黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິ​ງ ພົບ​ປະ​ກັບ​ປະທານ​ສະພາ​ສູງຣັດ​ເຊຍ

2018-07-05 16:53:58 CRI

图片默认标题_fororder_1123080193_15307134250601n

ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ ​ໄດ້​ພົບ​ປະ​ກັບ​ທ່ານ​ນາງ​ວາ​ເລນ​ຕີ​ນາ ມັດ​ວີ​ເຢນ​ໂກ ປະທານ​ສະພາ​ສູງຣັດ​ເຊຍ ຢູ່​ນະຄອນຫຼວງປັກ​ກິ່ງ​ໃນ​ວັນ​ທີ 4 ກໍລະກົດ​ນີ້ ​ໂດຍ​ຊີ້​ໃຫ້​ເຫັນ​ວ່າ: ປັດຈຸບັນ, ສາຍ​ພົວພັນ​ລະຫວ່າງ​ຈີນ-ຣັດ​ເຊຍ​ກຳລັງ​ຢູ່​ໃນ​ໄລຍະ​ທີ່​ດີ​ທີ່​ສຸດ​ໃນ​ປະຫວັດສາດ ສອງ​ຝ່າຍ​ຄວນ​ທະນຸ​ຖະໜອມ ​ແລະ ປົກ​ປັກ​ຮັກສາ​ສາຍ​ພົວພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ທີ່ສົມບູນ ​ແລະ​ໝັ້ນຄົງ​ລະຫວ່າງສອງ​ປະ​ເທດ, ​ເດັດດ່ຽວລົງ​ເລິກການ​ປະສານ​ງານ​ທາງ​ຍຸດ​ທະ​ສາດ​ຢ່າງຮອບດ້ານ, ຕັ້ງໜ້າ​ເຂົ້າຮ່ວມ​ກິດຈະການ​ສາກົນ ​ແລະ​ການ​ບໍລິຫານ​ທົ່ວ​ໂລກ, ປະກອບສ່ວນ​ອັນ​ສຳຄັນ​ເພື່ອ​ສັນຕິພາບ-ສະຖຽນ​ລະ​ພາບ​ຂອງ​ໂລກ.

ທ່ານ​ສີ​ຈິ້ນ​ຜິ​ງ ກ່າວ​ຕື່ມ​ວ່າ: ຫວັງ​ວ່າ​ສອງ​ຝ່າຍ​ຈະຕັ້ງໜ້າ​ຈັດຕັ້ງປະຕິບັດ​ຕາມ​ຂໍ້​ຕົກລົງ​ການ​ຮ່ວມ​ມື​ຕ່າງໆ, ພັດທະນາ​ທັດສະນະ​ການ​ຮ່ວມ​ມື​ເລື້ອຍໆ​ ​ແລະ ປະດິດ​ສ້າງ​ຮູບ​ແບບ​ການ​ຮ່ວມ​ມືຢ່າງ​ບໍ່​ຢຸດ​ຢັ້ງ, ຊຸກຍູ້​ໃຫ້ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ໄດ້​ຮັບ​ຜົນສຳ​ເລັດ​ໃໝ່ ​ແລະ ສ້າງ​ຄວາມ​ຜາ​ສຸກ​ໃຫ້​ແກ່​ສອງ​ປະ​ເທດ ​ແລະ​ປະຊາຊົນ​ສອງ​ຊາດ​ໃຫ້​ໄດ້ຫຼາຍກວ່າ​ເກົ່າ. ພ້ອມ​ກັນນັ້ນ, ຫວັງ​ວ່າອົງການ​ນິຕິບັນຍັດ​ຂອງ​ສອງ​ປະ​ເທດ​ຈະ​ເສີມ​ຂະຫຍາຍ​ທ່າ​ແຮງ​ຂອງ​ແຕ່​ລະ​ຝ່າຍ ສືບ​ຕໍ່​ສະໜັບສະໜູນ​ດ້ານ​ກົດໝາຍ​​ແລະ​ນະ​ໂຍບາຍໃຫ້​ແກ່​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ຂອງ​ສອງ​ປະ​ເທດ ​ເພີ່ມ​ທະວີການ​ຖອດ​ຖອນ​ບົດຮຽນ​ເຊິ່ງກັນ​ແລະ​ກັນ​ໃນ​ການ​ປົກຄອງ​ປະ​ເທດ-ການ​ຄຸ້ມ​ຄອງ​ລັດ ​ແລະ ຮັບປະກັນ​ການ​ຕິດຕາມ​ກວດກາເປັນຕົ້ນ ​ເພື່ອ​ສ້າງ​ພື້ນຖານ​ທາງ​ສັງຄົມ​ແລະ​ຈິດ​ໃຈ​ປະຊາຊົນ​​ໃຫ້ໜັກ​ແໜ້ນ​ກວ່າ​ເກົ່າ​ເພື່ອພັດທະນາ​ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​​ເທດ.

ທ່ານ​ນາງ​ມັດ​ວີ​ເຢນ​ໂກ ກ່າວ​ວ່າ: ໜ້າ​ທີ່​ສຳຄັນ​ຂອງ​ສອງ​ຝ່າຍ​ໃນປັດຈຸ​ບັນ ຄື ຈັດຕັ້ງປະຕິບັດ​ຕາມ​ຂໍ້​ຕົກລົງ​ສຳຄັນ​ຂອງ​ປະມຸກ​ລັດ​ສອງ​ປະ​ເທດ. ສະພາ​ສູງຣັດ​ເຊຍ​ຍິນ​ດີ​ລົງ​ເລິກ​ການ​ຮ່ວມ​ມື​ກັບ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ ​ແລະ ຊຸກຍູ້​ການ​ຮ່ວມ​ມື​ທີ່​ແທ້​ຈິງ​ໃນ​ຂົງ​ເຂດ​ຕ່າງໆ ​ເພື່ອ​​ເປັນ​ການ​ປະກອບສ່ວນ​ໃນ​ວຽກ​ງານ​ລວມຂອງ​ການ​ພັດທະນາ​ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​​ໄດ້ດີກ​ວ່າ​ເກົ່າ​.

ຄຳ​ເຫັນ

0