李敏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ພັນ​ທະ​ມິດ​ສາ​ກົນໄດ້​ໂຈມຕີ​​ຄ້າຍ​ທະ​ຫານ​ລັດ​ຖະ​ບານ​ຊີ​ຣີ ເຮັດ​ໃຫ້​ຫຼາຍ​ຄົນ​ເສ​ຍ​ຊີ​ວິດ​ແລະ​ບາດ​ເຈັບ

2018-06-19 16:43:52 cri

ຕາມ​ຂ່າວ​ສານ​ຊິ່ນ​ຮ​ວາ: ວັນ​ທີ 18 ມິ​ຖຸ​ນາ​ນີ້, ຂ່າວ​ສານ​ຊີ​ຣີ​ລາຍ​ງານ​ວ່າ, ວັນ​ທີ 17 ​ເດືອນ​ດຽວ​ກັນ, ​ພັນ​ທະ​ມິດ​ສາ​ກົນໂຈມ​ຕີ​ກຸ່ມ​ກໍ່​ການ​ຮ້າຍ ISIS ທີ່​ນຳ​ໂດຍ​ອາ​ເມ​ລິ​ກາ​ນັ້ນ​ໄດ້​ຫຼອນ​ໂຈມ​ຕີ​ຄ້າຍ​ທະ​ຫານ​ລັດ​ຖະ​ບານ​ຊີ​ຣີ​ທີ່​ແຂວງ​​ເດຍ​ເອ​ສໂຊ​ ພາກ​ຕາ​ເວັນ​ອອກ​ຊີ​ຣີ, ເຮັດ​ໃຫ້​ຫຼາຍ​ຄົນ​ເສ​ຍ​ຊີ​ວິດ​ແລະ​ບາດ​ເຈັບ.

ຂ່າວ​ສານ​ຊີ​ຣີ​ໄດ້​ຍົກ​ເອົາ​ຄວາມ​ເວົ້າ​ຂອງ​ເຈົ້າ​ໜ້າ​ທີ່​ທະ​ຫານ​ຊີ​ຣີມາ​ລາຍ​ງານ​ວ່າ, ວັນ​ທີ 17 ມິ​ຖຸ​ນາ​ນີ້, ​ພັນທະ​ມິດ​ສາ​ກົນໄດ້​ໂຈມ​ຕີ​ຄ້າຍ​ທະ​ຫານ​ລັດ​ຖະ​ບານ​ຊີ​​ຣີ​ຢູ່​ພາກ​ຕາ​ເວັນ​ອອກ​ສຽງ​ໃຕ້​ເມືອງ​ອັບ​ບູຄາ​ເມວ ແຂວງ​ເດຍ​ເອ​ສໂຊ​, ເຮັດ​ໃຫ້​ຫຼາຍ​ຄົນ​ເສ​ຍ​ຊີ​ວິດ​ແລະ​ບາດ​ເຈັບ, ແຕ່​ບໍ່​ໄດ້​ເປີດ​ເຜີຍ​ຈຳ​ນວນ​ຜູ້​ບາດ​ເຈັບ​ແລະ​ເສຍ​ຊີ​ວິດ.

ຂ່າວ​ຍັງ​ລາຍ​ງານ​ວ່າ, ຫວ່າງ​ມໍ່ໆ​ນີ້, ການ​ເຄື່ອນ​ໄຫວ​ທາງ​ການ​ທະ​ຫານ​ເພື່ອ​ກຳ​ຈັດ​ກຸ່ມ​ກໍ່​ການ​ຮ້າຍ ISIS ຢູ່​ເຂດ​ທະ​ເລ​ຊາຍ​ທາງ​ພາກ​ຕາ​ເວັນ​ຕົກ​ແຂວງ​ເດຍ​ເອ​ສ​ໂຊ​ຂອງກອງ​ທັບລັດ​ຖະ​ບານ​ຊີ​​ຣີ​ໄດ້​ຮັບ​ຄວາມ​ຄືບ​ໜ້າ, ເຊິ່ງ​ໄດ້​​ຍຶດຜືນ​ແຜ່ນ​ດິນ​ເກືອບ 2000 ກິ​ໂລຕາ​ແມັດ, ​ພັນ​ທະ​ມິດສາ​ກົນ​ໂຈມ​ຕີ​ກອງ​ທັບ​ລັດ​ຖະ​ບານ​ຊີ​​ຣີ​ໃນ​ໄລ​ຍະ​ນີ້​ໄດ້​​ເຮັດ​ໃຫ້​ພວກ​ກໍ່​ການ​ຮ້າຍ​ຍິ່ງ​ໄດ້​ໃຈ, ເຊິ່ງ​​ເປັນ​ການ​ຢືນ​ຢັນ​​ແລ້ວ​ວ່າ “ອາ​ເມ​ລິ​ກາ​ຮັກ​ສາ​ການ​ປະ​ຈຳການ​ທາງ​ການ​ທະ​ຫານ​ທີ່​ບໍ່​ຊອບ​ດ້ວຍ​ກົດ​ໝາຍ​ໂດຍ​ຜ່ານ​ການ​ສະ​ໜັບ​ສະ​ໜູນ​ພວກ​ກໍ່​ການ​ຮ້າຍ ແລະ​ລັກ​ເອົາ​ຊັບ​ພະ​ຍາ​ກອນ​ເສດ​ຖະ​ກິດ​ທີ່​ພາກ​ຕາ​ເວັນ​ອອກ​ຊີ​​ຣີ.”

ຄຳ​ເຫັນ

0