蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຖານ​ທັບ​ອາ​ກາດ​ທາງ​ພາກ​ກາງ​ຂອງ​ຊີ​ຣີ​ຖືກ​ລູກ​ສອນ​ໄຟ​ນຳ​ວິ​ຖີຫຼອນ​ໂຈມ​ຕີ​ອີກ​ເທື່ອ​ໜຶ່ງ

2018-07-09 16:21:54 CRI

ວັນ​ທີ 8 ກໍ​ລະ​ກົດ​ນີ້, ເຈົ້າ​ໜ້າ​ທີ່​ທະ​ຫານ​ຊີ​ຣີ​ກ່າວ​ວ່າ, ຕອນ​ຄ່ຳ​ມື້​ດຽວ​ກັນ, ຖານ​ທັບ​ອາ​ກາດ​ແຫ່ງ​ໜຶ່ງ​ຂອງ​ຊີ​ຣີ​ຢູ່​ແຂວງ​ໂຮມສ ທາງ​ພາກ​ກາງ​ຊີ​ຣີ ຖືກ​ລູກ​ສອນ​ໄຟ​ນຳ​ວິ​ຖີ​ຂອງ​ອິ​ສ​ລາ​ແອນ​ຫຼອນ​ໂຈມ​ຕີ, ລະ​ບົບ​ປ້ອງ​ກັນ​ທາງ​ອາ​ກາດ​ຂອງ​ຊີ​ຣີ​ໄດ້​ສະ​ກັດ​ຍິງ​ລູກ​ສອນ​ໄຟ​ນຳ​ວິ​ຖີຫຼາຍ​ລູກ ແລະ ຍິງ​ຖືກ​ຍົນ​ສູ້​ຮົບ​ລຳ​ໜຶ່ງ​ທີ່​ມາຫຼອນ​ໂຈ​ມ​ຕີ.

ໂທ​ລະ​ພາບ​ແຫ່ງ​ຊາດ​ຊີ​ຣີ​ນຳ​ເອົາ​ຂ່າວ​ຈາກ​ເຈົ້າ​ໜ້າ​ທີ່​ທະ​ຫານ​ມາ​ລາຍ​ງານ​ວ່າ, ລູກ​ສອນ​ໄຟ​ນຳ​ວິ​ຖີ 6 ລູກ​ໄດ້​ຕົກ​ໃສ່​ເຂດ​ໃກ້​ເດິ່ນ​ບິນ​ທະ​ຫານ T4 ທາງ​ພາກ​ຕາ​ເວັນ​ອອກ​ແຂວງ​ໂຮມ​ສ ແລະ ປັດ​ຈຸ​ບັນ, ​ຍັງ​ບໍ່​ມີ​ການ​ລາຍ​ງານ​ຂ່າວ​ກ່ຽວ​ກັບ​ຜູ້​ເສຍ​ຊີ​ວິດ ແລະ ບາດ​ເຈັບ. ການ​ລາ​ຍ​ງານ​ຂ່າວ​ບໍ່​ໄດ້​ເວົ້າ​ເຖິງ​ສະ​ພາບ​ລະ​ອຽດ​ກ່ຽວ​ກັບ​ຍົນ​ສູ້​ຮົບ​ທີ່​ຖືກ​ຍິງ. ພາບ​​ຖ່າຍ​ທາງໂທ​ລະ​ພາບ​ສະ​ແດງໃຫ້​ເຫັນວ່າ, ລູກ​ສອນ​ໄຟ​ນຳ​ວິ​ຖີ​ປ້ອງ​ກັນ​ອາ​ກາດ​ຊີ​ຣີ​ໄດ້​​ສະ​ກັດ​ຍິງ​ເປົ້າ​ໝາຍ​ອິ​ສ​ລາ​ແອນ​ຢູ່​ຕາມ​ທ້ອງ​ຟ້າໃນ​ຍາມ​ກາງ​ຄືນ.

ນັບ​ແຕ່​ຕົ້ນ​ປີມາ​ນີ້​, ອິ​ສ​ລາ​ແອນ​ໄດ້​ໂຈມ​ຕີ​ເປົ້າ​ໝາຍ​ໃນ​ດິນ​ແດນ​ຊີ​ຣີຫຼາຍ​ເທື່ອ ດ້ວຍ​ຂໍ້​ອ້າງ​ໂຈມ​ຕີ​ສິ່ງ​ກໍ່​ສ້າງ​ທາງ​ການ​ທະ​ຫານ​ຂອງ​ອີ​ຣານ.

ຄຳ​ເຫັນ

0