ​ຄອນ​ເທ​ຣັນ​ຕັນ​ລັດ​ນິວ​ເຈີ​ຊີ​​ອາ​ເມ​ຣິ​ກາໄດ້​ເກີດ​ເຫດ​ການ​ຍິງ​ກັນ, ມື​ປືນ​ຜູ້​ໜຶ່ງ​ຖືກ​ຍິງ​ເສຍ​ຊີ​ວິດແລະ​ບາດ​ເຈັບ 22 ຄົນ.

ເຫດ​ການ​ຍິ​ງ​ກັນ​ໄດ້​ເກີດ​ຂຶ້ນ​ໃນ​ກິດ​ຈະ​ກຳ​ວັດ​ທະ​ນະ​ທຳ​ຄັ້ງ​ໜຶ່ງ​ໃນ​ຕອນ​ຂ້ອນ​ແຈ້ງ​ປະ​ມານ 2 ໂມງ 45 ນາ​ທີ​ຕາມ​ເວ​ລາ​ທ້ອງ​ຖິ່ນ. ທ່ານ​ອັນ​ເກ​ໂລ ໂອ​ໂນ​ຟ​ຣີ ເຈົ້າ​ໜ້າ​ທີ່​ໄອ​ຍະ​ການ​ເມືອງ​ເມີ​ເຊີ​​ທີ່​ຂຶ້ນ​ກັບ​ນະ​ຄອນ​ເທ​ຣັນ​ຕັນ​ກ່າວ​ຕໍ່​ສື່ມວ​ນ​ຊົນ​ວ່າ, ໃນ​ເຫດ​ການ​ຍິງ​​ກັນ​ດັ່ງ​ກ່າວ​ມີ​ມື​ປືນ​ສອງ​ຄົນ, ໃນ​ນັ້ນ​ມີ​ຜູ້​ໜຶ່ງ​ຖືກ​ຕຳ​ຫຼວດ​ຍິງ​ເສຍ​ຊີ​ວິດ​ແລະ​ອີກຜູ້​ໜຶ່ງ​ຖືກ​​ຈັບ.

ທ່ານ​ໂອ​ໂນ​ຟ​ຣີ ກ່າວ​ຕື່ມ​ວ່າ, ໃນ 22 ຄົນ​ທີ່​ໄດ້​ຮັບ​ບາດ​ເຈັບ​ນັ້ນ, ມີ 17 ຄົນ​ບາດ​ເຈັບ​ຍ້ອນ​​ຖືກລູກ​ປືນ, ໃນ​ນັ້​ນ​ມີ 4 ຄົນ​ບາດ​ເຈັບ​ໜັກ. ສ່ວນ​ເຫຼືອ​ນັ້ນ​ແມ່ນ​ບາດ​ເຈັບ​​ຈາກ​ການ​ເກີດຄວາມ​ວຸ້ນ​ວາຍ. ​ເຫດ​ການ​ດັ່ງ​ກ່າວ​ອາດ​ຈະ​ເກີດ​ຂຶ້ນຍ້ອນ​ຖົກ​ຖຽງ​ກັນ, ປັດ​ຈຸ​ບັນພວມ​ສືບ​ສວນ​ໃນ​ຂັ້ນ​ຕໍ່​ໄປ.

ຄຳ​ເຫັນ

0