尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ ສີ​ຈິ້ນ​ຜິງ ກ່າ​ວ​ປາ​ໄສ​ທີ່​ສຳ​ຄັນ​ໃນພິ​ທີ​ໄຂກອງ​ປະ​ຊຸມ​ລະ​ດັບ​ລັດ​ຖະ​ມົນ​ຕີ​ຄັ້ງ​ທີ 8 ຂອງ​ເວ​ທີ​ປຶກ​ສາ​ຫາ​ລື​ການ​ຮ່ວມ​ມື​ຈີນ-ອາ​ຣັບ

2018-07-10 16:45:31 cri

ກອງ​ປະ​ຊຸມ​ລະ​ດັບ​ລັດ​ຖະ​ມົນ​ຕີ​ຄັ້ງ​ທີ 8 ຂອງ​ເວ​ທີ​ປຶກ​ສາ​ຫາ​ລື​ການ​ຮ່ວມ​ມື​ຈີນ-ອາ​ຣັບໄດ້​ໄຂຂຶ້ນ​ຢູ່​ຫໍ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ທີ່​ປັກ​ກິ່ງ​ໃນ​ວັນ​ທີ 10 ກໍ​ລະ​ກົດ​ນີ້. ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ເຂົ້າ​ຮ່ວມ​ພິ​ທີ​ໄຂກອງ​ປະ​ຊຸມ​ແລະ​ກ່າວ​ປາ​ໄສ​ທີ່​ສຳ​ຄັນ​ທີ່​ພາດ​ຫົວ​ເລື່ອງວ່າ “ພ້ອມ​ກັນ​ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຈີນ-ອາ​ຣັບ​ໃນ​ຍຸກ​ໃໝ່”,ແລະ​ໄດ້​ປະ​ກາດ​ວ່າ​ຈີນ​ແລະ​ອາ​ຣັບ​ມີ​ຄວາມ​ເຫັນ​ຢ່າງ​ເປັນ​ເອ​ກະ​ພາບ​ທີ່​ຈະ​ສ້າງ​ການ​ພົວ​ພັນ​ຄູ່​ຮ່ວມ​ຍຸດ​ທ​ະ​ສາດ​ຈີນ-ອາ​ຣັບ​ທີ່​ຮ່ວມ​ມື​ຮອບ​ດ້ານ,ພັດ​ທະ​ນາ​ຮ່ວມ​ກັນແລະ​​ຫັນ​ໜ້າ​​ສູ່​ອະ​ນາ​ຄົດ.

ທ່ານ ສີ​ຈິ້ນ​ຜິງ ກ່າວ​ເນັ້ນ​ວ່າ, ຈີນ​ລິ​ເລີ່ມ​ໃຫ້​ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”, ​ແລະໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຢ່າງກວ້າງ​ຂວາງ​ແລະ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງ​ໜ້າ​ຈາກ​ປະ​ຊາ​ຄົມ​ໂລກ​ຊຶ່ງ​ລວມ​ທັງ​ປະ​ເທດ​ອາ​ຣັບ. ປະ​ເທດ​ອາ​ຣັບ​ຕັ້ງ​ຢູ່​ແຖບ​ເຊື່ອມ​ຕໍ່“ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”,ແມ່ນ​ຄູ່​ຮ່ວມ​ມື​ທຳ​ມະ​ຊາດ​ໃນ​ການ​ຮ່ວມ​ກັນ​ສ້າງ“ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”. ການ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ໄດ້​ຊຸກ​ຍູ້​ການ​ຂະ​ຫຍາຍ​ສາຍ​ພົວ​ພັນ​ລະ​ຫວ່າງ​ຈີນ-ອາ​ຣັບ​ຢ່າງ​ຮອບ​ດ້ານ,ການ​ຮ່ວມ​ມືຮອບ​ດ້ານ​ລະ​ຫວ່າງ​ສອງ​ຝ່າຍ​ໄດ້​ເຂົ້າ​ສູ່​ໄລ​ຍະ​ໃໝ່. ຈີນ​ຍິນ​ດີ​ຮ່ວມ​ກັບ​ຝ່າຍ​ອາ​ຣັບ​ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່ທາງ​ຍຸດ​ທະ​ສາດ​ແລະ​ການ​ເຄື່ອນ​ໄຫວ,ຮ່ວມ​ກັນ​ຊຸກ​ຍູ້​ການ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”,ຮ່ວມ​ກັນ​ເປັນ​ຜູ້​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ຕາ​ເວັນ​ອອກ​ກາງ,ຜູ້​ປົກ​ປ້ອງ​​ຄວາມຍຸ​ຕິ​ທຳ​ແລະ​ຄວາມເປັນທຳ,ຜູ້​ຊຸກ​ຍູ້​ການ​ພັດ​ທະ​ນາ​ຮ່ວມ​ກັນ​ແລະເປັນເພື່ອນ​ມິດ​ທີ່​ດີ​ໃນ​ການ​ຖອດ​ຖອນ​ບົດ​ຮຽນ​ເຊິ່ງ​ກັນ​ແລະ​ກັນ.

ທ່ານ ສີ​ຈິ້ນ​ຜິງ ເນັ້ນ​ອີກວ່າ: ເວ​ທີ​ປຶກ​ສາ​ຫາ​ລື​ການ​ຮ່ວມ​ມື​ຈີນ-ອາ​ຣັບ​​ຈະ​ສາ​ມາດເສີມ​ຂະ​ຫຍາຍ​ບົດ​ບາດ​ຢ່າງ​ໃຫຍ່ໃນ​ການ​ດຳ​ເນີນ​ການ​ເຈ​ລະ​ຈາ​ແລະ​ເພີ່​ມ​ທະ​ວີ​ການ​ຮ່ວມ​ມື. ຄວນ​ສອດ​ຄ່ອງ​ກັບ​​ສະ​ພາບການ​ຂະ​ຫຍາຍ​ສາຍ​ພົວ​ພັນ​ລະ​ຫວ່າງ​ຈີນ-ອາ​ຣັບ​ໃນ​ຍຸກ​ໃໝ່,ການ​ສ້າງ​ເວ​ທີ​ປຶກ​ສາ​ຫາ​ລື​ຄວນ​ມີ​ສະ​ພາບ​ການ​ໃໝ່​ແລະ​ມີ​ບົດ​ບາດ​ໃໝ່. ຄວນ​ເຮັດ​ໃຫ້​ແນວ​ຄິ​ດ​ລະ​ຫວ່າງ​ສອງ​ຝ່າຍ​ມີ​ການ​ເຊື່ອມ​ໂຍງ​ເຂົ້າ​ກັນ​ໃຫ້​ຫຼາຍກວ່າ​ເກົ່າ​ໂດຍ​ຜ່ານ​ການ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ກັນ. ຫວັງ​ວ່າ​ພວກ​ເຮົາ​ສາ​ມາດ​ເສີມ​ຂະ​ຫຍາຍ​ຈິດ​ໃຈ​ເສັ້ນ​ທາງ​ສາຍ​ໄໝ, ​ກ້າວ​ເດີນ​ເທື່ອ​ລະ​ບາດ​ກ້າວເພື່ອ​ບັນ​ລຸ​ເປົ້າ​ໝາຍ​ຂອງ​ຕົນ, ທຳ​ຄວາມ​ພະ​ຍາ​ຍາມ​ຢ່າງ​ບໍ່​ລົດ​ລະ​ເພື່ອ​ບັນ​ລຸ​​ໃຫ້ຊົນ​ຊາດ​ຈີນ-ອາ​ຣັບ​​ພັດ​ທະ​ນາ​ຈະ​ເລີນ​ຍິ່ງໆ​ຂຶ້ນ,ຊຸກ​ຍູ້​ການ​ສ້າງ​​ຄູ່​ຮ່ວມຜົນ​ປະ​ໂຫຍດ​ແລະ​ຄູ່​ຮ່ວມ​ຊາ​ຕາ​ກຳ​ຈີນ-ອາ​ຣັບ.

ຄຳ​ເຫັນ

0