蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອາ​ເມ​ຣິ​ກາ ແລະ ສ.ເກົາຫຼີ​ຢຸດ​ຕິ​ການ​ຊ້ອມ​ຮົບ​ຮ່ວມ​ເປັນ​ມາດ​ຕະ​ການ​ທີ່​ຕັ້ງ​ໜ້າ

2018-06-20 10:59:56 CRI

ວັນ​ທີ 19 ມິ​ຖຸ​ນາ​ນີ້, ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ສ.ເກົາຫຼີ ແລະ ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ຣິກາ​ຮ່ວມ​ກັນ​ເປີດ​ເຜີຍ​ວ່າ, ເພື່ອ​ບັນ​ລຸ​ໃຫ້​ແຫຼມ​ເກົາຫຼີ​ປອດ​ນິວ​ເຄຼຍ ແລະ ສ້າງ​ກົນ​ໄກ​ສັນ​ຕິ​ພາບ, ສອງ​ຝ່າຍ​ຕົກ​ລົງ​ຢຸດ​ຕິ​ການ​ຊ້ອມ​ຮົບ​ຮ່ວມ UFG ທີ່​​ກຳ​ນົດ​ຈະຈັດ​ຂຶ້ນ​ໃນ​ເດືອນ​ສິງ​ຫາ​ປີ​ນີ້. ວັນ​ທີ 19 ມິ​ຖຸ​ນາ​ນີ້, ທ່ານ​ເກິ໋ງ​ສວງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ເລື່ອງ​ນີ້.

ທ່ານ​ເກິ໋ງ​ສວງ​ໄດ້​ກ່າວ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ທີ່​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ​ວ່າ, ອາ​ເມ​​ຣິ​ກາ ແລະ ສ.ເກົາຫຼີ​ຢຸດ​ຕິ​ການ​ຊ້ອມ​ຮົບ​ຮ່ວມ​ເປັນ​ມາດ​ຕະ​ການ​ທີ່​ຕັ້ງ​ໜ້າ ແລະ ມີ​ລັກ​ສະ​ນະ​ສ້າງ​ສັນ, ຈີນ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ເລື່ອງ​ນີ້, ພວກ​ເຮົາ​ຫວັງ​ວ່າ​ບັນ​ດາ​ຝ່າຍ​ຄວນ​ຮ່ວມ​ແຮງ​ຮ່ວ​ມ​ໃຈ​ກັນ ແລະ ພະ​ຍາ​ຍາມ​ຕື່ມ​ອີກ ເພື່ອ​ຊຸກ​ຍູ້​ໃຫ້​ແຫຼມ​ເກົາຫຼີ​ປອດ​ນິວ​ເຄຼຍ ແລະ ຊຸກ​ຍູ້​ຂະ​ບວນ​ການ​ແກ້​ໄຂ​ບັນ​ຫາ​ໃນ​ຊ່ອງທາງ​ການ​ເມືອງ.

ຄຳ​ເຫັນ

0