李建祥

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​​ສົ່ງ​ດາວ​ທຽມ​ເປີຍ​ໂຕ 2 ​ໜຶ່ງໜ່ວຍ​ຢ່າງ​ສຳ​ເລັດ​ຜົນ

2018-07-10 16:21:14 cri

    ເວ​ລາ 4:58 ໂມງ​ຂອງວັນ​ທີ 10 ກໍ​ລະ​ກົດ​ນີ້, ຢູ່​ຖານ​ສົ່ງ​ດາວ​ທຽມ​ຊີ່​ຊ່າງ, ຈີນ​ໄດ້​​ສົ່ງ​ດາວ​ທຽມ​ເປີຍ​ໂຕ 2 ​ໜຶ່ງໜ່ວຍຂຶ້ນ​ສູ່​ວົງ​ໂຄ​ຈອນ​ຢ່າງ​ສຳ​ເລັດ​ຜົນ​ດ້ວຍ​ຈະຫຼວດ​ສົ່ງ​ຍານ CZ 3A, ເຊິ່ງ​ແມ່ນ​ດາວ​ທຽມ​ເປີຍ​ໂຕ​​ນຳ​ທາງ​ໜ່ວຍ​ທີ 32 ທີ່​ຈີນ​ສົ່ງ​ຂຶ້ນ.

    ດາວ​ທຽມ​ໜ່ວຍນີ້ ແມ່ນ​ດາວ​ທ​ຽມ​ໂຄ​ຈອນໃນ​ຈັງ​ຫວະ​ດຽວ​ກັບ​ໜ່ວຍ​ໂລກ, ຫຼັງ​ຈາກ​ເຂົ້າ​​ສູ່ວົງ​ໂຄ​ຈອນ​ແລະ​ສຳ​ເລັດ​ການ​ທົດ​ລອງ​ແລ້ວ, ດາວ​ທຽມ​ໜ່ວຍນີ້​ຈະ​ເຂົ້າ​ຮ່ວມ​ການ​ໃຫ້​ບໍ​ລິ​ການ​ຂອງ​ລະ​ບົບ​ເປີຍ​ໂຕ 2.

    ທ່ານ ຫຣານ​ເຊີງ​ຊີ ຫົວ​ໜ້າ​ຫ້ອງ​ການ​ຄຸ້ມ​ຄອງ​ລະ​ບົບ​ນຳທາງ​ຜ່ານ​ດາວ​ທຽມ​ຈີນ ໄດ້​ເປີດ​ເຜີຍ​ໃນ​ກອງ​ປະ​ຊຸມ​ວິ​ຊາ​ການ​​ນຳ​ທາງ​ຜ່ານ​ດາວ​ທຽມ​ຈີນ​ປະ​ຈຳ​ປີ​ຄັ້ງ​ທີ 9 ທີ່​ໄຂ​ຂຶ້ນ​ຢູ່​ນະ​ຄອນ​ຮາ​ບິນ​ໃນ​ເດືອນ​ພຶດ​ສະ​ພາ​ປີນີ້​ວ່າ: ໃນ 2 ປີ​ຕໍ່​ໜ້າ, ຈີນ​ຈະສົ່ງ​ດາວ​ທຽມ​ເປີຍ​ໂຕ 2 ສຳ​ຮອງ 2 ໜ່ວຍ ເພື່ອ​ຮັບ​ປະ​ກັນ​ໃຫ້​ການ​ບໍ​ລິ​ການ​ຂອງ​ລະ​ບົບ​ເປີຍ​ໂຕ 2 ມີ​ການ​ຍົກ​ລະ​ດັບ​ໃຫ້​ສູງ​ຂຶ້ນກວ່າ​ເກົ່າ.

ຄຳ​ເຫັນ

0