李建祥

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສົງ​ຄາມ​ການ​ຄ້າ​ທີ່​ອາ​ເມ​ຣິ​ກາກໍ່​ຂຶ້ນ​ຈະ​ກະ​ທົບ​ເຖິງ​ເສດ​ຖະ​ກິດ​ທົ່ວ​ໂລກ

2018-07-09 11:06:23 cri

    ຫວ່າງມໍ່ໆ​ນີ້, ທ່ານ ດ​ຣ. ອາ​ຊັນ ມາ​ນເຊີ ຫົວ​ໜ້າ​ບໍ​ລິ​ຫານ​ຂອງ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ນະ​ໂຍ​ບາຍ ທັງ​ເປັນ​ນັກ​ເສດ​ຖະ​ສາດ​ຂອງ​ບັງ​ກ​ລາ​ເທດ ເຫັນ​ວ່າ, ການ​ກະ​ທຳ​ຂອງ​ລັດ​ຖະ​ບານ​ທ​ຣຳ​ຂອງ​ອາ​ເມ​ຣິ​ກາ ຈະ​ສ້າງ​ຜົນ​ຮ້າຍ​ຕໍ່​ເສດ​ຖະ​ກິດ​ທົ່ວ​ໂລກ ໂດຍ​ຈະ​ເຮັດ​ໃຫ້​ຈັງ​ຫວະ​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ຊ້າ​ລົງ. ສົງ​ຄາມ​ການ​ຄ້າ​ທີ່​ອາ​ເມ​ຣິ​ກາກໍ່​ຂຶ້ນ ຈະ​ກະ​ທົບ​ເຖິງ​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ທົ່ວ​ໂລກ.

    ທ່ານ ມານ​ເຊີ ກ່າວ​ວ່າ, ລັດ​ຖະ​ບານ​ທ​ຣຳ ບໍ່​ພຽງ​ແຕ່​ເພີ່ມ​ພາ​ສີ​ຕໍ່​ຈີນ​ເທົ່າ​ນັ້ນ, ຍັງ​​ຕໍ່​ກຸ່ມ​ເສດ​ຖະ​ກິດ​ຕ່າງໆ ເຊັ່ນ​ອີ​ຢູ ແລະ​ກາ​ນາ​ດາ​ເປັນ​ຕົ້ນ. ສະ​ນັ້ນ, ຄື​ກັນ​ກັບ​ປະ​ເທດ​ຈີນ, ປະ​ເທດ​ອື່ນໆ​ກໍ​ຈະ​ເພີ່ມ​ພາ​ສີ​ເພື່ອ​ຕອບ​ໂຕ້​ອາ​ເມ​ຣິ​ກາແລະ​ປົກ​ປ້ອງ​ເສ​ດ​ຖະ​ກິດ​ຂອງ​ປະ​ເທດ​ຕົນ, ເມື່ອ​ເຮັດ​ຄື​ແນວນັ້ນ ຈະ​ເຮັດ​ໃຫ້​ເສດ​ຖະ​ກິດ​ບໍ່​ໝັ້ນ​ທ່ຽງ. ຖ້າ​ຫາກວ່າ​ການ​ຄ້າ​ທົ່ວ​ໂລກຫຼຸດ​ລົງ 10%, ຈັງ​ຫວະ​ການ​ເຕີບ​ໂຕ​ຂອງ​ທົ່ວ​ໂລກ​ກໍ​ຈະ​ຊ້າ​ລົງ 5%.

ຄຳ​ເຫັນ

0