尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ ຫຼີ​ເຄີ້​ສຽງ ​ເປັນ​ປະ​ທານ​ກອງ​ປະ​ຊຸມ​ປຶກ​ສາ​ຫາ​ລື​ລະ​ຫວ່າງ​ລັດ​ຖະ​ບານ​ຈີນ​-ເຢຍ​ລະ​ມັນ​ຄັ້ງ​ທີ 5 ແລະ​ຢ້ຽມ​ຢາມ​ເຢຍ​ລະ​ມັນ​ຢ່າງ​ເປັນ​ທາງ​ການ

2018-07-09 11:48:56 cri

ໂດຍ​ຕອບ​ສະ​ໜອງ​ຕາມ​ຄຳເຊື້ອ​ເຊີນ​ຂອງ​ທ່ານ​ນາງ ແອງ​ເຈີ​ລາ ເມີ​ເຄວ ນາ​ຍົກ​ລັດ​ຖະ​ມົນ​ຕີ​ເຢຍ​ລະ​ມັນ, ຕອນ​ບ່າຍ​ວັນ​ທີ 8 ກໍ​ລະ​ກົດ​ນີ້ ທ່ານ ຫຼີ​ເຄີ້​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ໄດ້​ເດີນ​ທາງ​ຮອດ​ນະ​ຄອນ​ຫຼວງ​ແບັກ​ແລັງ ໂດຍ​ຈະເປັນ​ປະ​ທານ​ກອງ​ປະ​ຊຸມ​ປຶກ​ສາ​ຫາ​ລື​ລະ​ຫວ່າງ​ລັດ​ຖະ​ບານ​​ຈີນ​-ເຢຍ​ລະ​ມັນ​ຄັ້ງ​ທີ 5 ແລະ​ຢ້ຽມ​ຢາມ​ເຢຍ​ລະ​ມັນ​ຢ່າງ​ເປັນ​ທາງ​ການ.

ໃນ​ໄລ​ຍະ​ຢູ່ຢ້ຽມ​ຢາມ,ທ່ານ ຫຼີ​ເຄີ້​ສຽງ ຈະ​ພົບ​ປະ​ກັບ​ທ່ານ​ນາງ ແອງ​ເຈີ​ລາ ເມີ​ເຄວ​ແລະ​ຮ່ວມ​ກັນຖະ​ແຫຼງຂ່າວ, ເປັນ​ສັກ​ຂີ​ພິ​ຍານ​ຕໍ່​ການ​ເຊັນ​ສັນ​ຍາ​ຮ່ວມ​ມື​ທີ່​ກ່ຽວ​ຂ້ອງ​ລະ​ຫວ່າງ​ຈີນ-ເຢຍ​ລະ​ມັນ,ເຂົ້​າ​ຮ່ວມ​ເວ​ທີ​ປຶກ​ສາ​ຫາ​ລື​ການ​ຮ່ວມ​ມືດ້ານ​ເຕັກ​ນິກ​ແລະ​ເສດ​ຖະ​ກິດ​ຈີນ-ເຢຍ​ລະ​ມັນ​ແລະ​ກ່າວ​ປາ​ໄສ, ເຂົ້າຮ່ວມກິດ​ຈະ​ກຳ​ວາງ​ສະ​ແດງ​ລົດ​ຍົນ​ຂັບອັດ​ຕະ​ໂນ​ມັດ​ຈີນ-ເຢຍ​ລະ​ມັນ. ນອກ​ນີ້, ຍັງ​ຈ​ະ​ເຂົ້າ​ຢ້ຽມ​ຄຳ​ນັບ​ທ່ານ ແຟ​ຣງ ວໍ​ເຕີ ສະ​ໄຕ​ເມີ ປະ​ທາ​ນາ​ທິ​ບໍ​ດີ​ເຢຍ​ລະ​ມັນ​ອີກ​ດ້ວຍ.

ທ່ານ ຫຼີ​ເຄີ້​ສຽງ ໄດ້​ເດີນ​ທາງ​ຮອດ​ນະ​ຄອນ​ຫຼວງ​ແບັກ​ແລັງປະ​ເທດ​ເຢຍ​ລະ​ມັນ​ພາຍ​ຫຼັງ​ໄດ້​ສິ້ນ​ສຸດ​ການ​ຢ້ຽມ​ຢາມ​ບຸນ​ກາ​ຣີ​ຢ່າງ​ເປັນ​ທາງ​ການ​ແລະ​ເຂົ້າ​ຮ່ວມ​ການ​ພົບ​ປະ​ຜູ້​ນຳ​ປະ​ເທດ​ຈີນ-ເອີ​ຣົບ​ກາງ​ແລະ​ຕາ​ເວັນ​ອອກ​ຄັ້ງ​ທີ 7.

ຄຳ​ເຫັນ

0