吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຂົວ​ມິດຕະພາບ​ຈີນ-ມານດິຟໄດ້​ສິ້ນ​ສຸຸດລົງ

2018-07-10 17:09:18 cri

ວັນ​ທີ 9 ກໍລະກົດ​ນີ້, ​ເສົາ​ຂົວ​ເລກ 20 ​ແລະ​ເລກ 21 ​ຂອງຂົວ​ໃຫຍ່​ມິດຕະພາບ​ຈີນ-ມານ​ດິຟທີ່​ບໍລິສັດ​ຈີນ​ຮັບ​ເໝົາ​ກໍ່ສ້າງ​ນັ້ນ​ໄດ້​ເຊື່ອມ​ເຂົ້າກັນ​ແລ້ວ ເຊິ່ງໝາຍ​ຄວາມ​ວ່າຄານ​ຂົວ​ໄດ້​ເຊື່ອມ​ຈອດ​ກັນ​ໝົດ​ແລ້ວ.

ຂົວ​​ໃຫຍ່​ມິດຕະພາບ​ຈີນ-ມານດິຟມີ​ຄວາມ​ຍາວທົງ​ໝົດ 2000 ແມັດ, ຂົວຂ້າມ​ທະ​ເລຍາວ 1390 ​ແມັດ, ​ໃນ​ນັ້ນ ຂົວ​ຕົ້ນຕໍ​ຍາວ 760 ​ແມັດ. ປະ​ມຸກ​ລັດ​ສອງ​ປະ​ເທດ​ໄດ້​ຕົກລົງ​ເປັນ​ເອກະ​ພາບ​ກັນ​ກໍ່ສ້າງ​ຂົວ​ແຫ່ງ​ນີ້​ໃນປີ 2014, ຈີນ​ຊ່ວຍ​ເຫຼືອ​ກໍ່ສ້າງ​ ​ແລະ​ເປັນ​ຂົວ​ຂ້າມ​ທະ​ເລຂະໜາດ​ໃຫຍ່, ສະ​ນັ້ນ ຈຶ່ງຕັ້ງ​ຊື່​ຂົວ​ນີ້​ເປັນ “ຂົວ​​ໃຫຍ່​ມິດຕະພາບ​ຈີນ-ມານດິຟ".

​ເມື່ອ​ຂົວ​ນີ້ສ້າງ​ສຳ​ເລັດ​ແລ້ວ,ຈະ​ປັບປຸງ​ສະພາບ​ການ​ເດີນທາງ​ຂອງ​ປະຊາຊົນ​ທ້ອງ​ຖິ່ນ, ​ເປີດ​ກວ້າງພື້ນ​ທີ່​ການ​ພັດທະນາ​ຂອງ​ຕົວ​ເມືອງ, ສົ່ງ​ເສີມ​ການ​ພັດທະນາ​ເສດຖະກິດ​ຂອງ​ມານດິຟ, ຂະນະ​ດຽວ​ກັນ​ກໍ​​ເປັນ​ການເພີ່ມ​ທະວີ​ໄມຕີ​ຈິດ​ມິດຕະພາບ​ທີ່​ດີລະຫວ່າງຈີນ ​ແລະ​ມານດິຟ, ກາຍ​ເປັນ​ໂຄງການ​ພື້ນຖານ​ໂຄງ​ລ່າງ​ຂະ​ໜາດ​​ໃຫຍ່ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ” ທີ່​​ໄດ້​ຮັບ​ການຈັດ​ຕັ້ງປະຕິບັດ​ໃນ​​ໄລຍະ​ຕົ້ນ ​ແລະ​ໄດ້​ຮັບ​ໝາກຜົນ​ເປັນ​ທີ່​ໜ້າ​ພໍ​ໃຈ.

ຄຳ​ເຫັນ

0