蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອາ​ເມ​ລິ​ກາ​ປະ​ກາດ​ຖອນ​ອອກ​ຈາກ​ສະ​ພາ​ມົນ​ຕີ​ສິດ​ທິ​ມະ​ນຸດ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ

2018-06-20 10:34:48 CRI

ວັນ​ທີ 19 ມິ​ຖຸ​ນາ​ນີ້, ທ່ານ​​ນາງນິກ​ກີ ຮາ​ໄລ ຜູ້​ຕາງ​ໜ້າ​ຖາ​ວອນ​ຂອງ​ອາ​ເມ​​ຣິ​ກາ​ປະ​ຈຳ​ອົງ​ກາ​ນ​ສ​ະ​ຫະ​ປະ​ຊາ​ຊາດ​ກ່າວ​ວ່າ, ຍ້ອນ​ວ່າ​ສະ​ພາ​ມົນ​ຕີ​ສິດ​ທິ​ມະ​ນຸດ​ອົງ​ກາ​ນ​ສະ​ຫະ​ປະ​ຊາ​ຊາດ “ມີ​ຄວາມ​ເຫັນ​ລຳ​ອຽງ” ຕໍ່​ອິ​ສ​ລາ​ແອນ ແລະ “ບໍ່​ສາ​ມາດ​ປົ​ກ​ປ້ອງ​ສິດ​ທິ​ມະ​ນຸດ​ຢ່າງ​ບັງ​ເກີດ​ຜົນ”, ອາ​ເມ​​ຣິ​ກາ​ຈິ່ງຖອນ​ອອກ​ຈາກ​ອົງ​ການ​ດັ່ງ​ກ່າວ.

ມື້​ດຽວ​ກັນ, ທ່ານ​ອັນ​ໂ​ຕ​ນິ​ໂອ ກູ​ເ​ຕີ​ເຣ​ສ ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ສະ​ແດງ​ຄວາມ​ເສຍ​ດາຍ​ຕໍ່​ການ​ກະ​ທຳ​ດັ່ງ​ກ່າວ​ຂອງ​ອາ​ເມ​ຣິ​ກາ. ທ່ານ​ສະເຕ​ຟານ ດູ​ຈາ​ຣິກ ໂຄ​ສົກ​ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ກ່າວ​ວ່າ, ທ່ານ​ກູ​ເຕ​ເຣ​ສ​ຫວັງ​ໃຫ້​ອາ​ເມ​ລິ​ກາ​ເປັນ​ປະ​ເທດ​ສະ​ມາ​ຊິກ​ສະ​ພາ​ມົນ​ຕີ​ສິດ​ທິ​ມະ​ນຸດ​ຕໍ່​ໄປ, ເພາະ​ວ່າ​ອົງ​ການ​ດັ່​ງ​ກ່າວ​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ສຳ​ຄັນ​ທີ່​ສຸດ​ຕໍ່​ການ​ຊຸກ​ຍູ້ ແລະ ປົກ​ປ້ອງ​ສິດ​ທິ​ມະ​ນຸດ​ໃນ​ຂອ​ບ​ເຂດ​ທົ່ວ​ໂລກ.

ສະ​ພາ​ມົນ​ຕີ​ສິດ​​ທິມະ​ນຸດ​ອົງ​ກາ​ນ​ສະ​ຫະ​ປະ​ຊາ​ຊາດ​ມີ​ສຳ​ນັກ​ງານ​ໃຫຍ່​ຕັ້ງ​ຢູ່​ເຊີ​ແນວ, ລວມ​ມີ​ 47 ທີ່​ນັ່ງ ແລະ ປະ​ເທດ​ມົນ​ຕີ​​ກຳ​ເນີດ​ຈາກ​ການ​ເລືອກ​ຕັ້ງ​ໃນ​ສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ.

ຄຳ​ເຫັນ

0