覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອີ​ຣານ​ກ່າວ​ວ່າ​ຍັງ​ບໍ່​ຈຳ​ເປັນ​ທີ່​ຈະ​ຄົ້ນ​ຄວ້າ​​ການຜະ​ລິດ​ລູກ​ສອນ​ໄຟ​ໄລ​ຍະ​ຍິງຫຼາຍກວ່າ​ 2000 ກິ​ໂລ​ແມັດ

2018-06-20 11:31:54 cri

ວັນ​ທີ 19 ມິ​ຖຸ​ນາ​ນີ້, ເຈົ້າ​ໜ້າ​ທີ່ກອງ​ທັບ​ອີ​ຣານ​ຢືນ​ຢັນ​ວ່າ ປັດ​ຈຸ​ບັນ, ອີ​ຣານ​ຍັງ​ບໍ່​ຈຳ​ເປັນ​ທີ່​ຈະ​ຄົ້ນ​ຄວ້າ​ການຜະ​ລິດ​ລູກ​ສອນ​ໄຟ​ນຳ​ວິ​ຖີ​ໄລ​ຍະ​ຍິງຫຼາຍກວ່າ 2000 ກິ​ໂລ​ແມັດ.
 

ໜັງ​ສື​ພິມ​ເຕ​ເຮ​ຣານ​ທາມ​ໄດ້​ອ້າງ​ຕາມ​ຄຳ​ເວົ້າ​ຂອງ​ທ່ານ​ໂມ​ຮາ​ເມັດ​ອາ​ລີ ຈາ​ຟາ​ຣີ ຜູ້​​ບັນ​ຊາການ​ໃຫຍ່ກອງ​ປ້ອງ​ກັນ​ປະ​ຕິ​ວັດ​ອິ​ສ​ລາມ​ອີ​ຣານ​​ໂດຍ​ລາຍ​ງານ​ວ່າ: ເຖິງ​​ວ່າ ກອງ​ທັບ​ອີ​ຣານ​ມີ​ຄວາມ​ສາ​ມາດ​ຄົ້ນ​ຄວ້າ​ຜະ​ລິດ​ລູກ​ສອນ​ໄຟ​ນຳ​ວິ​ຖີ​ໄລ​ຍະຍິງຫຼາຍກວ່າ 2000 ກິ​ໂລ​ແມັດ​ກໍ​ຕ​າມ, ແຕ່​ປັດ​ຈຸ​ບັນ​ຍັງ​ບໍ່​ຕ້ອງ​ການ​ເທື່ອ, ໄລ​ຍະ​ຍິງ​ຂອງ​ລູກ​ສອນ​ໄຟ​ນຳ​ວິ​ຖີ​ອີ​ຣານ​ຈະ​ຮັກ​ສາ​ຢູ່​ໃນ​ຂອບ​ເຂດ 2000 ກິ​ໂລ​ແມັດ.
 

 ວັນ​ທີ 8 ພຶດ​ສະ​ພາ​ຜ່ານ​ມາ, ທ່ານ​ໂດ​ໂນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ​ໄດ້​ປະ​ກາດ​ວ່າ​ອາ​ເມ​​ຣິ​ກາ​ຕັດ​ສິນ​ໃຈ​ຖອນ​ອອກ​ຈາກ​ສັນ​ຍາ​ຮອບ​ດ້ານ​ວ່າ​ດ້ວຍ​​ບັນ​ຫານີວ​ເຄ​ລຍ​ອີ​ຣານ​ໂດຍ​ອ້າງ​ເຫດ​ຜົນວ່າ ສັນ​ຍາ​ນີ້​ບໍ່​ໄດ້​ຈຳ​ກັດ​ອີ​ຣານ​ພັດ​ທະ​ນາ​ໂຄງ​ການ​ລູກ​ສອນ​ໄຟ​ນຳ​ວິ​ຖີ. ສ່ວນ​ອີ​ຣານ​ກ່າວ​ຢ່າງ​ເດັດ​ດ່ຽວ​ວ່າ ອີ​ຣານ​ມີ​ສິດ​ພັດ​ທະ​ນາ​ລູກ​ສອນ​ໄຟ​ນຳ​ວິ​ຖີ​ລັກ​ສະ​ນະ​ປ້ອງ​ກັນ​ຕົວ, ຈິ່ງ​ຈະ​ບໍ່​ເຈ​ລະ​ຈາ​ກັບ​ປະ​ເທດ​ອື່ນ​ກ່ຽວ​ກັບ​ບັນ​ຫາ​ປ້ອງ​ກັນ​ປະ​ເທດ.

 

 

ຄຳ​ເຫັນ

0