李建祥

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຕ້ານ​ສົງ​ຄາມ​ການ​ຄ້າ​ທີ່ກໍ່​ຂຶ້ນ​ໂດຍ​ອາ​ເມ​ຣິ​ກາ, ຈີນ​ມີ​ຄວາມ​ສາ​ມາດ​ໃນ​ການ​ຈ່າຍ​ຄ່າ​​ທົດ​ແທນ​ໃດ​ໜຶ່ງ

2018-07-10 16:24:05 cri

    ໃນ​ສົງ​ຄາມ​ການ​ຄ້າ ຈະ​ບໍ່​ມີ​ຝ່າຍ​ໃດ​ຊະ​ນະ, ສະ​ນັ້ນ, ເມື່ອ​ອາ​ເມ​ຣິ​ກາກໍ່​ສົງ​ຄາມ​ການ​ຄ້າ​ທີ່​ມີ​ຂະ​ໜາດ​ໃຫຍ່​ທີ່​ສຸດ​ໃນ​ປະ​ຫວັດ​ສາດ​ເສ​ດ​ຖະ​ກິດ​ຂອງ​ມວນ​ມະ​ນຸດ​ຕໍ່​ຈີນ​ແລ້ວ, ສອງ​ຝ່າຍ​ລ້ວນ​ແຕ່​ຕ້ອງ​ເສຍ​ຄ່າ​​ທົດ​ແທນ ແລະ ​ປະ​ສົບ​ຄວາມ​ເສຍ​ຫາຍ ເຊິ່ງ​ເປັນ​ເລື່ອງ​ທີ່ຫຼີກບໍ່​ມົ້ມ​ກົ້ມ​ບໍ່​ຫວິດ. ຕອນ​ຄ່ຳ​ວັນ​ທີ 9 ກໍ​ລະ​ກົດ​ນີ້, ໂຄ​ສົກ​ກະ​ຊວງ​ການ​ຄ້າ​ຈີນ ໄດ້​ປະ​ກາດ 4 ມາດ​ຕະ​ການ​ເພື່ອ​ຜ່ອນ​ຄາຍ​ຜົນ​ກະ​ທົບ​ຈາກ​ຄວາມ​ຂັດ​ແຍ້ງ​ກັນ​ດ້ານ​ການ​ຄ້າລະ​ຫວ່າງ​ຈີນ-ອາ​ເມ​ຣິ​ກາ​ທີ່ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ເຂັ້ມ​ແຂງ​ໃນ​ການ​ຄວບ​ຄຸມ​ຄວາມ​ສ່ຽງ, ຄວາມ​ເດັດ​ດ່ຽວ​ແລະ​ຄວາມ​ອົດ​ທົນ​ໃນ​ການ​ຕໍ່​ຕ້ານ​ສົງ​ຄາມ​ການ​ຄ້າ ແລະ​ທັດ​ສະ​ນະ​ການ​ບໍ​ລິ​ຫານ​ການ​ເມືອງ​ທີ່​ຖື​ປະ​ຊາ​ຊົນ​ເປັນ​ກົກ.

    ຍ້ອນ​ວ່າ​ສົງ​ຄາມ​ການ​ຄ້າ​ລະ​ຫວ່າງ​ຈີນ​ກັບ​ອາ​ເມ​ຣິ​ກາ​ຫາກໍ່​ເລີ່ມ​ຕົ້ນ, ໃນ​ຕໍ່​ໜ້າ ຈະ​ມີ​ການ​ປ່ຽນ​ແປງຫຼາຍ, ຜົນ​ກະ​ທົບ​ກໍ​ຈະ​ມີການປ່ຽນ​ແປງເລື້ອຍໆ, ສະ​ນັ້ນ, ແຜນ​ການ​ຮັບ​ມື​ຂອງ​ຈີນ ກໍ​ຕ້ອງ​ປັບ​ປຸງ​ຢູ່​ທຸກ​ເວ​ລາ. ສາ​ມາດ​ຄາດ​ຄະ​ເນ​ໄດ້​ວ່າ, ຄຽງ​ຄູ່​ກັບ​ການ​ປ່ຽນ​ແປງ​ຂອງ​ສົງ​ຄາມ​ການ​ຄ້າ​ລ​ະ​ຫວ່າງ​ຈີນ-ອາ​ເມ​ຣິ​ກາ, ແຜນ​ການ​ຂອງ​ລັດ​ຖະ​ບານ​ຈີນ​ຍັງ​ຈະ​ປັບ​ປຸງ​ໃຫ້​ດີ​ຂຶ້ນ​ຢ່າງ​ບໍ່​ຢຸດຢັ້ງ ແລະ​ຈະ​ພະ​ຍາ​ຍາມ​ເຮັດ​ໃຫ້​ຄວາມ​ເສຍ​ຫາຍຫຼຸດ​ລົງ​ເຖິງ​ລະ​ດັບ​ຕ່ຳ​ສຸດ.

     ​ຄືດັ່ງ​ນັກ​ວິ​ເຄາະ​ບາງ​ຄົນ​ຊີ້​ໃຫ້​ເຫັນ​ວ່າ: ການ​ທີ່​ອາ​ເມ​ຣິ​ກາ​ເພີ່ມ​ພາ​ສີ​ຕໍ່​ຜະ​ລິດ​ຕະ​ພັນ​ທີ່​ນຳ​ເຂົ້າ​ຈາກ​ຈີນ​ໃນ​ມູນ​ຄ່າ 34 ຕື້​ໂດ​ລາ​ສະ​ຫະ​ລັດ​ນັ້ນ ຈະ​ກະ​ທົບ​ເຖິງ​ບາງວິ​ສາ​ຫະ​ກິດ​ທີ່​ກ່ຽວ​ຂ້ອງ​ຂອງ​ຈີນ, ແຕ່​ວ່າ, ເວົ້າ​ສຳ​ລັບ​ຈີນ​ແລ້ວ, ການ​ຕໍ່​ຕ້າ​ນ​ສົງ​ຄາມ​ການ​ຄ້າ​ທີ່ກໍ່​ຂຶ້ນໂດຍ​ອາ​ເມ​ຣິ​ການັ້ນ ແມ່ນ​ເລື່ອງ​ໃຫຍ່​ທີ່​ພົວ​ພັນ​ເຖິງ​ຜົນ​ປ​ະ​ໂຫຍດ​ໃຈ​ກາງ​ຂອງ​ຊາດ, ຜົນ​ປະ​ໂຫຍດ​ຂອງ​ປະ​ຊ​າ​ຊາດ​ໃນ​ອະ​ນາ​ຄົດ ແລະ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ​. ດ້ວຍ​ເຫດນີ້, ຈີນ​ຕ້ອງ​ບໍ່​ເສຍ​ດາຍ​ຕໍ່​​ການ​ຈ່າຍຄ່າ​ທົດ​ແທນ​ທີ່​ຄວບ​ຄຸມ​ໄດ້​ໃນ​ຈຳ​ນວນ​ໃດ​ໜຶ່ງ ແລະ​ຮັບ​ເອົາ​ຄວາມ​ເສຍ​ຫາຍ​ໃດ​ໜຶ່ງ.

    ໃນ​ການ​ຕໍ່​ຕ້ານ​ສົງ​ຄາມ​ການ​ຄ້າ​ທີ່ກໍ່​ຂຶ້ນ​ໂດຍ​ອາ​ເມ​ຣິ​ກາ, ຈີນ​ມີ​ຄວາມ​ສາ​ມາດ​ແທ້​ບໍ່​ໃນ​ການ​ຈ່າຍ​ຄ່າ​​ທົດແທນ​ໃດ​ໜຶ່ງ? ​ຄື​ດັ່ງທຸກ​ຄົນ​ໄດ້​ເຫັນ​ນຳ​ກັນ​ແລ້ວ​ວ່າ: ຈີນ​ແມ່ນ​ປະ​ເທດ​ພຽງ​ໜຶ່ງ​ດຽວ​ທີ່​ມີ​ໝົດ​ທຸກ​ປະ​ເພດ​ອຸດ​ສາ​ຫະ​ກຳ​ໃນ​ໂລກ ແລະ​ມີ​ຕະຫຼາດ​ບໍ​ລິ​ໂພກ​ໃຫຍ່​ທີ່​ມີ​ປະ​ຊາ​ກອນ​ເກືອບ 1,4 ຕື້​ຄົນ. ນີ້​ໝາຍ​ຄວາມ​ວ່າ, ເຖິງ​ຈະ​ຢູ່​ໃນ​ໄລ​ຍະ​ທີ່​ຫຍຸ້ງ​ຍາກ​ທີ່​ສຸດ, ເສດ​ຖະ​ກິດ​ຈີນ​ກໍ​ສາ​ມາດ​ໝູນ​ວຽນ​ຢູ່​ພາຍ​ໃນ​ປະ​ເທດ​ໄດ້. ຂະ​ນະ​ດຽວ​ກັນ, ໃນ​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ຈີນ ມີ 91% ມາ​ຈາກ​ຄວາມ​ຕ້ອງ​ການ​ພາຍ​ໃນ ເຊິ່ງ​ໃນ​ນີ້, ມີ 60% ມາ​ຈາກ​ການ​ບໍ​ລິ​ໂພກ, ສ່ວນ​ຄວາມ​ຕ້ອງ​ການ​ບໍ​ລິ​ໂພກນີ້ ໄດ້​ຍົກ​ລະ​ດັບ​ຢ່າງ​ບໍ່​ຢຸດຢັ້ງ ເຮັດ​ໃຫ້​ຕະຫຼາດ​ມີ​ພະ​ລັງ​ຊີ​ວິດ​ຢ່າງ​ເຕັມ​ປ່ຽມ.

    ການ​ຕໍ່​ຕ້ານ​ສົງ​ຄາມ​ການ​ຄ້າ​ທີ່ກໍ່​ຂຶ້ນ​ໂດຍ​ອາ​ເມ​ຣິ​ກາ, ເວົ້າ​ສຳ​ລັບ​ຈີນ​ແລ້ວ ແມ່ນ “ສົງ​ຄາມ​ທີ່​ພົວ​ພັນ​ເຖິງ​ໂຊກ​ຊະ​ຕາ​ຂອງ​ປະ​ເທດ​ຊາດ”, ປະ​ຊາ​ຊົນ​ຈີນ​ຮູ້​ຢ່າງເລິກເຊິ່ງວ່າ, “ມີ​ປະ​ເທດ​ຊາດ​ແລ້ວ ຈຶ່ງ​ມີ​ຄອບ​ຄົວ”, ສະ​ນັ້ນ ຈຶ່ງ​ຍິນ​ດີ​ແບກ​ຫາບ​ຄວາມ​ເສຍ​ຫາຍ​ຊົ່ວ​ຄາວ​ໃນ​ດ້ານ​ຊີ​ວິດ​ສ່ວນ​ບຸກ​ຄົນ, ຮ່ວມ​ກັບ​ລັດ​ຖະ​ບານ​ທີ່​ມີ​ຄວາມ​ຮັບ​ຜິດ​ຊອບ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ, ຮ່ວມ​ຈິດ​ຮ່ວ​ມ​ໃຈ​ກັນ, ປົກ​ປັກ​ຮັກ​ສາ​ການ​ພັດ​ທະ​ນາ​ເສດ​ຖະ​ກິດແບບ​ຍືນ​ຍົງ​ແລະ​ສະ​ພາບ​ລວມ​ແຫ່ງ​ການ​ຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຄືນ​ໃໝ່​ຂອງ​ປະ​ຊາ​ຊາດ. ນີ້​ຈຶ່ງ​ແມ່ນ​ກຳ​ລັງ​ໃຈ​ທີ່​ເຂັ້ມ​ແຂງ​ທີ່​ສຸດ​ຂອງ​ຈີນ​ໃນ​ການ​ຕໍ່​ຕ້ານ​ສົງ​ຄາມ​ການ​ຄ້າ​ທີ່ກໍ່​ຂຶ້ນ​ໂດຍ​ອາ​ເມ​ຣິ​ກາ.

ຄຳ​ເຫັນ

0