黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານສີຈິ້ນຜິງຕ້ອ​ນ​ຮັບ​ການ​ເຂົ້າ​ຢ້ຽມ​ຄຳ​ນັບ​ຂອງປະລັດຖະມົນຕີປ້ອງກັນປະເທດອາເມຣິກາ

2018-06-27 21:26:16 cri

图片默认标题_fororder_1123046190_15301046986081n

ຕາມຂ່າວ CRI: ວັນທີ 27 ມິຖຸນານີ້ ທ່ານສີຈິ້ນຜິງ ປະທານປະເທດແຫ່ງ ສປຈີນ ໄດ້​ຕ້ອນ​ຮັບ​ການ​ເຂົ້າ​ຢ້​ຽມ​ຄຳ​ນັບ​ຂອງປະທ່ານມາດິສລັດຖະມົນຕີກະຊວງປ້ອງກັນປະເທດອາເມຣິກາທີ່ ຢ້ຽມຢາມຈີນຢູ່ ຫໍສະພາປະຊາຊົນແຫ່ງຊາດຈີນທີ່ປັກກິ່ງ.

ທ່ານສີຈິ້ນຜິງກ່າວວ່າ, ໂລກຊູ່ມື້ນີ້ ກຳລັງຢູ່ໃນໄລບະທີ່ເກີດມີການພັດທະນາຢ່າງໃຫຍ່, ​ແລະມີການປ່ຽນແປງຢ່າງໃຫຍ່ປັບປຸງຢ່າງໃຫຍ່, ໂລກຫັນເປັນຫຼາຍຂົ້ວ ແລະເສດຖະກິດໂລກາພິວັດພວມ ພັດທະນາລົງສູ່ລວງເລິກ, ລະຫວ່າງປະເທດກັບປະເທດມີຄວາມ​ເພິ່ງ​ພາ​ອາ​ໄສກັນນັບມື້ນ ນັບແໜ້ນແຟ້ນ ກວ່າເກົ່າ. ປະຊາຊົນຈີນຈະສ້າງປະເທດສັງຄົມນິຍົມທີ່ທັນສະໄໝ ແລະເຂັ້ມແຂງ, ແຕ່​ຈີນຍຶດໝັ້ນ ເດີນຕາມເສັ້ນທາງພັດທະນາໂດຍສັນຕິ, ​ຈະບໍ່ເດີນໄປສູ່​ເສັ້ນ​ທາງ​ແຫ່ງການແຜ່ຂະຫຍາຍ ອິດທິພົນແລະເປັນປະເທດ ລ່າ​ຫົວເມືອງຂຶ້ນ, ຈະບໍ່ສ້າງຄວາມວຸ້ນ​ວາຍໃຫ້ໂລກ. ການພົວພັນລະຫວ່າງຈີນ-ອາເມ​ຣິກາພັດ ທະນາ ເປັນຢ່າງດີ ສາມາດສ້າງຄວາມຜາສຸກໃຫ້ແກ່ປະຊາຊົນສອງປະເທດກໍ່ຄືປະຊາຊົນປະເທດຕ່າງໆໃນໂລກນີ້, ມີຜົນດີຕໍ່ສັນຕິພາບ ສະຖຽນລະພາບ ແລະຄວາມວັດທະນາຖາວອນຂອງພາກພື້ນແລະທົ່ວໂລກ. ຈີນ ແລະ ອາເມ​ຣິກາມີຜົນປະໂຫຍດຮ່ວມໃນຂົງເຂດກວ້າງຂວາງ, ຈຸດຮ່ວມກັນລະຫວ່າງສອງຝ່າຍ ຈະຫຼາຍ ກວ່າຄວາມຂັດແຍ້ງລະຫວ່າງກັນ. ມະຫາສະໝຸດປາຊີຟິກທີ່ກວ້າງໃຫຍ່​ໄພ​ສານສາມາດໃຫ້ຈີນອາເມລິກາ ແລະປະເທດອື່ນໆຮ່ວມກັນຢູ່ໄດ້. ສອງຝ່າຍຈີນ-ອາເມຣິກາຄວນຍຶດຖືຫຼັກການທີ່ເຄົາລົບເຊິ່ງກັນ ແລະກັນ, ຮ່ວມມືແລະສ້າງຜົນປະໂຫຍດໃຫ້ແກ່ກັນ ເພື່ອຊຸກຍູ້ການພົວພັນລະຫວ່າງຈີນ-ອາເມ​ຣິກາ ​ໃຫ້ຂະຫຍາຍຕົວ​ຕໍ່ໄປ. ໃນຂະນະທີ່​ເບິ່ງເຫັນຜົນປະໂຫຍດຮ່ວມກັນລະຫວ່າງສອງຝ່າຍ, ພວກເຮົາກໍ່ ບໍ່ຫຼີກ​ລ່ຽງຄວາມຂັດແຍ້ງທີ່ມີຢູ່ລະຫວ່າງກັນ. ໃນບັນຫາທີ່ກ່ຽວພັນເຖິງອະທິປະໄຕ ແລະຜືນ ແຜ່ນດິນອັນຄົບຖ້ວນຂອງຈີນ, ທ່າທີຂອງພວກເຮົາແມ່ນຈະແຈ້ງ ແລະເດັດດ່ຽວໜຽວແໜ້ນ ຄື: ຜືນແຜ່ນດິນທີ່ບັນພະບຸລຸດຈົ່ງໄວ້ໃຫ້ນັ້ນເສຍຫາຍບໍ່ໄດ້ແມ່ນແຕ່ນ້ອຍດຽວ, ສ່ວນສິ່ງຂອງຂອງ ຄົນອື່ນນັ້ນພວກເຮົາກໍ່ຈະບໍ່ເອົາໄປແມ່ນແຕ່ນ້ອຍດຽວ.

ທ່ານສີຈິ້ນຜິງກ່າວວ່າ, ການພົວພັນລະຫວ່າງສອງກອງທັບ ແມ່ນພາກສ່ວນປະກອບທີ່ສຳຄັນຂອງ ການພົວພັນລະຫວ່າງສອງປະເທດ. ໃນຫຼາຍປີມໍ່ໆມານີ້, ການພົວພັນລະຫວ່າງສອງກອງທັບໄດ້ຮັກສາ ທ່າອຽງທີ່ພັດທະນາເປັນຢ່າງດີ. ຄຳບູຮານຈີນກ່າວໄວ້ວ່າ: ແຕ່ໃດມາ ຜູ້ທີ່ຊຳນານໃນການສູ້ຮົບນັ້ນເປັນ ຄົນທີ່ບໍ່ມັກກໍ່ສົງຄາມ, ການທີ່ເພີ່ມທະວີການໄປມາຫາສູ່ກັນ ແລະການສ້າງເປັນກົນໄກທຸກລະດັບລະ ຫວ່າງສອງກອງທັບ ມີຜົນດີຕໍ່ການລົບລ້າງຄວາມລະແວງສົງ​ໄສກັນ, ປ້ອງກັນບໍ່ໃຫ້ເກີດເຫດການເໜືອ ການຄາດຄິດຍ້ອນເຂົ້າໃຈຜິດກັນ ຫຼື ວິ​ນິ​ໄສຢ່າງຜິດພາດ. ຫວັງວ່າສອງກອງທັບເພີ່ມທະວີທຳ ຄວານ ເຂົ້າໃຈກັນ, ເພີ່ມຄວາມໄວ້ເນື້ອເຊື່ອໃຈກັນ, ລົງເລິກການຮ່ວມມື,ຄວບຄຸມແລະປ້ອງກັນຄວາມສ່ຽງ, ເຮັດໃຫ້ການພົວພັນລະຫວ່າງສອງກອງທັບກາຍເປັນປັດໄຈທີ່ເຮັດໃຫ້ການພົວພັນລະຫວ່າງສອງປະເທດມີ ຄວາມໝັ້ນຄົງ.

ທ່ານມາດິສຂອບໃຈທ່ານສີຈິ້ນຜິງທີ່ໃຫ້ກຽດຕ້ອນ​ຮັບໂດຍກ່າວວ່າ, ອາເມຣິກາ​ໃຫ້​ຄວາມ​ສຳ​ຄັນສູງ ຕໍ່ການພົວພັນລະຫວ່າງສອງປະເທດແລະສອງກອງທັບ, ການພົວພັນລະຫວ່າງສອງກອງທັບມີບົດບາດ ແລະຖານະທີ່ສຳຄັນທີ່ສຸດໃນການພົວພັນລະຫວ່າງສອງປະເທດ. ອາເມ​ຣິກາ ຍິນດີຖື​ເອົາຄວາມຮັບຮູ້ທີ່ ເປັນເອກະພາບກັນລະຫວ່າງປະມຸກລັດສອງປະເທດອາ​ເມ​ຣິກາ-ຈີນເປັນການຊີ້ນຳນຳພາ, ເພີ່ມ ທະວີການແລກປ່ຽນດ້ານຍຸດທະສາດ, ເປີດກວ້າງການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນ ປະໂຫຍດ, ຄວບຄຸມແລະປ້ອງກັນບໍ່ໃຫ້ເກີດຄວາມຂັດແຍ້ງກັນແລະ​ເກີດຄວາມສ່ຽງ, ຫຼີກເວັ້ນບໍ່ໃຫ້ເກີດການປະທະ ກັນແລະເປັນປໍລະປັກກັນ,ເຮັດໃຫ້ການພົວພັນລະຫວ່າງສອງກອງທັບກາຍເປັນປັດໄຈທີ່ມີລັກສະນະສ້າງສັນ ໃນການຊຸກຍູ້ການພົວພັນລະຫວ່າງສອງປະເທດ.

ທ່ານມາດິສໄດ້ຝາກຄຳຢື້ຢາມຖາມຂ່າວຂອງທ່ານປະທານາທິບໍດີ ໂດໂນ ​ທ​ຣຳ​ມາ​ເຖິງທ່ານປະ ທານສີຈິ້ນຜິງ, ແລະທ່ານສີຈິ້ນຜິງກໍ່ໄດ້ຝາກຄຳ​ຢື້​ຢາມຖາມຂ່າວໄປຍັງທ່ານທ​ຣຳໂດຍຜ່ານທ່ານມາດິສ.

ທ່ານເວີ້ຍເຟິ້ງເຫີ ທີ່ປຶກສາແຫ່ງລັດ ທັງເປັນລັດຖະມົນຕີກະຊວງປ້ອງກັນປະເທດຈີນໄດ້ ເຂົ້າຮ່ວມການພົບປະ​ຄັ້ງ​ນີ້.

ຄຳ​ເຫັນ

0