李建祥

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະ​ທາ​ນາ​ທິ​ບໍ​ດີ​ຟິ​ລິບ​ປິນ​ຮັບ​ເອົາ​ຮ່າງ​ລັດ​ຖະ​ທຳ​ມະ​ນູນ​ສະ​ບັບ​ດັດ​ແກ້

2018-07-10 16:22:38 cri

    ທ່ານ ໂຣດ​ຣິ​ໂກ ດູ​ເຕີ​ເຕ ປະ​ທາ​ນາ​ທິ​ບໍ​ດີ​ຟິ​ລິບ​ປິນ ໄດ້​ຮັບ​ເອົາ​ຮ່າງລັດ​ຖະ​ທຳ​ມະ​ນູນ​ສະ​ບັບ​ດັດ​ແກ້​ຫຼ້າ​ສຸດ​​ທີ່​ສະ​ເໜີ​ໂດຍ​ທ່ານ ເຣ​ຢາ​ໂຕ ພູ​ໂນ ປະ​ທານ​ຄະ​ນະ​ກຳ​ມະ​ການ​ໃຫ້​ຄຳ​ປຶກ​ສາດ້ານ​ລັດ​ຖະ​ທຳ​ມະ​ນູນ, ອະ​ດີດຫົວ​ໜ້າ​ຜູ້​ພິ​ພາກ​ສາຢູ່​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ​ມາ​ລາ​ຄາ​ນາງ​ໃນ​ວັນ​ທີ 9 ກໍ​ລະ​ກົດ​ນີ້ ແລະ​ກ່າວ​ວ່າ, ຈະ​ສະ​ເໜີ​ສະ​ບັ​ບ​ຮ່າງ​ດັ່ງ​ກ່າວ​ໃຫ້​ລັດ​ຖະ​ສະ​ພາ​ເພື່ອ​ຄົ້ນ​ຄວ້າ​ພິ​ຈາ​ລະ​ນາ​ໂດຍ​ໄວ.

    ວັນ​ທີ 3 ກໍ​ລະ​ກົດ​ນີ້, ຄະ​ນະ​ກຳ​ມະ​ການ​ໃຫ້​ຄຳ​ປຶກ​ສາ​ລັດ​ຖະ​ທຳ​ມະ​ນູນ​ຟິ​ລິບ​ປິນ​ທີ່​ປະ​ກອບ​ດ້ວຍ​ສະ​ມາ​ຊິກ 22 ທ່ານ ໄດ້​​ໃຊ້​ເວ​ລາ 15 ນາ​ທີ​ເທົ່າ​ນັ້ນ ກໍ​ໄດ້ຮັບ​ຮອງ​ຮ່າງ​ລັດ​ຖະ​ທຳ​ມະ​ນູນ​ສະ​ບັບ​ດັດ​ແກ້​ ດ້ວຍ​ຄະ​ແນນ​ສຽງ​ທັງ​ໝົດ. ອີງ​ຕາມ​ສະ​ບັບ​ຮ່າງ​ດັ່ງ​ກ່າວ, ສິດ​ອະ​ທິ​ປະ​ໄຕ​ຂອງ​ຊາດ ຈະ​ແບ່ງ​ປັນ​ຄືນ​ໃໝ່​ລະ​ຫວ່າງ​ລັດ​ຖະ​ບານ​ກາງ​ແລະ​ອົງ​ການ​ປົກ​ຄອງ​ທ້ອງ​ຖິ່ນ ໂດຍ​ອົງ​ການ​ປົກ​ຄອງ​ທ້ອງ​ຖິ່ນ​ຈະ​ມີ​ສິດ​ເປັນ​ເຈົ້າ​ການຫຼາຍກວ່າ​ເກົ່າ​ໃນ​ການ​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ທ້ອງ​ຖິ່ນ​ຕົນ. ຖ້າ​ສະ​ບັບ​ຮ່າງ​ດັ່ງ​ກ່າວ​ຈະ​ຜ່ານການ​​ຮັບ​ຮອງໃນ​ຂັ້ນ​ສຸດ​ທ້າຍ, ຍັງ​ຕ້ອງ​ໄດ້​​ຜ່ານ​ສອງ​ຂັ້ນ​ຕອນ ຄື: ​ລັດ​ຖະ​ສະ​ພາ​ລົງ​ຄະ​ແນນ​ສຽງ​ຮັບ​ຮອງ ແລະ ປະ​ຊາ​ຊົນ​ທົ່ວ​ປະ​ເທດ​ລົງ​ຄະ​ແນນ​ສຽງ.

    ປັດ​ຈຸ​ບັນ, ຟິ​ລິ​ບ​ປິນ​ແມ່ນ​ປະ​ເທດ​ສາ​ທາ​ລະ​ນະ​ລັດ​ລະ​ບອບ​ດຽວ, ລັດ​ຖະ​ບານ​ກາງ​ມີ​ສິດ​ບໍ​ລິ​ຫານ​ສູງ​ສຸດ ລວມ​ທັງ​ເປັນ​ຜູ້ຮັບ​ເອົາ​ລາຍ​ຮັບ​ດ້ານສ່ວຍ​ສາ​ອາ​ກອນ​ຂອງ​ທ້ອງ​ຖິ່ນ​ມາ​ແບ່ງ​ປັນ​ຄືນ​ໃໝ່​ຢູ່​ສູນ​ກາງ.

ຄຳ​ເຫັນ

0