覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເຈົ້າ​ໜ້າ​ທີ່​ຣັດ​ເຊຍ​ກ່າວ​ວ່າ ຜູ້​ນຳ​ຣັດ​ເຊຍ​ແລະ​ ສ ເກົາຫຼີ​ຈະ​ຫາ​ລື​ໂຄງ​ການ​ຮ່ວມ​ມື​ກັບ ​ສ​ປ​ປ ເກົ​າຫຼີ

2018-06-19 10:17:43 cri

ວັນ​ທີ 18 ມິ​ຖຸ​ນາ​ນີ້, ທ່ານ​ອີ​ກໍ ໂມ​ກູ​ລົ​ຟ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຣັດ​ເຊຍ​ກ່າວ​ວ່າ: ໃນ​ເວ​ລາ​ທ່ານວ​ະລາ​ດີ​ເມຍ ປູ​ຕິນ ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ​ແລະ​ທ່ານ​ມູນ​ເຈ​ອິນ ປະ​ທາ​ນາ​ທິ​ບໍ​ດີ​ ສ ເກົາຫຼີ​ພົບ​ປະ​ກັນ​ຢູ່​ນະ​ຄອນຫຼວງ​ມົ​ສ​ກູ, ຜູ້​ນຳ​ສອງ​ປະ​ເທດ​ຈະ​ຫາ​ລື​ການ​ປະ​ຕິ​ບັດ​ໂຄງ​ການ​ຮ່ວມ​ມື​3ຝ່າຍ​ຄື​ລະ​ຫວ່າງ ຣັດ​ເຊຍ, ສ ເກົາຫຼີ ກັບ​ສປ​ປ ເກົາຫຼີ.
 

ໂອ​ກາດ​ໃຫ້​ສຳ​ພາດ​ຕໍ່​ສື່ມວ​ນ​ຊົນ​ຣັດ​ເຊຍ​ຢູ່​ນະ​ຄອນຫຼວງ​ມົ​ສ​ກູ​ໃນ​ວັນ​ດຽວ​ກັນ, ທ່ານ​ໂມ​ກູ​ລົ​ຟ​ຍັງ​ກ່າວ​ຕື່ມ​ວ່າ: ຣັດ​ເຊຍ​ມີ​ຈຸດ​ຢືນ​ໃຫ້ຫຼຸດ​ຜ່ອນ​ຄວາ​ມ​ເປັນ​ປໍ​ລະ​ປັກ​ທາງ​ການ​ທະ​ຫານ​ຢູ່​ແຫຼມ​ເກົາຫຼີ ແລະ​ເຫັນ​ວ່າ​ການ​ຈັດ​ການ​ຊ້ອມ​ຮົບ​ຮ່ວມ​ຢູ່​ພາກ​ພື້ນ​ນີ້​ໃນ​ໄລ​ຍະ​ເຈ​ລະ​ຈາ​ເປັນ​ເລື່ອງ​ທີ່​ບໍ່​ເໝາະ​ສົມ. ຣັດ​ເຊຍ​ເຫັນ​ວ່າ ການ​ຍົ​ກ​ເລີກ​ການ​ຊ້ອມ​ຮົບ​ລັກ​ສະ​ນະ​ນີ້​ເປັນທິດ​ທາງ​ທີ່​ຖືກ​ຕ້ອງ.
 

 ໂດຍ​ຕອບ​ສະ​ໜອງ​ຕາມ​ຄຳ​​ເຊື້ອເຊີນ​ຂອງ​ທ່ານ​ວະ​ລາ​ດີ​ເມຍ​ ປູ​ຕິນ ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ, ທ່ານ​ມູນ​ເຈ​ອິນ ປະ​ທາ​ນາ​ທິ​ບໍ​ດີ ສ ເກົາຫຼີ​ຈະ​ຢ້ຽມ​ຢາມ​ຣັດ​ເຊຍ​ທາງ​ລັດ​ຖະ​ກິດ​ເປັນ​ເວ​ລາ 3 ວັນ ​ ຊຶ່ງ​ຖື​ເປັນ​ເທື່ອ​ທຳ​ອິດ​ທີ່​ປະ​ທາ​ນາ​ທິ​ບໍ​ດີ​ສ​ ເກົາຫຼີ​ຢ້ຽມ​ຢາມ​ຣັດ​ເຊຍ​ໃນ​ຮອບ 19 ປີ​ຜ່ານ​ມາ. ວັນ​ທີ 29 ເມ​ສາ​ຜ່ານ​ມາ, ທ່ານ​ມູນ​ເຈ​ອິນ​ໄດ້​ສົນ​ທະ​ນາ​ຜ່ານ​ທາງ​ໂທ​ລະ​ສັບ​ກັບ​ທ່ານ​ປູ​ຕິນ ແລະ​ສອງ​ຝ່າຍ​ເປັນ​ເອ​ກະ​ພາບ​ກັນ​ວ່າ: ມີ​ຄວາມ​ຈຳ​ເປັນ​ຕ້ອງ​ດຳ​ເນີນ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ກັບ​ສ​ປ​ປ ເກົາຫຼີ​ເພື່ອ​ສົ່ງ​ເສີມ​ສັນ​ຕິ​ພາບ.

ຄຳ​ເຫັນ

0