李敏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມຣິ​ກາ​ແລະ​ ສ ເກົາ​ຫຼີ ລົມ​ໂທ​ລະ​ສັບ​ຫາ​ລື​ບັນ​ຫາ​ນິວ​ເຄຼຍ​ແຫຼມ​ເກົາ​ຫຼີ

2018-06-19 16:44:52 cri

ຂ່າວ​ສານ​ຊິ່ນ​ຮ​ວາ: ວັນ​ທີ 18 ມິ​ຖຸ​ນາ​ນີ້, ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ຣິ​ກາ​​ໄດ້​ແຈ້ງ​ວ່າ, ວັນ​ທີ 17 ມິ​ຖຸ​ນາ​ນີ້, ທ່ານ​ໄມ ​ພົມ​ເພວ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປ​ະ​ເທດ​ອາ​ເມຣິ​ກາ​ໄດ້​ລົມ​ໂທ​ລະ​ສັ​ບ​ກັບ​ທ່ານ​ຄາງ​ຄິງ​ຮ​ວາ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ ສ ເກົາ​ຫຼີ, ​ໄດ້​ປຶກ​ສາ​ຫາ​ລື​ເຖິງ​ທິດ​ທາງ​ໃນ​ຕໍ່​ໜ້າ​ກ່ຽວ​ກັບ​ບັນ​ຫາ​ນິວ​ເຄຼຍ​ແຫຼມ​ເກົາ​ຫຼີ​ຫຼັງ​ກອງ​ປະ​ຊຸມ​ສຸດຍອດ​ຢູ່​ສິງ​ກະ​ໂປ​ຂອງ​ຜູ້​ນຳ​ອາ​ເມຣິ​ກາ​ແລະ​ ສ​ປ​ປ​ ເກົາ​ຫຼີ.

​ໃນ​ແຈ້ງ​ການ​ກ່າວ​ວ່າ, ທ່ານ ພົມ​ເພວ ກັບ​ທ່ານ ຄາງ​​ຄິງ​ຮ​ວາ​ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ, ຍັງ​ຈະ​ສຸມ​ໃສ່​ຊຸກ​ຍູ້​ໃຫ້​ແຫຼມ​ເກົາ​ຫຼີ​ບັນ​ລຸ “ການ​ປະ​ລະ​ນິວ​ເຄຼຍ​ຢ່າງ​ເຖິງ​ຖອງ, ​ສາ​ມາດກວດ​ກາ​ໄດ້, ແລະ​ບໍ່​ຕ່າວ​ຄືນ​ອີກ.” ພ້ອ​ມ​ກັນ​ນັ້ນ, ສອງ​ຝ່າຍ​ຍັງ​ກ່າວ​ວ່າ, ກ່ອນ​ ສ​ປ​ປ ເກົາ​ຫຼີ ປະ​ລະ​ນິວ​ເຄຼຍ, ຍັງ​ຈະ​ສືບ​ຕໍ່​ກົດ​ດັນ​ ສ​ປ​ປ ເກົາ​ຫຼີ ​ອີກ​ຕໍ່​ໄປ.

ທ່ານ ໂດ​​ໂນ ທ​ຣຳ ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ກັບ​ທ່ານ​ ​ກິມ​ເຈີງ​ອູນ ປະ​ທານ​ຄະ​ນະ​ກຳ​ມະ​ການລັດ​ຖະ​ກິດ ສ​ປ​ປ ເກົາ​ຫຼີ ​ໄດ້ພົບ​ປະ​​ກັນຢູ່​ສິງ​ກະ​ໂປ​ໃນ​ວັນ​ທີ 12 ມິ​ຖຸ​ນາ​ນີ້, ແລະ​ໄດ້​ເຊັນ​ຖະ​ແຫຼງ​ການ​ຮ່ວມ ໂດຍອາ​ເມ​ລິ​ກາ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ, ຈະ​​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ໃຫ້​ ສ​ປ​ປ ເກົາ​ຫຼີ, ສ​ປ​ປ ເກົາ​ຫຼີ ໄດ້​​ເນັ້ນໜັກ​ເຖິງ​ຄຳ​ໝັ້ນ​ສັນ​ຍາ​ຈະ​ບັນ​ລຸ​ການ​ປອດ​ນິວ​ເຄຼຍ​ຂອງ​ແຫຼມ​ເກົາ​ຫຼີ.

ວັນ​ທີ 13 ມິ​ຖຸ​ນາ​ນີ້, ທ່ານ ພົມ​ເພວ ກ່າວ​ວ່າ, ໃນ​ອະ​ນາ​ຄົດ​, ອາ​ເມ​ລິ​ກາ​ກັບ ສ​ປ​ປ ເກົາ​ຫຼີ​ຍັງ​ຕ້ອງ​ເຮັດຫຼາຍ​ວຽກ, ຄາດ​ວ່າ, ສອງ​ຝ່າຍ​ຈະ​ສືບ​ຕໍ່​ເຈ​ລະ​ຈາກັນ​ອີກ. ຫວັງ​ວ່າ ສ​ປ​ປ ເກົາ​ຫຼີ ຈະ​​ມີມາດ​ຕະ​ການ​ສຳ​ຄັນ​ໃນການຫຼຸດ​ກຳ​ລັງ​ນິວ​ເຄຼຍ​ໃນ​ສອງ​ປີ​ເຄິ່ງ​ຂ້າງ​ໜ້າ.

ຄຳ​ເຫັນ

0