刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ຫວາງ​ຢີ້​​ຊີ້​ແຈງ​ຈຸດ​ຢືນ 5 ຈຸດ​ຂອງ​ຈີນ​ກ່ຽວ​ກັບ​ບັນ​ຫາ​ນິວ​ເຄຼຍ​ອີ​ຣານ

2018-07-07 15:26:45 伊朗核问题

 

ວັນ​ທີ 6 ກໍ​ລະ​ກົດ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ທ່ານ​ຫວາງ​ຢີ້ ທີ່​ປຶກ​ສາ​ແຫ່ງ​ລັດ​ທັ​ງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ກ່ຽວ​ກັບ​ບັນ​ຫາ​ນິວ​ເຄຼ​ຍ​ອີ​ຣານ​ຢູ່​ນະ​ຄອນຫຼວງວ​ຽນ​​ປະ​ເທດໂອ​ຕຼິ​ສ ​ແລະໄດ້​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ຈີນຫຼັງ​ກອງ​ປະ​ຊຸມ.

ທ່ານ​ຫວາງ​ຢີ້​ກ່າວ​ວ່າ, ກອງ​ປະ​ຊຸມ​ຄັ້ງ​ນີ້ມີ​ຄວາມ​ໝາຍ​ສຳ​ຄັນ ແລະ​ໄດ້​ຈັດ​ຈຶ້ນ​ຢ່າງ​ທັນ​ການ​ໃນ​ຂະ​ນະ​ທີ່​ສັນ​ຍາ​ຮອບ​ດ້ານ​​ກ່ຽວ​ກັບ​ບັນ​ຫານິວ​ເຄຼຍ​ອີ​ຣານ​ພວມ​​ຕົກ​ຢູ່​ປາກ​ທາງ​ສີ່​ແຍກ​ແລະ​ຈະ​ຜັນ​ໄປ​ທິດ​ທາງ​ໃດ. ຝ່າຍ​ຕ່າງໆ​ທີ່​ຮ່ວມ​ປະ​ຊຸມ​ໄດ້​ຮັບ​ຮອງ​ຖະ​ແຫຼງ​ການ​ຮ່ວມ​ທີ່​ສຳ​ຄັນ​ສະ​ບັບ​ໜຶ່ງ ໂດຍ​ມີ​ເນື້ອ​ໃນ​ໃຈ​ກາງ​ຄື ສືບ​ຕໍ່​ເຄົາ​ລົບ​ແລະ​ປະ​ຕິ​ບັດ​ສັນ​ຍາ​ຮອບ​ດ້ານ, ຄັດ​ຄ້ານ​ການ​​ຂວ້ຳ​ບາດແຕ່​ຝ່າຍ​ດຽວ​ທີ່​ລະ​ເມີດ​ກົດ​ໝາຍ​ສາ​ກົນ ແລະຮັກ​ສາ​ລະ​ບົບບໍ່ແຜ່​ຜາຍ​ນິວ​ເຄຼຍ​ສາ​ກົນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ.

ທ່ານ​ຫວາງ​ຢີ້​ຍັງ​ກ່າວ​ຕື່ມ​ວ່າ, ໃນ​ບັນ​ຫາ​ນິວ​ເຄຼຍ​ອີ​ຣານ, ຈີນ​ຈະ​ຍຶດ​ໝັ້ນ​ຈຸດ​ຢືນ 5 ຈຸດ​ດັ່ງ​ນີ້: ໜຶ່ງ, ຄວນ​ເຄົາ​ລົບ​ກະ​ຕິ​ກາສາ​ກົນ. ສອງ, ຄວນ​ປະ​ຕິ​ບັດ​ສັນ​ຍາ​ຮອບ​ດ້ານ. ສາມ, ຄວນ​ຮັກ​ສາ​ສະ​ຖຽນ​ລະ​ພາບ​ຂອງ​ຕາ​ເວັນ​ອອກ​ກາງ. ສີ່, ຄວນ​ປະ​ລະການ​ຂວ້ຳ​ບາດ​ແຕ່​ຝ່າຍ​ດຽວ ແລະຫ້າ, ຄວນ​ຍຶດ​ໝັ້ນ​ການ​ເຈ​ລະ​ຈາ​ກັນ.

ທ່ານ​ຫວາງ​ຢີ້​ກ່າວ​ຕໍ່​ໄປ​ວ່າ, ຈີນ​ພະ​ຍາ​ຍາມ​ຮັກ​ສາ​ແລະ​ປະ​ຕິ​ບັດ​ສັນ​ຍາ​ຮອບ​ດ້ານ ກ່ຽວ​ກັບ​ບັນ​ຫາ​ນິວ​ເຄຼຍ​ອີ​ຣານ​ຢ່າງ​ເດັດ​ດ່ຽວ ​ຍິນ​ດີ​ຮັກ​ສາ​ການ​ແລກ​ປ່ຽນ​ແລະ​ການ​ປະ​ສານ​ງານ​ກັບ​ຝ່າຍ​ຕ່າງໆ ແລະທຳ​ຄວາມພະ​ຍາ​ຍາມ​ເພື່ອຮັກ​ສາ​ຜົນ​ໄດ້​ຮັບ​ຈາກ​ລັດ​ທິຫຼາຍ​ຝ່າຍ.

ຄຳ​ເຫັນ

0