蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຂະ​ແໜງ​ການ​ຮູບ​ເງົາ​ຈີນ​​ພັດ​ທະ​ນາ​ຢ່າງວ່ອງ​ໄວ

2018-06-21 17:06:50 CRI

ປີ 2018 ເປັນ​ປີ​ທີ່​ຈີນ​ດຳ​ເນີນ​ການ​ປະ​ຕິ​ຮູບ ແລະ ໄຂ​ປະ​ຕູ​ສູ່​ພາຍນອກ​ຄົບ​ຮອບ 40 ປີ. ຕະຫຼອດ​ໄລ​ຍະ 40 ປີ​ມາ​ນີ້, ຂະ​ແໜງ​ການ​ຮູບ​ເງົາ​ຈີນ​ຈາກ​ເສດ​ຖະ​ກິດ​ແຜນ​ການ​ຫັນ​ມາ​ເປັນ​ເສດ​ຖະ​ກິດ​ຕະຫຼາດ, ການ​ອະ​ນຸ​ຍາດ​ໃຫ້​​ເອ​ກະ​ຊົນ​ເຂົ້າ​​ມາ​ລົງ​ທຶນ​ໃນຂະ​ແໜງ​ການ​ຮູບ​ເງົາ​ໄດ້​ຊຸກ​ຍູ້​ໃຫ້​ຂະ​ແໜງ​ການ​ຮູບ​ເງົາ​ຈີນ​ພັດ​ທະ​ນາ​ຢ່າງວ່ອງ​ໄວ ແລະ ຕະຫຼາດ​ຮູບ​ເງົາ​ຈີນ​ເລີ່ມ​ເປີດ​ປະ​ຕູ​ຕໍ່​ໂລກ​ຢ່າງກວ້າງ​ຂວາງ.

ທ່ານ​ລິວ​ເຈ່ຍ ນັກ​ຄົ້ນ​ຄວ້າ​ຕະຫຼາດ​ຮູບ​ເງົາ​ອາ​ວຸ​ໂສ​ຈີນ​ກ່າວ​ວ່າ, “ຕະຫຼອດ​ໄລ​ຍະ​ປະ​ຕິ​ຮູບ ແລະ ໄຂ​ປະ​ຕູ​ສູ່​ພາຍນອກ 40 ປີ​ມາ​ນີ້, ຂະ​ແໜງ​ການ​ຮູບ​ເງົາ​ຂອງ​ຈີນ​ໄດ້​ກ້າວ​ເຂົ້າ​ສູ່​ໄລ​ຍະ​ພັດ​ທະ​ນາ​ທີ່​ວ່ອງ​ໄວ. ໃນ​ໄລ​ຍະ 16 ປີ​ມາ​ນີ້, ຂະ​ໜາດ​ຕະຫຼາດ​ສາຍ​ຮູບ​ເງົາ​ຈີນ​ໄດ້​ເພີ່ມ​ຂຶ້ນ 28,5 ເທົ່າ, ໂຮງ​ຮູບ​ເງົາ​ໄດ້​ເພີ່ມ​ຂຶ້ນ 8,78 ເທົ່າ. ກໍ​ຍ້ອນ​ວ່າ​ມີ​ການ​ພັດ​ທະ​ນາ​ວ່ອງ​ໄວ​ແບບ​ນີ້, ເຮັດ​ໃຫ້​ຂະ​ໜາດ​ຕະຫຼາດ​ຮູບ​ເງົາ​ຈີນ​ເປັນ​ທີ​ໜຶ່ງ​ໃນ​ໂລກ.”

ທ່ານ​ຈ່າງ​ຮົງ ເລ​ຂາ​ພັກ​ສະ​ມາ​ຄົມ​ນັກ​ຮູບ​ເງົາ​ຈີນ​ເຫັນ​ວ່າ, ປັດ​ຈຸ​ບັນ, ໄດ້​​ສ້າງຮູບ​ເງົາ​ທີ່​ມີຫຼາຍ​ປະ​ເພດ ແລະ ຫຼາຍ​ສີ​ສັນ. ຮູບ​ເງົາ​ທີ່​ມີ​ຄຸນ​ນະ​ພາບ​ສູງ ແລະ ຮູບ​ເງົາ​ຜະ​ລິດ​ເພື່ອ​ກຸ່ມ​ຄົນສ່ວນ​ໜ້ອຍ​ໄດ້​ກາຍ​ເປັນ​ຈຸ​ດ​ພິ​ເສດ​ສຳ​ຄັນ​ຢ່າງ​ໜຶ່ງ​ທີ່​ເຮັດ​ໃຫ້​ຕະຫຼາດ​ຮູບ​ເງົາ​ຈີນ​ເພີ່ມ​ຂຶ້ນ, ການ​ສ້າງ​ເວັບ​ໄຊວິ​ດີ​ໂອ​ໄດ້​ກາຍ​ເປັນ​ຊ່ອງ​ທາງ​ໃໝ່ ທີ່​ຊຸກ​ຍູ້ ແລະ ປ່ຽນ​ແປງ​ການ​ໂຄ​ສະ​ນາມ​ ແລະ ການ​ຈຳ​ໜ່າຍ​ຮູບ​ເງົາ​ຈີນ.

ຄຳ​ເຫັນ

0