黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສະ​ມາ​ຄົມ 58 ແຫ່ງ​ຂອງຂະ​ແໜງ​ການ​ຕ່າງໆ​ອາ​ເມ​ຣິ​ກາ​ສົ່ງ​ຈົດ​​ໝາຍ​​​ເຖິງ​ລັດ​ຖະ​ສະ​ພາ​ຮຽກ​ຮ້ອງ​ຕິດ​ຕາມ​ສິດ​ດ້ານ​ການ​ຄ້າ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ

2018-06-20 15:59:31 cri

ຕາມ​ຂ່າວ CRI: ສື່ມວນ​ຊົນ​ອາ​ເມ​ຣິ​ກາ​ລາຍ​ງານ​ໃນ​ວັນ​ທີ 19 ມິ​ຖຸ​ນາ​ນີ້​ວ່າ, ສະ​ມາ​ຄົມ​ 58 ແຫ່ງ​ຂອງ​ຂະ​ແໜງ​ການ​ຜະ​ລິດ, ຂາຍ​ຍ່ອຍ​, ກະ​ສິ​ກຳ​ແລະ​ອື່ນໆ​ຂອງ​ອາ​ເມ​ຣິ​ກາ​ໄດ້​​ສົ່ງ​ຈົດ​ໝາຍ​ຮ່ວມ​​​ໄປ​ຍັງ​ຄະ​ນະ​ກຳ​ມະ​ການ​ການ​ເງິນ​ຂອງ​ສະ​ພາ​ສູງ​ແລະ​ຄະ​ນະ​ກຳ​ມະ​ການ​ລະ​ດົມ​ທຶນ​ຂອງ​ສະ​ພາ​ຕ່ຳ​ອາ​ເມ​ຣິ​ກາ, ເພື່ອ​ຮຽກ​ຮ້ອງ​ໃຫ້​ລັດ​ຖະ​ສະ​ພາ​ເພີ່​ມ​ທະ​ວີ​ການ​ຕິດ​ຕາມ​ສິດ​ດ້ານ​ການ​ຄ້າ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ຕົນ.

ຈົດ​ໝາຍ​ດັ່ງ​ກ່າວ​ລະ​ບຸ​ວ່າ, ລັດ​ຖະ​ບານ​ຊຸດ​ປັດ​ຈຸ​ບັນ​ໄດ້​​ໃຊ້ມາດ​ຕະ​ການ​ພາ​ສີ​ເປັນ​ວິ​ທີ​​ຕົ້ນ​ຕໍ​ໃນ​ການແກ້​ໄຂ​ຄວາມ​ຂັດ​ແຍ້ງ​ການ​ຄ້ານັບ​ມື້​ນັບ​ຫຼາຍ​ຂຶ້ນ, ເຮັດ​ໃຫ້​ຄູ່​ການ​ຄ້າ​ອາ​ເມ​ຣິ​ກາ​ໄດ້​ປະ​ຕິ​ບັດ​ມາດ​ຕະ​ການ​​ຕອບ​ໂຕ້, ສົ່ງ​ຜົນ​ເຮັດ​ໃຫ້​ນັກ​ທຸ​ລະ​ກິດ​ສົ່ງ​ອອກ​ອາ​ເມ​ຣິ​ກາ​​ປະ​ສົບ​ຄວາມ​ເສຍ​ຫາຍ, ແລະ​ເຮັດ​ໃຫ້​ໂອ​ກາດ​ປະ​ກອບ​ອາ​ຊີບ​ຫຼາຍ​ລ້​ານ​ຕຳ​ແໜ່ງ​ຂອງ​​ຊາວອາ​ເມ​ຣິ​ກາ​​ໄດ້​ຮັບ​ຜົນ​ກະ​ທົບ.

ຈົດ​ໝາຍ​ເຕືອນ​ໃຫ້​ສອງ​ຄະ​ນະ​ກຳ​ມະ​ການ​ດັ່ງ​ກ່າວ​ພິ​ຈາ​ລະ​ນາໃຊ້​ມາດ​ຕະ​ການ​​ທີ່ແຂງ​ແຮງ​ຕໍ່​ການ​ກະ​ທຳ​ທີ່​ກ່ຽວ​ຂ້ອງ​ຂອງ​ລັດ​ຖະ​ບານ, ເພີ່ມ​ທະ​ວີ​ການ​ຕິດ​ຕາມ​ຕໍ່​ສິດ​ດ້ານ​ການ​ຄ້າ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ, ແລະ​ພິ​ຈາ​ລະ​ນາ​​ວ່າມີ​ຄວາມ​ຈຳ​ເປັນ​ເພື່ອ​ດັດ​ແກ້​ສິດ​​ດ້ານການ​ຄ້າ​ໃນ​ປັດ​ຈຸ​ບັນ​ຫຼື​ບໍ່?

ຄຳ​ເຫັນ

0